ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຍື່ງ!​ ນໍ້າຂອງ ແລະ ນໍ້າເຊໂດນ (ສຸວັນນະຄີລີ) ໃນລະຫວ່າງ ວັນທີ 10 ຫາ 11 ສິງຫາ 2026 ນີ້!

ອີງຕາມ ການຕິດຕາມລະດັບນໍ້າປະຈໍາວັນ​ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ມີລາຍລະອຽດດັ່ງນີ້:

1 . ນໍ້າຂອງ:

​ສະຖານີ ວຽງຈັນ Km4, ວັດແທກໄດ້ 11.11 ແມັດ, ລະດັບນໍ້າໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ ຍັງອີກ 0.39 ແມັດ (ລະດັບເຕືອນໄພ 11.50 ແມັດ; ລະດັບນໍ້າຖ້ວມ 12.50 ແມັດ);

ສະຖານີ ທ່າແຂກ, ວັດແທກໄດ້ 12.92 ແມັດ, ລະດັບນໍ້າໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ ຍັງອີກ 0.08 ແມັດ (ລະດັບເຕືອນໄພ 13.00 ແມັດ; ລະດັບນໍ້າຖ້ວມ 14.00 ແມັດ);

ສະຖານີ ປາກເຊ, ວັດແທກໄດ້ 10.82 ແມັດ, ລະດັບນໍ້າໄດ້ຂຶ້ນໃກ້ຮອດລະດັບເຕືອນໄພ ຍັງອີກ 0.18 ແມັດ (ລະດັບເຕືອນໄພ 11.00 ແມັດ; ລະດັບນໍ້າຖ້ວມ 12.00 ແມັດ).

2​. ນໍ້າເຊໂດນ: ສະຖານີ ສຸວັນນະຄີລີ, ວັດແທກໄດ້ 10.28 ແມັດ, ລະດັບນໍ້າໄດ້ຂຶ້ນໃກ້ຮອດລະດັບນໍ້າຖ້ວມ ຍັງອີກ 0.72 ແມັດ (ລະດັບເຕືອນໄພ 10.00 ແມັດ; ລະດັບນໍ້າຖ້ວມ 11.00 ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ ອາໄສຢູ່ໃກ້ລຽບຕາມແຄມແມ່ນໍ້າ ແລະ ເຂດພື້ນທີ່ຕໍ່າ ຕາມລໍານໍ້າດັ່ງກ່າວ, ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບຝົນຕົກ ຕິດຕໍ່ກັນຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍິ່ງ ແລະ ນໍ້າຖ້ວມຂັງ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນໍ້າ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles