50 ປີ ແຫ່ງການຮ່ວມມືກັບ UNFPA ອັດຕາແມ່ຍິງ ເສຍຊີວິດຫຼຸດລົງເຖິງ 82%

ມື້ນີ້ພວກເຮົາ ມີຂ່າວດີ ແລະ ໜ້າພູມໃຈມາອັບເດດໃຫ້ທ່ານຟັງ. ເມື່ອວັນທີ 27 ກໍລະກົດ 2026 ທີ່ຜ່ານມາ, ລັດຖະບານ ສປປ ລາວ ຮ່ວມກັບ ອົງການ ສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ໄດ້ຈັດງານໃຫຍ່ສະເຫຼີມສະຫຼອງການຮ່ວມມືຄົບຮອບ 50 ປີ (ນັບແຕ່ປີ 1976). ເຊິ່ງຕະຫຼອດເຄິ່ງສະຕະວັດນີ້ ທັງສອງພາກສ່ວນໄດ້ຈັບມືກັນຢ່າງແຂງຂັນ ເພື່ອຍົກລະດັບສຸຂະພາບການຈະເລີນພັນ, ສິດທິ ແລະ ຊີວິດການເປັນຢູ່ຂອງແມ່ຍິງ ແລະ ໄວໜຸ່ມລາວເຮົາໃຫ້ດີຂຶ້ນຢ່າງປະຈັກຕາ.

ຜົນງານລະດັບໂບແດງທີ່ໜ້າຊື່ນຊົມທີ່ສຸດ ແມ່ນຄວາມກ້າວໜ້າທາງດ້ານສາທາລະນະສຸກ ທີ່ສາມາດຫຼຸດຜ່ອນອັດຕາການເສຍຊີວິດຂອງແມ່ລົງໄດ້ເຖິງ 82%! (ຈາກທີ່ເຄີຍມີຜູ້ເສຍຊີວິດ 609 ຄົນ ໃນປີ 2000 ຫຼຸດລົງມາເຫຼືອພຽງ 112 ຄົນ ຕໍ່ເດັກເກີດໃໝ່ 100,000 ຄົນ ໃນປີ 2023) ແລະ ຍັງຕັ້ງເປົ້າໝາຍສູ້ຊົນຕໍ່ ໃຫ້ຫຼຸດລົງຕໍ່າກວ່າ 70 ກໍລະນີ ພາຍໃນປີ 2030. ນີ້ຖືເປັນການຮ່ວມມືທີ່ຊ່ວຍຮັກສາຊີວິດແມ່ຍິງລາວໄດ້ຢ່າງມະຫາສານ ໂດຍຜ່ານການພັດທະນາຜະດຸງຄັນ ແລະ ລະບົບສາທາລະນະສຸກທີ່ທົ່ວເຖິງ.

ນອກຈາກເລື່ອງສຸຂະພາບແມ່ ແລະ ເດັກແລ້ວ, ການຮ່ວມມືນີ້ຍັງໄດ້ສ້າງຜົນງານປະຫວັດສາດ ຄືການລົງເກັບກຳຂໍ້ມູນ ສໍາຫຼວດພົນລະເມືອງ ແບບດິຈິຕອນ ເຕັມຮູບແບບຄັ້ງທຳອິດ ຂອງລາວ ເພື່ອໃຊ້ເປັນຖານຂໍ້ມູນສຳຄັນໃນການພັດທະນາປະເທດ. ພ້ອມດຽວກັນນັ້ນ, ຍັງໄດ້ສຸມໃສ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ລົງທຶນໃສ່ການສຶກສາ-ທັກສະ ໃຫ້ແກ່ “ກຸ່ມໄວໜຸ່ມ” ເຊິ່ງກວມເອົາເກືອບເຄິ່ງໜຶ່ງຂອງປະຊາກອນປະເທດ ເພື່ອໃຫ້ກາຍເປັນກຳລັງຫຼັກໃນການພັດທະນາເສດຖະກິດ.

ສະຫຼຸບແລ້ວ, ງານສະເຫຼີມສະຫຼອງຄັ້ງນີ້ ບໍ່ພຽງແຕ່ເປັນການຊົມເຊີຍອະດີດອັນຈົບງາມ, ແຕ່ເປັນການຢືນຢັນຄຳສັນຍາວ່າ ລາວ ແລະ UNFPA ຈະສືບຕໍ່ກ້າວໄປຂ້າງໜ້າບົນຈິດໃຈ “ນ້ຳເພິ່ງເຮືອ ເສືອເພິ່ງປ່າ”. ໂດຍຕັ້ງເປົ້າໝາຍສູງສຸດວ່າ: ຈະຕ້ອງບໍ່ມີແມ່ຍິງຄົນໃດຕ້ອງເສຍຊີວິດຂະນະໃຫ້ກຳເນີດຊີວິດໃໝ່, ທຸກການຖືພາຕ້ອງເກີດຈາກຄວາມພ້ອມ, ໄວໜຸ່ມລາວທຸກຄົນຕ້ອງໄດ້ຮັບໂອກາດພັດທະນາຕົນເອງຢ່າງເຕັມທີ່ ແລະ ຈະບໍ່ມີໃຜຖືກຖິ້ມໄວ້ທາງຫຼັງຢ່າງເດັດຂາດ!

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles