ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊຍະບູລີ ນຳໂດຍ ທ່ານ ສົມບູນ ສີສະຫວາດ ຮອງຫົວໜ້າພະແນກ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດເສດຖະກິດ ແລະ ຕຳຫຼວດສິ່ງແວດລ້ອມ ປກສ ແຂວງໄຊຍະບູລີ ລົງກວດກາຮ້ານຄ້າ, ຕະຫຼາດ ແລະ ສະຖານທີ່ຈຳໜ່າຍສິນຄ້າໃນເຂດເທດສະບານເມືອງໄຊຍະບູລີ.
ການລົງກວດກາໃນຄັ້ງນີ້ ມຸ່ງເນັ້ນກວດສອບສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຄ້າປອມແປງ ຫຼື ລອກຮຽນແບບ ລວມເຖິງສິນຄ້າທີ່ບໍ່ມີສະຫຼາກ ຫຼື ສະແດງຂໍ້ມູນບໍ່ຄົບຖ້ວນ. ໂດຍສະເພາະ ໄດ້ເຂັ້ມງວດກວດກາ ແລະ ສະກັດກັ້ນການນຳເຂົ້າ ແລະ ຈຳໜ່າຍເຄື່ອງຫຼິ້ນປະເພດສະກຸດຊີ (Squishy) ຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ.
ຜົນການກວດກາພົບວ່າ ຍັງມີສິນຄ້າບາງລາຍການທີ່ໝົດອາຍຸ ແລະ ເສື່ອມຄຸນນະພາບ ວາງຈຳໜ່າຍປະປົນກັບສິນຄ້າປົກກະຕິ. ຄະນະກວດກາໄດ້ດຳເນີນການຕາມລະບຽບ ໂດຍແຍກສິນຄ້າທີ່ບໍ່ໄດ້ມາດຕະຖານອອກຈາກການຈຳໜ່າຍ ພ້ອມແນະນຳຜູ້ປະກອບການໃຫ້ກວດສອບສິນຄ້າຢ່າງສະໝໍ່າສະເໝີ.
ພະແນກອຸດສາຫະກຳ ແລະ ການຄ້າ ຂໍແນະນຳໃຫ້ຮ້ານຄ້າ ແລະ ຜູ້ປະກອບການ ເຄົາລົບລະບຽບການຄ້າ, ບໍ່ນຳສິນຄ້າໝົດອາຍຸ ຫຼື ເສື່ອມຄຸນນະພາບມາຈຳໜ່າຍ ແລະ ຄວນກວດສອບສິນຄ້າກ່ອນນຳອອກວາງຂາຍ. ສ່ວນປະຊາຊົນຜູ້ບໍລິໂພກ ຄວນເລືອກຊື້ສິນຄ້າຈາກແຫຼ່ງທີ່ໜ້າເຊື່ອຖື ແລະ ກວດເບິ່ງວັນຜະລິດ ແລະ ວັນໝົດອາຍຸກ່ອນຊື້.
ການລົງກວດກາຈະສືບຕໍ່ດຳເນີນຢ່າງຕໍ່ເນື່ອງ ເພື່ອສ້າງຕະຫຼາດໃຫ້ມີລະບຽບ, ປອດໄພ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ບໍລິໂພກ.
ທີ່ມາ: News.XBL


