ງານບຸນຜີຕາໂຂນ ຈະຈັດຂຶ້ນລະຫວ່າງວັນທີ 31 ມັງກອນ – 2 ກຸມພາ 2026 ນີ້ ທີ່ເມືອງປາກລາຍ ແຂວງໄຊຍະບູລີ

ງານບຸນເທສະການ ຜີຕາໂຂນ ຈະມາເຖິງແລ້ວ! ມາຮ່ວມສືບສານປະເພນີບັນພະບຸລຸດກັນ !

ຂ່າວດີມາແລ້ວ! ງານບຸນເທສະການ ຜີຕາໂຂນ ທີ່ຫຼາຍຄົນລໍຖ້າ ຈະຈັດຂຶ້ນໃນວັນທີ 31 ມັງກອນ ຫາ 2 ກຸມພາ 2026 ນີ້ ທີ່ເມືອງປາກລາຍ, ແຂວງໄຊຍະບູລີ.

3 ວັນ 3 ຄືນ ມ່ວນຊື່ນແບບເຕັມອີ່ມ

ງານນີ້ຈັດປີລະເທື່ອ ໃນເດືອນທໍາອິດຂອງປີ ໂດຍໝໍເມືອງຈະເປັນຜູ້ເລືອກວັນດີ. ທັງໝົດນີ້ແມ່ນສ່ວນໜຶ່ງຂອງບຸນພະເວດ ທີ່ຊາວບ້ານຈັດເພື່ອສ້າງບຸນກຸສົນ.

ວັນທີ 1: ຜີຕາໂຂນມາແລ້ວ! ມື້ທໍາອິດແມ່ນໄຮໄລ້ທີ່ສຸດ! ຊາວບ້ານຈະໃສ່ໜ້າກາກທີ່ເຮັດຈາກແກບເຂົ້າ ຫຼື ໃບໝາກພ້າວ, ໃສ່ໝວກທີ່ເຮັດຈາກຫວດນຶ່ງເຂົ້າ, ນຸ່ງເຄື່ອງຜ້າຕ່ອງ ແຕ້ມສີສັນສົດໃສ. ພວກເຂົາຈະຄ້ອງລະຄັງ ແລະ ໄມ້ທີ່ແກະສະລັກ ເພື່ອຂໍຄວາມຄຸ້ມຄອງຈາກຜີຕາໂຂນ ຊຶ່ງເປັນວິນຍານຂອງບັນພະບຸລຸດ. ມີການຫຼິ້ນເກມ ແລະ ການແຫ່ແຫນອີກດ້ວຍ.

ຕາມຕໍານານແລ້ວ ປະເພນີນີ້ມາຈາກເລື່ອງພະເວສສັນດອນຊາດົກ ທີ່ເລົ່າວ່າ ພະພຸດທະເຈົ້າໃນຊາດກ່ອນເປັນເຈົ້າຊາຍທີ່ເດີນທາງໄກ ຈົນຄົນຄິດວ່າສິ້ນພະຊົນແລ້ວ. ພໍກັບຄືນມາ ຊາວບ້ານດີໃຈຫຼາຍ ຈັດງານໃຫຍ່ ສຽງດັງຈົນຜີຕາຍຍັງຕື່ນຂຶ້ນມາຮ່ວມສະເຫຼີມສະຫຼອງ!

ວັນທີ 2: ບັ້ງໄຟ ແລະ ການແຂ່ງຂັນ ມື້ທີສອງຈະມີການຈູດບັ້ງໄຟ, ປະກວດເຄື່ອງນຸ່ງ, ປະກວດເຕັ້ນລໍາ ແລະ ແຫ່ແຫນຕໍ່.

ວັນທີ 3: ຟັງເທດ ສ້າງບຸນ ມື້ສຸດທ້າຍ ຊາວບ້ານຈະໄປວັດຟັງພະສົງເທດສະໜາ ປິດທ້າຍງານບຸນດ້ວຍຄວາມສະຫງົບ.

ໄຊຍະບູລີ ບໍ່ພຽງແຕ່ມີຜີຕາໂຂນ!

ຫຼັງຈາກຮ່ວມງານບຸນແລ້ວ ຢ່າລືມທ່ຽວຊົມແຂວງໄຊຍະບູລີ ທີ່ຢູ່ຫ່າງຈາກນະຄອນຫຼວງພຽງ 300 ກິໂລແມັດ. ທີ່ນີ້ມີ:

• 29 ແຫຼ່ງທ່ອງທ່ຽວທໍາມະຊາດ

• 12 ສະຖານທີ່ວັດທະນະທໍາ

• 6 ແຫຼ່ງປະຫວັດສາດ

• ເຂດປ່າສະຫງວນແຫ່ງຊາດທີ່ອຸດົມສົມບູນ

ສໍາລັບຊາວໄຊຍະບູລີ ງານບຸນຜີຕາໂຂນບໍ່ພຽງແຕ່ຮັກສາຮີດຄອງປະເພນີ ແລະ ຖ່າຍທອດໃຫ້ຄົນລຸ້ນໃໝ່ ແຕ່ຍັງດຶງດູດນັກທ່ອງທ່ຽວມາສ້າງລາຍໄດ້ໃຫ້ທ້ອງຖິ່ນອີກດ້ວຍ.

ມາເດີ້! ພວກເຮົາໄປຮ່ວມງານບຸນຜີຕາໂຂນນໍາກັນ ຮັບຮອງວ່າ ມ່ວນທຸກປີ!

ຄັດ ແລະ ຮຽບຮຽງຈາກ: VientianeTimes

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles