ວັນທີ 20 ພະຈິກ ແມ່ນວັນສົນທິສັນຍາວ່າດ້ວຍສິດທິເດັກ ຫຼື ວັນເດັກໂລກ ຄົບຮອບ 36 ປີ, (20-11-1989 ຫາ 20-11-2025).
ໃນປີ 1954 ອົງການສະຫະປະຊາຊາດ ໄດ້ກຳນົດເອົາວັນທີ ວັນທີ 20 ພະຈິກ ເປັນວັນເດັກໂລກ (World Children’s Day) ເພື່ອສົ່ງເສີມຄວາມຮ່ວມມືລະຫວ່າງປະເທດ ໃນການປັບປຸງສະຫວັດດີພາບຂອງຊີວິດເດັກທົ່ວໂລກ ນອກນີ້ ໃນວັນທີ 20 ພະຈິກ ຍັງມີຄວາມສຳຄັນຄືເປັນວັນທີ່ສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດ ປະກາດໃຊ້ສິດເດັກໃນປີ 1959 ແລະ ເປັນວັນທີ່ປະກາດໃຊ້ອະນຸສັນຍາວ່າດ້ວຍສິດທິເດັກໃນປີ 1989 ອີກດ້ວຍ.

