ຈາກບົດສຳພາດຂອງທີມງານ Lao Youth Radio ກັບ ດຣ. ນາໂອໂນລິ ຄາວະກຸໂບະ ຜູ້ຊ່ຽວຊານດ້ານການຜ່າຕັດຈາກ ມະຫາວິທະຍາໄລແພດສາດ ຄິວຊູ ປະເທດຍີ່ປຸ່ນ ພາຍໃຕ້ໂຄງການປິ່ນປົວມະເຮັງເດັກ ຂອງອົງການ Japan heart ທີ່ໂຮງໝໍເດັກ ນະຄອນຫຼວງວຽງຈັນ.
ຈາກການລົງພື້ນທີ່, ທ່ານໝໍເຜີຍວ່າ ປະເທດລາວເປັນປະເທດທີ່ຕ້ອງການຄວາມຊ່ວຍເຫຼືອດ້ານນີ້ຢ່າງຮີບດ່ວນທີ່ສຸດ ເພາະວ່າຍັງມີຂໍ້ຈຳກັດຫຼາຍດ້ານ ເປັນຕົ້ນແມ່ນ:
1. ການຂາດແຄນບຸກຄະລາກອນແພດສະເພາະທາງ.
2. ອຸປະກອນການຜ່າຕັດທີ່ຍັງບໍ່ພຽງພໍ ແລະ ຄວາມທ້າທາຍໃນການໃຫ້ຢາເຄມີບຳບັດ (ຄີໂມ) ທັງກ່ອນ-ຫຼັງຜ່າຕັດ.
ເຖິງຈະມີອຸປະສັກ, ແຕ່ທີມແພດຍີ່ປຸ່ນ ແລະ ທິມແພດໂຮງໝໍ ກໍໄດ້ສ້າງປາຕິຫານຊ່ວຍຊີວິດເດັກນ້ອຍໃນເຄສໜັກໆ ມາແລ້ວຫຼາກຫຼາຍເຄສ. ມີນ້ອງຄົນໜຶ່ງທີ່ເຄີຍໄດ້ຮັບການຜ່າຕັດກ້ອນເນື້ອຂະໜາດໃຫຍ່ໃນທ້ອງ ຈົນປັດຈຸບັນຍ່າງໄດ້ ແລະ ມີຄວາມຝັນຢາກເປັນທ່ານໝໍເພື່ອຊ່ວຍເຫຼືອຄົນອື່ນຕໍ່ໄປ ນີ້ຄືບາດກ້າວການມອບຊີວິດ ແລະ ອະນາຄົດໃໝ່ໃຫ້ແກ່ເດັກໃນລາວ.

ການຜ່າຕັດມະເຮັງໃຫ້ແກ່ເດັກໃນລາວມີຄວາມສ່ຽງ ແລະ ຊັບຊ້ອນສູງຫຼາຍ ເນື່ອງຈາກ:
1. ປະເພດທີ່ພົບຫຼາຍ: ສ່ວນໃຫຍ່ແມ່ນ ມະເຮັງໝາກໄຂ່ຫຼັງ ແລະ ມະເຮັງຕັບ ເຊິ່ງກ້ອນເນື້ອມັກຈະໃຫຍ່ ແລະ ຕິດພັນກັບເສັ້ນເລືອດໃຫຍ່.
2. ຄວາມສ່ຽງສູງ: ທ່ານໝໍຕ້ອງໃຊ້ຄວາມລະມັດລະວັງສູງສຸດເພື່ອ “ບໍ່ໃຫ້ກ້ອນມະເຮັງແຕກ” ໃນລະຫວ່າງຜ່າຕັດ ເພາະອາດເຮັດໃຫ້ເຊື້ອລາມໄດ້.
3. ເຄສທີ່ຍາກທີ່ສຸດ: ເຄສທີ່ກ້ອນເນື້ອງອກບໍລິເວນກົ້ນກົບແລ້ວດັນເຂົ້າຮ່າງກາຍ ທ່ານໝໍຕ້ອງຜ່າຕັດທາງໜ້າທ້ອງກ່ອນ ແລ້ວຈຶ່ງປິ້ນຄີງ (ພິກໂຕ) ມາຜ່າທາງຫຼັງອີກຮອບ.
ເບື້ອງຫຼັງຄວາມທຸ່ມເທ: ກ່ອນເດີນທາງມາລາວ ທີມແພດຍີ່ປຸ່ນ ແລະ ລາວ ໄດ້ປະສານງານກັນຜ່ານອີເມວ ແລະ ປະຊຸມອອນລາຍຢ່າງໃກ້ຊິດ ໂດຍທ່ານໝໍຍີ່ປຸ່ນເຖິງຂັ້ນຕ້ອງ ແຕ້ມຮູບຈຳລອງການຜ່າຕັດດ້ວຍຕົນເອງ ເພື່ອວາງແຜນທຸກຂັ້ນຕອນບໍ່ໃຫ້ມີຂໍ້ຜິດພາດ.

