ແຂວງອັດຕະປື ມອບເຂົ້າສານ 2 ໂຕນ ໃຫ້ 2 ແຂວງຫວຽດນາມ

ໃນວັນທີ 26 ກຸມພານີ້, ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງອັດຕະປື ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນ 2 ແຂວງເພື່ອນມິດຍຸດທະສາດ ຄື: ໃນຕອນເຊົ້າ ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນຄະນະພັກ ນະຄອນດານັງ ໂດຍການຕ້ອນຮັບຂອງ ສະຫາຍ ເລ ຫງອກ ກວງ ກຳມະການສູນກາງພັກ ເລຂາພັກນະຄອນດານັງ ທີ່ສໍານັກງານຫ້ອງວ່າການຄະນະພັກ ນະຄອນດານັງ, ຊຶ່ງທັງສອງຝ່າຍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ສະຫາຍເລຂາພັກແຂວງອັດຕະປື ຍັງໄດ້ຕາງໜ້າຄະນະພັກ, ຄະນະນໍາ ແລະ ປະຊາຊົນຊາວແຂວງອັດຕະປື ໄດ້ອວຍພອນໄຊ ມາຍັງຄະນະພັກ, ຄະນະນໍາ ແລະ ປະຊາຊົນ ທົ່ວນະຄອນດານັງ ຈົ່ງມີສຸກຂະພາບແຂງແຮງ ປະສົບຜົນສໍາເລັດໃນການສ້າງສາ ແລະ ພັດທະນານະຄອນດານັງ ໃຫ້ມີຄວາມຈະເລີນ ສີວິໄລ.

ໂອກາດດຽວກັນ ແຂວງອັດຕະປື ຍັງໄດ້ມອບເຂົ້າສານ ຈຳນວນ 1 ໂຕນ ໃຫ້ແກ່ນະຄອນດານັງ ເພື່ອຊ່ວຍເຫຼືອປະຊາຊົນທີ່ປະສົບໄພນໍ້າຖ້ວມໃນປີຜ່ານມາ.

ໃນຕອນບ່າຍຂອງວັນດຽວກັນ ກໍໄດ້ເຄື່ອນໄຫວຢ້ຽມຢາມ ແຂວງເຫວ໋, ໂດຍການຕ້ອນຮັບໄດ້ມີຂຶ້ນທີ່ຫ້ອງວ່າການຄະນະພັກແຂວງ, ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ຫງວຽນ ດິ່ງ ຈຸງ ກຳມະການສູນກາງພັກ ເລຂາພັກແຂວງເຫວ໋, ຊຶ່ງການຢ້ຽມຢາມຄັ້ງນີ້ ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການລົງນາມໃນ ບົດບັນທຶກຊ່ວຍຈຳ (MOU) ການຮ່ວມມືຮອບດ້ານ ໄລຍະປີ ແຕ່ປີ 2026-2030, ຊຶ່ງມີແຜນຈະລົງນາມຮ່ວມກັນພາຍໃນປີ 2026 ນີ້.

ເນື່ອງຈາກແຂວງເຫວ໋ ໄດ້ຮັບຜົນກະທົບຈາກພະຍຸໃນເດືອນຕຸລາ ແລະ ພະຈິກ 2025, ຄະນະນຳແຂວງອັດຕະປື ໄດ້ມອບເຂົ້າສານ ຈຳນວນ 1 ໂຕນ ແລະ ເງິນສົດ ຈຳນວນ 150 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ແຂວງເຫວ໋.

ທີ່ມາ: ປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles