ໃນໄຕມາດທີ 1 ຂອງປີ 2026, ສປປ ລາວ ຍັງຄົງເຜີຍໜ້າກັບຄວາມທ້າທາຍທາງເສດຖະກິດຫຼາຍດ້ານ ໂດຍສະເພາະຄວາມຜັນຜວນດ້ານເງິນຕາ, ລາຄາສິນຄ້າທີ່ປັບຕົວສູງ ແລະ ອັດຕາເງິນເຟີ້ທີ່ຍັງຄົງກົດດັນຕໍ່ຄ່າຄອງຊີບຂອງປະຊາຊົນ. ນອກຈາກນັ້ນ ໃນຊ່ວງເດືອນມີນາທີ່ຜ່ານມາ ລາວຍັງປະສົບກັບໄພທຳມະຊາດ ເຊັ່ນ ອາກາດຮ້ອນອົບເອົ້າ ແລະ ພາຍຸລູກເຫັບ ທີ່ສົ່ງຜົນກະທົບຕໍ່ຜົນຜະລິດກະສິກຳ ແລະ ໂຄງສ້າງພື້ນຖານໃນຫຼາຍພື້ນທີ່.
ແນວໃດກໍຕາມ ອີງຕາມຂໍ້ມູນຈາກ ສູນສະຖິຕິແຫ່ງຊາດ (ສຖຕ) ພົບວ່າ ເສດຖະກິດລາວຍັງສາມາດຮັກສາທິດທາງການເຕີບໂຕໄດ້ ໂດຍມີສອງຂະແໜງຫຼັກຄື ກະສິກຳ ແລະ ອຸດສາຫະກຳ ເປັນແຮງຂັບສຳຄັນ.
ໃນໄຕມາດ 1 ປີ 2026, ຂະແໜງກະສິກຳ ຂະຫຍາຍຕົວ 4.9% ສູງກວ່າໄລຍະດຽວກັນຂອງປີ 2025 ທີ່ຂະຫຍາຍຕົວ 2.4% ຄິດເປັນມູນຄ່າ 17,899 ຕື້ກີບ ຫຼື ກວມ 18.7% ຂອງ QGDP.
ຂະແໜງທີ່ຂະຫຍາຍຕົວເດັ່ນ ປະກອບມີ:
ປ່າໄມ້ ຂະຫຍາຍຕົວ 6.4%
ປະມົງ ຂະຫຍາຍຕົວ 6.3%
ລ້ຽງສັດ ຂະຫຍາຍຕົວ 6.3%
ປູກຝັງ ຂະຫຍາຍຕົວ 3.5%
ຕົວເລກນີ້ ສະທ້ອນໃຫ້ເຫັນວ່າ ຂະແໜງກະສິກຳຍັງຄົງເປັນຖານຮາກສຳຄັນ ທີ່ຊ່ວຍພະຍຸງເສດຖະກິດລາວ ໃນທ່າມກາງຄວາມຜັນຜວນ.
ຂະແໜງອຸດສາຫະກຳ ໃນໄຕມາດ 1 ປີ 2026 ຂະຫຍາຍຕົວ 5.6% ສູງຂຶ້ນຈາກ 4.9% ໃນໄລຍະດຽວກັນຂອງປີ 2025 ຄິດເປັນມູນຄ່າ 30,607 ຕື້ກີບ ຫຼື ກວມ 32.0% ຂອງ QGDP.
ຂະແໜງຍ່ອຍທີ່ເຕີບໂຕໂດດເດັ່ນ ປະກອບມີ:
ອຸດສາຫະກຳປຸງແຕ່ງອື່ນໆ ຂະຫຍາຍຕົວ 7.6%
ນ້ຳປະປາ ແລະ ບໍລິຫານສິ່ງເສດເຫຼືອ ຂະຫຍາຍຕົວ 7.3%
ການກໍ່ສ້າງ ຂະຫຍາຍຕົວ 7.1%
ອຸດສາຫະກຳເຄື່ອງດື່ມ ແລະ ຢາສູບ ຂະຫຍາຍຕົວ 5.5%
ພະລັງງານໄຟຟ້າ ຂະຫຍາຍຕົວ 4.8%
ຂະນະທີ່ ອຸດສາຫະກຳຜະລິດແຜ່ນແພ, ເຄື່ອງນຸ່ງຮົ່ມ, ເກີບ, ເຄື່ອງໜັງ, ບໍ່ແຮ່ ແລະ ອາຫານ ຍັງຂະຫຍາຍຕົວໃນລະດັບ 3.7%-3.9% ຕາມລຳດັບ.
ຕົວເລກນີ້ສະທ້ອນວ່າ ຂະແໜງອຸດສາຫະກຳ ຍັງຄົງເປັນແຮງຂັບສຳຄັນ ໃນການສ້າງວຽກງານ, ດຶງດູດການລົງທຶນ ແລະ ຂັບເຄື່ອນການຜະລິດພາຍໃນ. ![]()
ຍັງຕ້ອງຈັບຕາໄຕມາດ 2
ແມ່ນແມ່ນວ່າ ໄຕມາດ 1 ຂອງປີ 2026 ຈະສະທ້ອນໃຫ້ເຫັນສັນຍານບວກຈາກຂະແໜງຫຼັກ ແຕ່ເສດຖະກິດລາວຍັງຕ້ອງເຜີຍໜ້າກັບຫຼາຍຄວາມສ່ຽງ ທັງເງິນເຟີ້, ຄ່າເງິນຜັນຜວນ, ຕົ້ນທຶນສູງ ແລະ ຜົນກະທົບຈາກສະພາບອາກາດ.
ໄຕມາດ 2 ຈຶ່ງເປັນອີກຊ່ວງສຳຄັນ ທີ່ຈະຊີ້ວັດວ່າ ເສດຖະກິດລາວຈະສາມາດ “ປະຄອງສະຖຽນລະພາບ” ແລະ ຮັກສາແຮງສົ່ງຂອງການເຕີບໂຕໄດ້ຫຼາຍປານໃດ. ![]()
ອ້າງອີງ: ສູນສະຖິຕິແຫ່ງຊາດ (ສຖຕ)
Lao Youth Radio