ການປິ່ນປົວຕໍ່ເນື່ອງ ແລະ ເປົ້າໝາຍ “ຄວາມຍືນຍົງ”
1. ບໍ່ໄດ້ຈົບພຽງໃນຫ້ອງຜ່າຕັດ: ຫຼັງຜ່າຕັດ ເດັກນ້ອຍຍັງຕ້ອງໄດ້ຮັບຢາຄີໂມຕໍ່ເນື່ອງ ແລະ ຕິດຕາມອາການຢ່າງໃກ້ຊິດຢ່າງໜ້ອຍ 1 ປີ.
2. ເປົ້າໝາຍຫຼັກຂອງອົງການ Japan Heart ບໍ່ແມ່ນມາຜ່າຕັດແລ້ວກັບ ແຕ່ຄືການ “ຖ່າຍທອດຄວາມຮູ້ ແລະ ເຕັກນິກຂັ້ນສູງ” ໃຫ້ແກ່ທີມແພດລາວ ເພື່ອໃຫ້ໃນອະນາຄົດ ບຸກຄະລາກອນການແພດຂອງລາວສາມາດຢືນຢັດ ແລະ ຜ່າຕັດເຄສຍາກໆ ເຫຼົ່ານີ້ໄດ້ດ້ວຍຕົນເອງ.
ວິທີສັງເກດອາການເບື້ອງຕົ້ນທີ່ພໍ່ແມ່ຕ້ອງຮູ້
ບັນຫາສ່ວນໃຫຍ່ຄື ພໍ່ແມ່ມັກພາລູກມາໂຮງໝໍໃນຕອນທີ່ກ້ອນເນື້ອໃຫຍ່ເກີນໄປ ທ່ານໝໍຈຶ່ງແນະນຳ 2 ວິທີງ່າຍໆ ຄື:
1. ໝັ່ນສັງເກດ ແລະ ສຳຜັດ: ເວລາອາບນ້ຳ ຫຼື ປ່ຽນເຄື່ອງໃຫ້ລູກ ໃຫ້ລອງໃຊ້ມືຈັບບາຍບໍລິເວນໜ້າທ້ອງຂອງເດັກຄ່ອຍໆ.
2. ຖ້າພົບກ້ອນແຂງ ຢ່ານິ້ງນອນໃຈ: ຖ້າຈັບພົບກ້ອນແຂງຜິດປົກກະຕິ ໃຫ້ຮີບພາລູກໄປພົບແພດທັນທີ ເພາະການກວດພົບໄວ ຄືກຸນແຈສຳຄັນໃນການຮັກສາໃຫ້ຫາຍຂາດ.

ສຽງ ແລະ ພາບທີ່ພາກພູມໃຈ ແມ່ນພໍ່ແມ່ຜູ້ປົກຄອງຂອງເດັກມີຮອຍຍິ້ມທີ່ສົດໃສ ຫຼາຍກວ່າເກົ່າ ເພາະໄດ້ເຫັນລູກມີຊີວິດທີ່ດີຫຼາຍຂຶ້ນ ແລະ ພວກເຂົາຍັງກ່າວຂອບອົກຂອບໃຈມາຍັງອົງການ Japan Heart ທີ່ໄດ້ມອບຊີວິດໃໝ່ໃຫ້ລູກຂອງຕົນປຽບດັ່ງຍົກພູເຂົາອອກຈາກເອິກ ຫາຫຍັງມາປຽບປານບໍ່ໄດ້. ສິ່ງດັ່ງກ່າວຄືຄຸນງາມຄວາມດີທີ່ຍີ່ປຸ່ນມີຕໍ່ປະເທດລາວຂອງພວກເຮົາຢ່າງແທ້ຈິງ.
ຕິດຕາມຂໍ້ມູນຂ່າວສານເພີ່ມເຕີມໄດ້ທີ່: ອົງການເຈແປນຮາດ – Japan Heart Laos
ນໍາສະເໜີຂ່າວໂດຍ: Lao youth radio FM90.0 MHz



