2026 ລາວ ສູ້ຊົນ GDP ເຕີບໂຕ 6% ຫຼັງ 5 ປີເກັບລາຍຮັບທະລຸແຜນ 140%

ອີງຕາມການ ຖະແຫຼງຂ່າວ ທ່ານ ສອນໄຊ ສິດພະໄຊ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫຼງຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ທີ່ດຳເນີນໃນວັນທີ 12-13 ມັງກອນ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ.

ຕີລາຄາການຈັດຕັ້ງປະຕິບັດໄລຍະ 5 ປີ (2021-2025) ແລະ ປີ 2025 ເຖິງວ່າຈະມີສິ່ງທ້າທາຍຈາກສະພາບໂລກ ແລະ ໄພທຳມະຊາດ, ແຕ່ລັດຖະບານສາມາດຮັກສາສະຖຽນລະພາບ ແລະ ສ້າງຜົນງານທີ່ພົ້ນເດັ່ນດັ່ງນີ້:

ດ້ານເສດຖະກິດ: GDP ຂະຫຍາຍຕົວສະເລ່ຍ 4,24% (ປີ 2025 ບັນລຸ 4,8%).

ດ້ານງົບປະມານ: 5 ປີ ເກັບລາຍຮັບໄດ້ 252 ພັນຕື້ກີບ (140% ຂອງແຜນການ), ປີ 2025 ປະຕິບັດໄດ້ 75,4 ພັນຕື້ກີບ. ການຄວບຄຸມເງິນເຟີ້: ຫຼຸດລົງຈາກລະດັບ 41% ໃນປີ 2023 ມາຢູ່ທີ່ 5,6% ໃນເດືອນທັນວາ 2025. ຄັງສຳຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າໄດ້ 6,45 ເດືອນ. ດ້ານການຜະລິດ: 5 ປີ ຜະລິດເຂົ້າເປືອກໄດ້ 18,9 ລ້ານໂຕນ; ສົ່ງອອກກະສິກຳໄດ້ 8 ຕື້ກວ່າໂດລາ (ລື່ນແຜນ 35%). ພະລັງງານ ແລະ ບໍ່ແຮ່: ຜະລິດໄຟຟ້າໄດ້ 251 ພັນລ້ານກິໂລວັດໂມງ, ສົ່ງອອກໄດ້ 195 ພັນລ້ານກິໂລວັດໂມງ (152% ຂອງແຜນ); ຈຳໜ່າຍແຮ່ທາດໄດ້ 13 ຕື້ໂດລາ. ໂຄງລ່າງພື້ນຖານ: ສຳເລັດທາງລົດໄຟ ລາວ-ຈີນ, ລາວ-ໄທ ໄລຍະ 2; ຟື້ນຟູທາງເລກ 13 ເໜືອ-ໃຕ້ ແລະ ທາງເລກ 8 ຄວາມຍາວ 400 ກວ່າ ກມ; ອອກໃບຕາດິນໄດ້ 796 ພັນກວ່າຕອນ.

ວຽກງານພົ້ນເດັ່ນອື່ນໆ: ສຳເລັດການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45; ປັບປຸງກົງຈັກການຈັດຕັ້ງ ແລະ ສ້າງຕັ້ງ 640 ຕາແສງ ທົ່ວປະເທດ.

ທິດທາງແຜນວຽກຈຸດສຸມ ປີ 2026 ກອງປະຊຸມໄດ້ກຳນົດ 15 ວຽກງານສຳຄັນ ເພື່ອສືບຕໍ່ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030):

ຄາດໝາຍຫຼັກ: ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6% ຕໍ່ປີຂຶ້ນໄປ, ລາຍຮັບຕໍ່ຫົວຄົນ (GDP per capita) ໃຫ້ໄດ້ 3.104 ໂດລາ ໃນປີ 2030. ການເມືອງ: ຮັກສາຄວາມສະຫງົບ, ແກ້ໄຂປະກົດການຫຍໍ້ທໍ້ ແລະ ວຽກງານ 3 ສ້າງ. ການເລືອກຕັ້ງ: ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ກະກຽມກົນໄກລັດຖະບານ ຊຸດທີ X. ເສດຖະກິດເອກະລາດ: ຊຸກຍູ້ການສ້າງເສດຖະກິດທີ່ເປັນເຈົ້າຕົນເອງໃຫ້ເປັນຮູບປະທຳ. ການເງິນ: ເກັບລາຍຮັບໃຫ້ໄດ້ບໍ່ຫຼຸດ 20% ຂອງ GDP; ຫຼຸດໜີ້ສິນສາທາລະນະ; ຊຸກຍູ້ການໃຊ້ ເງິນກີບ ແລະ ສະກຸນເງິນທ້ອງຖິ່ນໃນການຊຳລະກັບຕ່າງປະເທດ. ພະລັງງານ: ເນັ້ນໄຟຟ້າສະອາດ, ເຂັ້ມງວດການຄຸ້ມຄອງໂຄງການຂຸດຄົ້ນແຮ່ທາດ ແລະ ສິ່ງແວດລ້ອມ. ຄົມມະນາຄົມ: ພັດທະນາເສັ້ນທາງທຸກລະບົບຕາມແລວທາງເສດຖະກິດໃຫ້ທົນທານ. ການສຶກສາ: ແກ້ໄຂການຂາດແຄນຄູ ແລະ ປະລະການຮຽນ; ກະກຽມຫຼັກສູດ 6+3+3 ໃນສົກປີ 2028-2029. ແຮງງານ: ພັດທະນາສີມືແຮງງານ ແລະ ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ. ສາທາລະນະສຸກ: ປັບປຸງໂຄງລ່າງ, ຂະຫຍາຍປະກັນສັງຄົມ ແລະ ປະກັນສຸຂະພາບ. ວັດທະນະທຳ-ທ່ອງທ່ຽວ: ອະນຸລັກຮີດຄອງປະເພນີ ແລະ ປັບປຸງໂຄງລ່າງທ່ອງທ່ຽວໃຫ້ປອດໄພ. ພັດທະນາຊົນນະບົດ: ແກ້ໄຂຄວາມທຸກຍາກ ແລະ ຈັດສັນອາຊີບຄົງທີ່ໃຫ້ເຂດຫ່າງໄກສອກຫຼີກ.

ການປົກຄອງ: ປັບປຸງກົງຈັກທ້ອງຖິ່ນ, ແບ່ງຂັ້ນຄຸ້ມຄອງ ແລະ ສ້າງຕັ້ງຕາແສງໃຫ້ສຳເລັດ. ຍຸຕິທຳ: ເລັ່ງຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ປັບປຸງກົດໝາຍໃຫ້ມີປະສິດທິຜົນ. ການຕ່າງປະເທດ: ຜັນຂະຫຍາຍໝາກຜົນກອງປະຊຸມສຸດຍອດ ແລະ ສືບຕໍ່ເຄື່ອນໄຫວຢ່າງມີໄຫວພິບ ບົນຈິດໃຈປະຢັດ.

ທີ່ມ: ຂ່າວເສດຖະກິດ ສັງຄົມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles