ວາງສີລາຈາລຶກ! ເປີດສາກການກໍ່ສ້າງໂຄງການຍັກ “ວັງວຽງເຊັນໂທຣພລາຊາ” ມູນຄ່າ 216 ລ້ານໂດລາ

ວັນທີ 1 ມິຖຸນາ 2026, ໄດ້ມີພິທີວາງສີລາຈາລຶກ ໂຄງການວັງວຽງເຊັນໂທຣພລາຊາ (Vangvieng Central Plaza) ຢ່າງເປັນທາງການ ຢູ່ທີ່ບໍລິເວນສະໜາມບິນເກົ່າ ເມືອງວັງວຽງ ໂດຍມີທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມເປັນກຽດໃນພິທີ, ພ້ອມດ້ວຍການນຳຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ.

​ໂຄງການດັ່ງກ່າວ ໄດ້ຮັບການອະນຸມັດຈາກລັດຖະບານລາວໃຫ້ເປັນ ໂຄງການລະດັບຊາດຢ່າງເປັນທາງການ ພາຍໃຕ້ການລົງທຶນ ແລະ ພັດທະນາໂດຍ ບໍລິສັດ ອິຈີນ ວິສະວະກຳກໍ່ສ້າງລາວ ຈຳກັດ.

​ ລາຍລະອຽດ ແລະ ຈຸດເດັ່ນຂອງໂຄງການ:

​ ມູນຄ່າການລົງທຶນ: 216 ລ້ານໂດລາສະຫະລັດ.

​ ເນື້ອທີ່ກໍ່ສ້າງລວມ: 210,000 ຕາແມັດ.

​ ແນວຄິດການອອກແບບ: “ເມືອງວັງວຽງທີ່ບໍ່ມີວັນຫຼັບໄຫຼ” ໂດຍຈະສ້າງເປັນສູນລວມການຄ້າຄົບວົງຈອນແຫ່ງທຳອິດຂອງວັງວຽງ ທີ່ຮວບຮວມເອົາທັງແຫຼ່ງທ່ອງທ່ຽວ, ອາຫານການກິນ, ວັດທະນະທຳ, ການພັກຜ່ອນ ແລະ ການເປີດປະສົບການໃໝ່ໆ ໄວ້ໃນຈຸດດຽວ.

​ ຜົນປະໂຫຍດທີ່ຈະໄດ້ຮັບຕໍ່ເສດຖະກິດ ແລະ ສັງຄົມ:

​ ສ້າງວຽກເຮັດງານທຳ: ຄາດວ່າພາຍຫຼັງໂຄງການສຳເລັດ ຈະສາມາດສ້າງຕຳແໜ່ງງານໃຫ້ແກ່ປະຊາຊົນທ້ອງຖິ່ນໄດ້ເຖິງ 4,000 ຫາ 5,000 ຕຳແໜ່ງ, ຊ່ວຍຍົກລະດັບລາຍຮັບ ແລະ ຊີວິດການເປັນຢູ່ໃຫ້ດີຂຶ້ນ.

​ ພັດທະນາຕົວເມືອງ: ຊ່ວຍປັບປຸງພື້ນຖານໂຄງລ່າງຂອງເມືອງວັງວຽງໃຫ້ສົມບູນແບບ ແລະ ທັນສະໄໝ ພ້ອມທັງດຶງດູດນັກທ່ອງທ່ຽວເຂົ້າມານັບມື້ນັບຫຼາຍຂຶ້ນ.

​ ສ້າງລາຍຮັບໃຫ້ລັດ: ເປັນແຮງຂັບເຄື່ອນເສດຖະກິດ ໂດຍການສ້າງລາຍຮັບດ້ານພາສີ-ອາກອນ ໃຫ້ແກ່ລັດຖະບານຢ່າງຕໍ່ເນື່ອງ.

​ທ່ານ ພູວົງ ບຸນຊູ ປະທານກຳມະການປົກຄອງແຂວງວຽງຈັນ ໄດ້ເນັ້ນໜັກວ່າ ໂຄງການນີ້ຈະກາຍເປັນສູນກາງທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວທີ່ສຳຄັນ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຊ່ວຍກັນຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ການກໍ່ສ້າງສຳເລັດໄປຕາມແຜນການ ແລະ ກອບເວລາທີ່ກຳນົດໄວ້.

​ ກິດຈະກຳພິເສດ: ໃນໂອກາດດັ່ງກ່າວ, ບັນດາທ່ານການນຳທີ່ເຂົ້າຮ່ວມ ຍັງໄດ້ຮ່ວມກັນປູກຕົ້ນໄມ້ ຢູ່ທີ່ສະຖານທີ່ໂຄງການ ເພື່ອເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2026 ອີກດ້ວຍ.

ທີ່ມາ: ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles