ກ້າວສໍາຄັນຂອງຊາວໜຸ່ມລາວ UN ປະຈໍາ ສປປ ລາວ ເປີດຕົວ “ຄະນະກຳມະການທີ່ປຶກສາຊາວໜຸ່ມ-Youth Advisory Board” ຮ່ວມຂັບເຄື່ອນການພັດທະນາແບບຍືນຍົງ

ເມື່ອວັນທີ 27 ກໍລະກົດ 2026 ທີ່ຜ່ານມາ, ອົງການສະຫະປະຊາຊາດ (UN) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປະຖົມນິເທດ ເພື່ອຕ້ອນຮັບສະມາຊິກ ຄະນະຕົວແທນໄວໜຸ່ມເພື່ອໃຫ້ຄຳແນະນຳແຜນງານ ສະຫະປະຊາຊາດ (Youth Advisory Board – YAB) ຄັ້ງທຳອິດ ຈຳນວນ 10 ທ່ານ ຢ່າງເປັນທາງການ ໂອກາດນີ້ຖືເປັນກ້າວປະຫວັດສາດໃນການດຶງເອົາພະລັງຂອງຄົນຮຸ່ນໃໝ່ເຂົ້າສູ່ຂະບວນການພັດທະນາປະເທດຊາດ ຢ່າງມີສ່ວນຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ຮັບການແນະນຳ ແລະ ການແຕ່ງຕັ້ງຢ່າງເປັນທາງການ ໂດຍຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ, ຜູ້ປະສານງານໄວໜຸ່ມ, ພ້ອມດ້ວຍຜູ້ຕາງໜ້າຈາກ ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ແລະ ສູນກາງຊາວໜຸ່ມປະຕິວັດລາວ.

ບົດບາດ ແລະ ຄວາມສຳຄັນຂອງຄະນະ Youth Advisory Board

1. ເປັນເວທີສຽງຂອງຊາວໜຸ່ມ: ສ້າງພື້ນທີ່ໃຫ້ໄວໜຸ່ມໄດ້ແບ່ງປັນແນວຄິດ, ມຸມມອງ ແລະ ຄຳແນະນຳໂດຍກົງ ເຖິງຄະນະອົງການສະຫະປະຊາຊາດ ປະຈຳ ສປປ ລາວ.

2. ສົ່ງຕໍ່ເຖິງຜູ້ກຳນົດນະໂຍບາຍ: ຮັບປະກັນໃຫ້ສຽງ ແລະ ຄວາມຕ້ອງການຂອງຊາວໜຸ່ມໄປເຖິງບັນດາຜູ້ເຮັດວຽກຂັ້ນວິຊາການ, ຜູ້ວາງແຜນງານ, ນະໂຍບາຍ, ຄູ່ຮ່ວມພັດທະນາ ແລະ ທີມງານເຜີຍແຜ່ຂໍ້ມູນຂ່າວສານ.

3. ຮ່ວມຂັບເຄື່ອນ SDG: ເພີ່ມການມີສ່ວນຮ່ວມຂອງໄວໜຸ່ມເຂົ້າໃນການພັດທະນາແບບຍືນຍົງ ຢ່າງມີຄວາມໝາຍ ແລະ ເປັນຮູບປະທຳ.

ຄວາມມຸ່ງມັ້ນຈາກ UN:

ຜົນສຳເລັດໃນຄັ້ງນີ້ ສ່ອງແສງໃຫ້ເຫັນເຖິງຄວາມຕັ້ງໃຈຈິງຂອງ ອົງການສະຫະປະຊາຊາດ ໃນການເຮັດວຽກ “ຮ່ວມກັບໄວໜຸ່ມ” ແລະ ເຮັດວຽກ “ຄຽງບ່າຄຽງໄຫຼ່ພວກເຂົາ” ເພື່ອສ້າງອະນາຄົດທີ່ທຸກຄົນມີສ່ວນຮ່ວມຢ່າງເທົ່າທຽມ ແລະ ຍືນຍົງ ຢູ່ ສປປ ລາວ.

ຮູບພາບ: UN in Laos

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles