ຢ່າຟ້າວຈັບໃສ່ກະຕ່າ! ເປີດເຫດຜົນທີ່ຕ້ອງ “ເບິ່ງວັນໝົດອາຍຸ” ກ່ອນຊື້… ຖ້າບໍ່ຢາກສ່ຽງພະຍາດ

ທ່ານເຄີຍບໍ່? ເວລາຍ່າງຊື້ເຄື່ອງໃນຊຸບເປີມາເກັດ ແລ້ວຢິບສິນຄ້າທີ່ຖືກໃຈລົງກະຕ່າທັນທີໂດຍບໍ່ໄດ້ທັນສັງເກດຕົວເລກນ້ອຍໆ ທີ່ສະແດງ “ວັນໝົດອາຍຸ” (Expiration Date) ຫລື “ຄວນບໍລິໂພກກ່ອນ” (Best Before).

ຮູ້ ຫຼື ບໍ່ວ່າ… ພຶດຕິກຳ “ຟ້າວຊື້ ບໍ່ຟ້າວເບິ່ງ” ນີ້ ອາດຈະນຳພາອັນຕະລາຍມາກາຍສູ່ຮ່າງກາຍຂອງທ່ານ ແລະ ຄົນໃນຄອບຄົວໂດຍບໍ່ຮູ້ຕົວ.

ມື້ນີ້ ເຮົາຈະພາໄປເຈາະເລິກ 3 ເຫດຜົນຫຼັກ ວ່າເປັນຫຍັງການກວດເບິ່ງວັນໝົດອາຍຸຈຶ່ງເປັນເລື່ອງ “ຄໍຂາດບາດຕາຍ” ທີ່ທຸກຄົນບໍ່ຄວນເບິ່ງຂ້າມ:

1. ສ່ຽງຕໍ່ການຕິດເຊື້ອແບັກທີເຣຍ ແລະ ອາຫານເປັນພິດ

ເມື່ອສິນຄ້າ (ໂດຍສະເພາະອາຫານສົດ, ນົມ, ຊີ້ນສັດ ຫລື ອາຫານກະປ໋ອງ) ກາຍກຳນົດວັນໝົດອາຍຸ, ສານກັນບູດ ຫຼືລະບົບການຮັກສາຄຸນນະພາບຈະເສື່ອມສະພາບລົງ. ນີ້ຄືໂອກາດຄຳຂອງເຊື້ອຈຸລິນຊີ ແລະ ແບັກທີເຣຍອັນຕະລາຍ ເຊັ່ນ: Salmonella ຫຼື E. coli ທີ່ຈະຈະເລີນເຕີບໂຕຢ່າງໄວວາ. ຫາກເຮົາບໍລິໂພກເຂົ້າໄປ ອາດເຮັດໃຫ້ເກີດອາການຖອກທ້ອງ,ຮາກ ຫລື ອາຫານເປັນພິດຂັ້ນຮຸນແຮງໄດ້.

2. ຄຸນຄ່າທາງໂພຊະນາການ ແລະ ລົດຊາດຫຼຸດລົງ

ສິນຄ້າບາງປະເພດ ເຖິງວ່າເບິ່ງພາຍນອກຈະບໍ່ທັນເນົ່າເປື່ອຍ, ແຕ່ຖ້າກາຍວັນ “Best Before” (ຄວນບໍລິໂພກກ່ອນ) ໄປແລ້ວ, ຄຸນຄ່າທາງອາຫານ, ວິຕາມິນ, ລົດຊາດ, ສີສັນ ແລະ ກິ່ນຫອມຈະຫຼຸດລົງຢ່າງເຫັນໄດ້ຊັດເຈນ. ການຈ່າຍເງິນຊື້ສິນຄ້າທີ່ເສື່ອມຄຸນນະພາບ ຈຶ່ງເທົ່າກັບການເສຍເງິນໄປໂດຍບໍ່ໄດ້ຮັບປະໂຫຍດເຕັມທີ່.

3. ຢາ ແລະ ວິຕາມິນ ອາດກາຍເປັນ “ຢາພິດ”

ສຳລັບສິນຄ້າປະເພດຢາຮັກສາພະຍາດ, ອາຫານເສີມ ຫລື ວິຕາມິນ, ການເບິ່ງວັນໝົດອາຍຸແມ່ນສຳຄັນທີ່ສຸດ. ເພາະເມື່ອໝົດອາຍຸ ສານເຄມີໃນຢາຈະຫຼຸດປະສິດທິພາບລົງ ເຮັດໃຫ້ຮັກສາພະຍາດບໍ່ໄດ້ຜົນ ແລະ ທີ່ຮ້າຍແຮງກວ່ານັ້ນຄື ສານເຄມີບາງຊະນິດອາດປ່ຽນສະພາບກາຍເປັນສານພິດ ທີ່ທຳລາຍຕັບ ແລະ ໝາກໄຂ່ຫຼັງຂອງເຮົາໄດ້.

ສະຫຼຸບຂໍ້ແນະນຳໃນການເລືອກຊື້

ເພື່ອຄວາມປອດໄພ, ກ່ອນຈະຊື້ສິນຄ້າທຸກຄັ້ງ ຄວນສະຫຼະເວລາພຽງ 3 ວິນາທີ ເພື່ອສັງເກດຂໍ້ຄວາມເຫຼົ່ານີ້:

• EXP / EXP.Date (Expiry Date): ວັນໝົດອາຍຸ ຫ້າມກິນ/ຫ້າມໃຊ້ເດັດຂາດ ຫຼັງຈາກວັນນີ້.

• BB / BBE (Best Before): ຄວນບໍລິໂພກກ່ອນວັນນີ້ ດັ່ງນັ້ນ ຫຼັງຈາກວັນນີ້ຄຸນນະພາບ ແລະ ລົດຊາດຈະຫຼຸດລົງ ແຕ່ຍັງບໍ່ທັນອັນຕະລາຍໃນທັນທີ (ແຕ່ທາງທີ່ດີຄວນຫຼີກເວັ້ນ).

ເພາະສຸຂະພາບທີ່ດີ ເລີ່ມຕົ້ນທີ່ຄວາມໃສ່ໃຈ ຢ່າປ່ອຍໃຫ້ຄວາມຟ້າວຟັ່ງ ມາທຳລາຍສຸຂະພາບຂອງທ່ານ ແລະ ຄົນທີ່ທ່ານຮັກ

ແຫຼ່ງຂໍ້ມູນອ້າງອີງ

1. U.S. Food and Drug Administration (FDA)

2. United States Department of Agriculture (USDA)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles