ການຈາກໄປຂອງຄົນໃນຄອບຄົວ ບໍ່ວ່າຈະເກີດຂຶ້ນຢ່າງກະທັນຫັນ ຫຼື ຄ່ອຍໆຈາກລາ ມັກຈະຖິ້ມ “ພື້ນທີ່ວ່າງ” ໄວ້ສະເໝີ, ໃນຫ້ອງນອນ, ຫຼື ຮອຍຍິ້ມ ແລະ ສຽງທັກທາຍທີ່ເຄີຍໄດ້ຍິນໃນທຸກໆເຊົ້າ… ຄວາມໂສກເສົ້າເຊັ່ນນີ້ບໍ່ແມ່ນພຽງແຕ່ຄວາມເສຍໃຈທຳມະດາ ແຕ່ມັນຄືປາກົດການທາງຈິດໃຈທີ່ເອີ້ນວ່າ “ພາວະໂສກເສົ້າຈາກການສູນເສຍ”.
ຂໍ້ມູນທາງສະຖິຕິທີ່ໜ້າສົນໃຈ: ງານວິໄຈພົບວ່າ ຄົນທີ່ສູນເສຍບຸກຄົນສຳຄັນໃນຄອບຄົວ ມີໂອກາດສູງຂຶ້ນເຖິງ 2 ເທົ່າ ທີ່ຈະເກີດ “ພາວະຊຶມເສົ້າ” ໃນຊ່ວງ 6 ເດືອນທຳອິດຫຼັງການສູນເສຍ.
ຈະຮູ້ໄດ້ແນວໃດວ່າ “ເຮົາກຳລັງເສົ້າຕາມປົກກະຕິ” ຫຼື “ກຳລັງປ່ວຍ”?
ເຮົາສາມາດສັງເກດຄວາມແຕກຕ່າງໄດ້ດັ່ງນີ້:
1. ພາວະໂສກເສົ້າຈາກການສູນເສຍທົ່ວໄປ
• ມີອາການເສົ້າ, ຮ້ອງໄຫ້ ແລະ ຄິດຮອດເປັນປະຈຳ.
• ອາລົມມີຂຶ້ນມີລົງສະຫຼັບກັນໄປ ແຕ່ຍັງພໍເຮັດກິດຈະວັດປະຈຳວັນໄດ້.
• ຮູ້ສຶກເຖິງ “ການຂາດຫາຍ” ແຕ່ບໍ່ໄດ້ຮູ້ສຶກວ່າຊີວິດ “ໄຮ້ຄຸນຄ່າ”.
2. ພາວະໂສກເສົ້າທີ່ຜິດປົກກະຕິ
• ເສົ້າເລິກເຊິ່ງ ຈົນເວລາຜ່ານໄປຫຼາຍເດືອນແລ້ວອາການກໍຍັງບໍ່ດີຂຶ້ນ (ມັກຈະຄົງຢູ່ດົນກວ່າ 6–12 ເດືອນ).
• ຮູ້ສຶກວ່າຊີວິດ “ບໍ່ມີຄວາມໝາຍອີກຕໍ່ໄປ”.
• ແຍກຕົວອອກຈາກສັງຄົມ, ບໍ່ມີແຮງຈູງໃຈທີ່ຈະເຮັດສິ່ງທີ່ເຄີຍມັກ.
• ມີຄວາມຄິດຢາກໄປຢູ່ກັບຄົນທີ່ຈາກໄປ.
4 ວິທີເບິ່ງແຍງໃຈໃນເວລາແຫ່ງຄວາມໂສກເສົ້າ
1. ອະນຸຍາດໃຫ້ຕົວເອງຮູ້ສຶກເສົ້າ: ຄວາມຮູ້ສຶກເສຍໃຈ ຫຼື ຮ້ອງໄຫ້ ບໍ່ແມ່ນສັນຍານຂອງຄວາມອ່ອນແອ ແຕ່ມັນຄືສັນຍານທີ່ບົ່ງບອກວ່າເຮົາຍັງມີຄວາມຮູ້ສຶກ ແລະ ມີຫົວໃຈ.
2. ຂຽນຂໍ້ຄວາມເຖິງຄົນທີ່ຈາກໄປ: ເຖິງວ່າເຂົາຈະບໍ່ໄດ້ຢູ່ບ່ອນນີ້ແລ້ວ ແຕ່ບາງຂໍ້ຄວາມເຮົາບໍ່ໄດ້ເວົ້າເພື່ອໃຫ້ເຂົາໄດ້ຍິນ ແຕ່ຂຽນເພື່ອໃຫ້ຕົວເຮົາເອງໄດ້ “ປົດປ່ອຍ” ຄວາມຮູ້ສຶກທີ່ອັດອັ້ນຢູ່ຂ້າງໃນ.
3. ຢ່າຕັດຂາດຈາກຜູ້ຄົນ: ເຖິງວ່າຈະຮູ້ສຶກຢາກຢູ່ຄົນດຽວ ແຕ່ການມີຄົນໃກ້ຊິດຢູ່ຂ້າງໆ ຈະຊ່ວຍຫຼຸດຜ່ອນການຈົມຢູ່ກັບຄວາມຄິດດ້ານລົບໄດ້.
4. ປຶກສາຊ່ຽວຊານ: ຫາກເວລາຜ່ານໄປດົນແລ້ວ ແຕ່ຍັງຮ້ອງໄຫ້ທຸກຄືນ ຫຼື ບໍ່ສາມາດໄປເຮັດວຽກໄດ້ເລີຍ ຄວນຟ້າວຂໍຄວາມຊ່ວຍເຫຼືອຈາກຈິດຕະແພດ ຫຼື ນັກຈິດຕະວິທະຍາທັນທີ.
ແຫຼ່ງອ້າງອີງ: TNN Health


