ວັນທີ 24 ກໍລະກົດ 2026 ກະຊວງການເງິນ ໄດ້ຈັດກອງປະຊຸມປະກາດການຈັດຕັ້ງ ແລະ ຊັບຊ້ອນພະນັກງານນຳພາ-ຄຸ້ມຄອງ ລະດັບສູງຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ມີບັນດາຄະນະບໍລິຫານງານພັກກະຊວງ, ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກະຊວງເຂົ້າຮ່ວມ.
ໃນກອງປະຊຸມ, ຕາງໜ້າຄະນະຈັດຕັ້ງສູນກາງພັກ ແລະ ຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານເອກະສານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ດັ່ງນີ້:
ແຕ່ງຕັ້ງການນຳລະດັບສູງ ດັ່ງນີ້ :
1. ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນເປັນປະທານ ຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ເປັນ ປະທານຄະນະກຳມະການຮ່ວມມືລາວ-ຈີນ;
2. ແຕ່ງຕັ້ງທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ ເປັນຮອງປະທານ ຄະນະກຳມະການຮ່ວມມືລາວ-ຫວຽດນາມ;
3. ແຕ່ງຕັ້ງທ່ານ ນາງ ເພັດສະໝອນ ສອນ ເປັນ ຮອງລັດຖະມົນຕີ ກະຊວງການເງິນ;
4. ແຕ່ງຕັ້ງທ່ານ ສິດທິລົດ ຣາຊະພົນ ເປັນ ຄະນະປະຈຳພັກກະຊວງ ແລະ ເປັນຮອງລັດຖະມົນຕີກະຊວງການເງິນ.
ຂໍ້ມູນ: ກະຊວງການເງິນ


