ໃນວັນທີ 3 ກໍລະກົດ 2026 ທີ່ຜ່ານມາ ສປປ ລາວ ແລະ ມາເລເຊຍ ໄດ້ຮ່ວມກັນຈັດພິທີເປີດໂຕໂລໂກ້ສະຫຼອງຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນທາງການທູດຢ່າງເປັນທາງການ (1 ກໍລະກົດ 1966 – 1 ກົດລະກົດ 2026).
ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການເຂົ້າຮ່ວມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ແອດີ ເອຍວານ ມາຮມຸດ (Edi Irwan Mahmud) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະທູດ ແລະ ຜູ້ແທນຈາກອົງການສາກົນ.
ໃນພິທີ, ທ່ານທູດ ມາເລເຊຍ ໄດ້ເນັ້ນໜັກວ່າ ໂລໂກ້ນີ້ບໍ່ພຽງແຕ່ເປັນສັນຍາລັກຂອງ 6 ທົດສະວັດແຫ່ງມິດຕະພາບທີ່ສ້າງຂຶ້ນບົນພື້ນຖານການເຄົາລົບ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນເທົ່ານັ້ນ, ແຕ່ຍັງສະທ້ອນເຖິງປະຫວັດສາດຮ່ວມກັນ, ການຮ່ວມມືໃນປັດຈຸບັນ ແລະ ຄວາມມຸ່ງຫວັງໃນອະນາຄົດ.

ນອກຈາກນີ້, ຜູ້ນຳທັງສອງຝ່າຍໄດ້ມີການແລກປ່ຽນການຢ້ຽມຢາມລະດັບສູງຢ່າງຕໍ່ເນື່ອງ ເຊັ່ນ:
ມິຖຸນາ 2023: ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຢ້ຽມຢາມ ສປປ ລາວ.
ພຶດສະພາ 2025: ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຢ້ຽມຢາມມາເລເຊຍ.
ພຶດສະພາ 2026 (ຫຼ້າສຸດ): ນາຍົກລັດຖະມົນຕີທັງສອງໄດ້ພົບປະສອງຝ່າຍ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ເມືອງເຊບູ ປະເທດຟີລິບປິນ ເພື່ອຢືນຢັນຄວາມມຸ່ງໝັ້ນໃນການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.
ທ່ານ ໄມທອງ ທຳມະວົງສາ ໄດ້ເປີດເຜີຍຕົວເລກການຮ່ວມມືທາງດ້ານເສດຖະກິດທີ່ໜ້າສົນໃຈ ລະຫວ່າງ ສອງປະເທດ ດັ່ງນີ້:
ດ້ານການລົງທຶນ: ມາເລເຊຍ ຈັດຢູ່ອັນດັບ 4 ຂອງນັກລົງທຶນຕ່າງປະເທດໃນ ສປປ ລາວ, ໂດຍມີມູນຄ່າການລົງທຶນລວມສູງເຖິງປະມານ 946 ລ້ານໂດລາສະຫະລັດ.
ດ້ານການຄ້າສອງຝ່າຍ: ມີການຂະຫຍາຍຕົວຢ່າງກ້າວກະໂດດ ໂດຍມູນຄ່າການຄ້າເພີ່ມຂຶ້ນມາເປັນ 65 ລ້ານໂດລາສະຫະລັດ (ຈາກເດີມປະມານ 43 ລ້ານໂດລາສະຫະລັດ ໃນປີ 2024).
ລະດັບພາກພື້ນ: ປັດຈຸບັນ ມາເລເຊຍ ເປັນຄູ່ຄ້າອັນດັບ 4 ຂອງ ສປປ ລາວ ໃນກຸ່ມປະເທດອາຊຽນ ແລະ ຢູ່ອັນດັບ 13 ຂອງໂລກ.
ການຮ່ວມມືດັ່ງກ່າວ ບໍ່ພຽງແຕ່ຮັດແໜ້ນສາຍພົວພັນທາງການທູດ, ແຕ່ຍັງສ້າງໂອກາດການຈ້າງງານໃຫ້ແກ່ປະຊາຊົນລາວ ແລະ ມີສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຢ່າງຫຼວງຫຼາຍ.
ຕະຫຼອດປີ 2026 ນີ້, ທັງສອງປະເທດຈະມີການຈັດກິດຈະກຳສະຫຼອງຢ່າງຍິ່ງໃຫຍ່ ເຊັ່ນ: ການແລກປ່ຽນສານອວຍພອນລະຫວ່າງຜູ້ນຳ ແລະ ການຢ້ຽມຢາມລະດັບສູງຮ່ວມກັນ.
ໃນຕອນທ້າຍຂອງພິທີອັນມີຄວາມໝາຍນີ້, ທ່ານ ແອດີ ເອຍວານ ມາຮມຸດ ເອກອັກຄະລັດຖະທູດມາເລເຊຍ ກໍໄດ້ກ່າວອຳລາໜ້າທີ່ຢ່າງເປັນທາງການ ຫຼັງຈາກທີ່ໄດ້ປະຕິບັດພາລະກິດທາງການທູດ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການເສີມສ້າງສາຍພົວພັນ ລາວ-ມາເລເຊຍ ຢ່າງສົມກຽດ ຕະຫຼອດໄລຍະເວລາ 3 ປີເຄິ່ງ ທີ່ຜ່ານມາ.
Lao Youth Radio FM90MHz


