ການເປີດຕົວຄະນະທີ່ປຶກສາແຫ່ງຊາດ ພາຍໃຕ້ແຜນງານ TUSIP ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.
ນະຄອນຫຼວງວຽງຈັນ, 29 ເມສາ 2026 , ລັດຖະບານ ແຫ່ງ ສປປ ລາວ ໄດ້ເປີດຕົວຄະນະທີ່ປຶກສາແຫ່ງຊາດ ວ່າດ້ວຍການແຕ່ງດອງໃນເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ ການບັງຄັບແຕ່ງດອງ ຮ່ວມກັບຄູ່ຮ່ວມງານອົງການ ສປຊ ໂດຍການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ. ຄະນະທີ່ປຶກສາຖືເປັນຊ່ອງທາງໃໝ່ ເພື່ອເສີມສ້າງການປະສານງານ, ກຳນົດບຸລິມະສິດໃຫ້ຊັດເຈນ ແລະ ເລັ່ງລັດການຈັດຕັ້ງປະຕິບັດ ເພື່ອປົກປ້ອງເດັກຍິງ ແລະ ໄວໜຸ່ມຍິງ ແລະ ຊ່ວຍໃຫ້ພວກເຂົາມີສຸຂະພາບທີ່ດີ, ສືບຕໍ່ເຂົ້າໂຮງຮຽນ ແລະ ຢູ່ໃນເສັ້ນທາງທີ່ເໝາະສົມເພື່ອອະນາຄົດ.
ພາຍໃຕ້ການເປັນປະທານຂອງ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ຄະນະດັ່ງກ່າວ ໄດ້ເຕົ້າໂຮມ ພາກລັດຖະບານ, ອົງການ UNICEF, ອົງການ UNFPA ແລະ ຄູ່ຮ່ວມງານ ພາຍໃຕ້ແຜນງານພາກພື້ນ: ມຸ່ງໜ້າສູ່ການປົກຄຸມການເຂົ້າເຖິງດ້ານສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໃນພາກພື້ນອິນໂດ-ປາຊີຟິກ (TUSIP) ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ. ແຜນງານດັ່ງກ່າວ ຈະເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນມິຖຸນາ 2026 ຫາ ກໍລະກົດ 2028.
“ການເປີດຕົວຄະນະທີ່ປຶກສາແຫ່ງຊາດນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານລາວ ໃນການເພີ່ມທະວີການປະສານງານ ເພື່ອຍຸຕິການແຕ່ງດອງໃນເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ ການບັງຄັບແຕ່ງດອງ,” ກ່າວໂດຍ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານ ຄຊກມດ. “ການປົກປ້ອງເດັກຍິງ ແລະ ໄວໜຸ່ມຍິງ ແລະ ການເປີດໂອກາດໃຫ້ພວກເຂົາ ແມ່ນມີຄວາມຈຳເປັນ ຕໍ່ການເປັນຢູ່ທີ່ດີຂອງຄອບຄົວ ແລະ ຕໍ່ການພັດທະນາປະເທດຊາດຂອງພວກເຮົາ ໃນອະນາຄົດ.”
ການແຕ່ງດອງໃນເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ ການບັງຄັບແຕ່ງດອງ ຍັງຄົງເປັນບັນຫາທ້າທາຍທີ່ຮຸນແຮງ ໃນທົ່ວພາກພື້ນ, ເຊິ່ງເປັນສາເຫດຂອງການຖືພາກ່ອນໄວອັນຄວນ, ການອອກໂຮງຮຽນ, ສຸຂະພາບທີ່ຊຸດໂຊມ ແລະ ການຂາດໂອກາດທາງດ້ານເສດຖະກິດຂອງເດັກຍິງ. ພ້ອມກັນນັ້ນ, ມັນຍັງສ້າງຄວາມເສຍຫາຍຕໍ່ປະເທດເຊັ່ນ: ອີງຕາມການວິເຄາະຂອງ ອົງການ UNICEF ໃນ ສປປ ລາວ ໃນວ່າງບໍ່ດົນມານີ້ ໄດ້ຄາດຄະເນວ່າ ບັນຫາດັ່ງກ່າວສ້າງຄວາມເສຍຫາຍປະມານ 40 ລ້ານໂດລາສະຫະລັດຕໍ່ປີ ໃນນັ້ນ ລວມທັງການສູນເສຍດ້ານຜະລິດຕະພັນ ແລະ ແຮງງານທີ່ກ່ຽວພັນກັບການອອກໂຮງຮຽນກ່ອນກຳນົດ.
“ອົດສະຕຣາລີ ມີຄວາມຍິນດີທີ່ໄດ້ສະໜັບສະໜູນ ສປປ ລາວ, ອົງການ UNICEF ແລະ ອົງການ UNFPA ຜ່ານແຜນງານ TUSIP,” ກ່າວໂດຍ ທ່ານເຈມສ໌ ມໍສເກວ (James Morschel), ຮັກສາການຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ. “ການຍຸຕິການແຕ່ງດອງກ່ອນໄວອັນຄວນ ບໍ່ພຽງແຕ່ແມ່ນການປົກປ້ອງສິດທິ ແລະ ສຸຂະພາບເທົ່ານັ້ນ, ແຕ່ຍັງແມ່ນການຊ່ວຍໃຫ້ເດັກຍິງໄດ້ເຂົ້າໂຮງຮຽນ, ສ້າງທັກສະ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.”
ຄະນະທີ່ປຶກສາແຫ່ງຊາດ ຈະໃຫ້ຄຳແນະນຳທາງດ້ານຍຸດທະສາດ, ເສີມສ້າງຄວາມສອດຄ່ອງກັບບຸລິມະສິດແຫ່ງຊາດ ແລະ ຊ່ວຍກຳນົດທິດທາງໃນອະນາຄົດ ເພື່ອແກ້ໄຂການແຕ່ງດອງໃນເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ ການບັງຄັບແຕ່ງດອງ ໃນ ສປປ ລາວ.
“ການແຕ່ງດອງໃນໄວເດັກ, ການແຕ່ງດອງກ່ອນໄວອັນຄວນ ແລະ ການບັງຄັບໃຫ້ແຕ່ງດອງ ແມ່ນການຈຳກັດທາງເລືອກ ແລະ ໂອກາດຂອງເດັກຍິງ” ທ່ານ ບັກຕີຢໍ ຄາດີໂຣບ (Bakhtiyor Kadyrov), ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ . “ການປະສານງານທີ່ເຂັ້ມແຂງ, ຂໍ້ມູນຫຼັກຖານທີ່ຊັດເຈນ ແລະ ການຮ່ວມມືຢ່າງຕໍ່ເນື່ອງ ຈະສາມາດຊ່ວຍໃຫ້ພວກເຮົາໝັ້ນໃຈໄດ້ວ່າ ເດັກຍິງທຸກຄົນຈະມີສິດໃນການກຳນົດອະນາຄົດຂອງຕົນເອງ.”
ທີ່ມາ: ຂ່າວເສດຖະກິດ-ການຄ້າ Lao Economic daily




