ກາຍເປັນກະແສຮືຮາໄປທົ່ວໂລກ ເມື່ອ ເນທັນ ໂທມັດ (Nathan Thomas) ໜຸ່ມອັດສະລິຍະດ້ານວິສະວະກຳຈາກສະຫະລັດອາເມຣິກາ ໄດ້ສ້າງປະວັດສາດໃໝ່ ດ້ວຍການກາຍເປັນ “ສາສະດາຈານມະຫາວິທະຍາໄລຊາຍທີ່ອາຍຸນ້ອຍທີ່ສຸດໃນໂລກ” ດ້ວຍອາຍຸພຽງແຕ່ 18 ປີ ກັບ 346 ມື້ ເທົ່ານັ້ນ. ສຸດຍອດຫຼາຍ! ອາຊີບທີ່ຫຼາຍຄົນຕ້ອງໃຊ້ເວລາເກືອບທັງຊີວິດ, ແຕ່ໜຸ່ມຄົນນີ້ເຮັດໄດ້ຕັ້ງແຕ່ອາຍຸຍັງບໍ່ທັນຮອດ 19 ປີ.
ການກວດສອບຈາກ Guinness World Records ຢືນຢັນວ່າ ເນທັນ ໄດ້ເລີ່ມເຮັດໜ້າທີ່ເປັນອາຈານສອນຢູ່ທີ່ ວິທະຍາໄລ ໄມອາມີ ເດດ (Miami Dade College) ໃນລັດຟລໍຣິດາ ເມື່ອເດືອນສິງຫາ ປີ 2023 ທີ່ຜ່ານມາ. ການບັນລຸຜົນສໍາເລັດໃນຄັ້ງນີ້ ຖືເປັນການທຳລາຍສະຖິຕິເກົ່າທີ່ເຄີຍຄົງຢູ່ດົນນານເຖິງ 306 ປີ ໂດຍເຈົ້າຂອງສະຖິຕິເດີມຄື ຄໍລິນ ແມັກລໍຣິນ (Colin Maclaurin) ນັກຄະນິດສາດຊາວສະກອດແລນ ທີ່ໄດ້ຮັບຕຳແໜ່ງສາສະດາຈານໃນອາຍຸ 19 ປີ ເມື່ອປີ 1717. ນອກຈາກນີ້, ເນທັນ ຍັງສາມາດຊະນະສະຖິຕິຂອງ ອາເລຍ ຊາບູ (Alia Sabur) ສາສະດາຈານຍິງອາຍຸນ້ອຍທີ່ສຸດໃນໂລກ (18 ປີ 362 ມື້) ໄປໄດ້ເຖິງ 16 ມື້
ຊັອກວົງການສຶກສາຢ່າງແທ້ຈິງ.
ຍ້ອນເບິ່ງເສັ້ນທາງຄວາມອັດສະລິຍະ: ເລີ່ມຮຽນມະຫາວິທະຍາໄລຕັ້ງແຕ່ 10 ປີ ເສັ້ນທາງການສຶກສາຂອງ ເນທັນ ບໍ່ແມ່ນເລື່ອງທຳມະດາມາຕັ້ງແຕ່ເດັກນ້ອຍ:
1. ອາຍຸ 10 ປີ: ເລີ່ມຮຽນຫຼັກສູດລ່ວງໜ້າໃນລະດັບມະຫາວິທະຍາໄລຢູ່ Miami Dade College.
2. ອາຍຸ 14 ປີ: ຍ້າຍໄປສຶກສາຕໍ່ຢູ່ ມະຫາວິທະຍາໄລ ຟລໍຣິດາ ອິນເຕີເນຊັນແນລ.
3. ອາຍຸ 18 ປີ: ສຳເລັດການສຶກສາລະດັບ ປະລິນຍາໂທ ດ້ານວິສະວະກຳໄຟຟ້າ ໄດ້ຢ່າງງົດງາມ.
ປັດຈຸບັນ ເນທັນ ໃນໄວ 21 ປີ ຍັງຄົງເດັດດ່ຽວໃນເສັ້ນທາງການສຶກສາ. ສອນຫຼັກສູດອອນລາຍ ຄວບຄູ່ໄປກັບການສຶກສາຕໍ່ລະດັບ ປະລິນຍາເອກ ດ້ານກົດໝາຍ (J.D.) ຢູ່ ຄະນະນິຕິສາດ ມະຫາວິທະຍາໄລໄມອາມີ ເຊິ່ງຄາດວ່າຈະຈົບການສຶກສາໃນປີ 2028 ນີ້.
ເນທັນ ຕັ້ງເປົ້າໝາຍທີ່ຈະເຮັດວຽກດ້ານ ກົດໝາຍຊັບສິນທາງປັນຍາ ໂດຍເນັ້ນໃສ່ຂົງເຂດ STEM (ວິທະຍາສາດ, ເທັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ).
ແຫຼ່ງອ້າງອີງ: Guinness World Records


