ພຽງເດືອນດຽວ ທົ່ວປະເທດມີອຸບັດຕິເຫດ 801 ຈຸດ ມູນຄ່າຄວາມເສຍຫາຍກວ່າ 31 ຕື້ກີບ

ອີງຕາມ​ການ​ລາຍງານ​ຈາກ​ ກົມຕຳຫຼວດຈະລາຈອນ​​: ເດືອນ​​ມັງກອນ​ 2026​ ທີ່ຜ່ານມາ ມີອຸບປະຕິເຫດເກີດຂຶ້ນທັງໝົດ 801 ກໍລະນີ​ ເພີ່ມຂຶ້ນ​ 235 ກໍລະນີ, ພາຫະນະ​ເປ່ເພ​ 1,435 ຄັນ, ເພີ່ມຂຶ້ນ​ 394 ຄັນ, ຄົນໄດ້ຮັບບາດເຈັບ 1,149, ຍິງ​ ​447 ຄົນ, ເພີ່ມຂຶ້ນ​ 232 ຄົນ​ ແລະ​ ມີຄົນເສຍຊີວິດ 113 ຄົນ, ຍິງ​ 37 ຄົນ,​ ເພີ່ມຂຶ້ນ​ 27 ຄົນ.

ສະເພາະຢູ່ນະຄອນຫຼວງວຽງຈັນ ມີອຸບປະຕິເຫດເກີດຂຶ້ນຫຼາຍກວ່າໝູ່ ມີທັງໝົດ 128 ກໍລະນີ, ຫຼຸດລົງ​ 05 ກໍລະນີ, ພາຫະນະ​ເປ່ເພ​ 249​ ຄັນ, ຫຼຸດລົງ​ 17 ຄັນ, ຄົນໄດ້ຮັບບາດເຈັບ 143 ຄົນ, ຫຼຸດລົງ​ 02 ຄົນ​ ແລະ​ ມີຄົນເສຍຊີວິດ 27 ຄົນ,​ ຫຼຸດລົງ​ 01 ຄົນ.

ສ່ວນສາເຫດຂອງການເກີດອຸບປະຕິ​ເຫດອັນດັບໜຶ່ງແມ່ນມາຈາກ ໃຊ້ຄວາມໄວເກີນ,​ດື່ມສິ່ງມຶນເມົາແລ້ວຂັບຂີ່, ປ່ຽນທິດທາງເດີນບໍ່ຮັບປະກັນ, ​ບໍ່ປ່ອຍສິດ,​ ຊິງຂຶ້ນໜ້າບໍ່ຮັບປະກັນ,​ ລ່ວງປ້າຍຫ້າມ,​ ສະພາບເຕັກນິກ​ແລະອື່ນໆ.​

ຊ່ວງເວລາ ທີ່ມັກເກີດເຫດອຸບປະຕິເຫດຫຼາຍກວ່າໝູ່ ແມ່ນ​ ເວລາ ແຕ່ 08:00 ໂມງ ຫາ 16:00 ໂມງແລງ,​ ເກີດຂຶ້ນສູງເຖິງ​ 394 ກໍລະນີ​ ແລະ​ ວັນເສົາແມ່ນວັນທີ່ມີອຸບປະຕິເຫດເກີດຂຶ້ນຫຼາຍກວ່າວັນອື່ນ.​

ຄົນອາຍຸ 16-30 ປີ ແມ່ນມີສະຖິຕິເກີດອຸບປະຕິເຫດ​ຫຼາຍກວ່າໝູ່ ຮອງ​ລົງມາ​ ແມ່ນ​ ອາຍຸຕໍ່າກວ່າ 15​ ປີ​ ແລະ ເກີດຂຶ້ນກັບອາຊີບກຳມະກອນ​ ສູງກວ່າໝູ່,​ ຮອງລົງມາແມ່ນອາຊີບຂັບລົດ ແລະ​ ນັກຮຽນ,​ ນັກສຶກສາຕາມອັນດັບ.​

​ຄິດເປັນມູນຄ່າເສຍຫາຍ​ ທີ່ເກີດຈາກອຸບປະຕິເຫດ ໃນເດືອນມັງກອນ ຈໍານວນ 31,544,400,000 ກີບ.​ (ສາມສິບເອັດຕື້ຫ້າຮ້ອຍສີ່ສິບສີ່ລ້ານສີ່ແສນກີບ) ແລະ​ ເພີ່ມຂຶ້ນ ຈາກເດືອນ ທັນວາ​ ຈໍານວນ 4,633,880,000 ກີບ. (ສີ່ຕື້ຫົກຮ້ອຍສາມສິບສາມລ້ານແປດແສນແປດສິບພັນກີບ).

Lao Youth​ ​Radio​ FM​90​MHz​

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles