ຂ່າວດີ ! ຂໍເຊີນຊວນຊາວໜຸ່ມໄວໜຸ່ມທຸກໄວ ເຂົ້າຮ່ວມການແຂ່ງຂັນແຕ່ງກາບກອນ ພາຍໃຕ້ຫົວຂໍ້: “ຍົກສູງບົດບາດການນຳພາຂອງພັກພະນັກງານວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”

ຂ່າວດີ ! ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂໍເຊີນຊວນຊາວໜຸ່ມໄວໜຸ່ມ ເປີດກວ້າງໃຫ້ແກ່ນັກຂ່າວ, ພະນັກງານຂົງເຂດສື່ມວນຊົນ-ພິມຈຳໜ່າຍ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປທີ່ມີພອນສະຫວັນ.

ໃນຂອບເຂດທົ່ວປະເທດ ສົ່ງຜົນງານ ເຂົ້າຮ່ວມແຂ່ງຂັນແຕ່ງກາບກອນ ເພື່ອຮ່ວມສະເຫຼີມສະຫຼອງ ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຊິງເງິນລາງວັນ ລວມມູນຄ່າ 7 ລ້ານກີບ ! ພາຍໃຕ້ຫົວຂໍ້: “ຍົກສູງບົດບາດການນຳພາຂອງພັກພະນັກງານວຽກງານສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”.

ມາດຖານ ແລະ ເງື່ອນໄຂຂອງບົດກອນ

1. ຮູບແບບ: ຕ້ອງເປັນກາບກອນລາວ ທີ່ຖືກຕ້ອງຕາມຫຼັກໄວຍາກອນ, ລັກສະນະ (ມີການສຳຜັດນອກ-ສຳຜັດໃນ ຖືກຕ້ອງ).

2. ຄວາມຍາວ: ບໍ່ຫຼຸດ 5 ບາດ ແລະ ບໍ່ເກີນ 15 ບາດ.

3. ຄຸນສົມບັດເນື້ອໃນ: ເນື້ອຫາສ້າງສັນ, ບໍ່ມີລັກສະນະບິດເບືອນ, ບໍ່ຂັດຕໍ່ລະບຽບກົດໝາຍ ແລະ ວັດທະນະທຳອັນດີງາມຂອງຊາດ.

4. ຜູ້ເຂົ້າຮ່ວມ: ເປີດກວ້າງໃຫ້ແກ່ນັກຂ່າວ, ພະນັກງານຂົງເຂດສື່ມວນຊົນ-ພິມຈຳໜ່າຍ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນທົ່ວໄປທີ່ມີພອນສະຫວັນ.

ກຳນົດເວລາ

• ມື້ເປີດຮັບສະໝັກ ແລະ ເລີ່ມໂຄງການ: 15 ມິຖຸນາ 2026

• ມື້ປິດຮັບສະໝັກ: 30 ມິຖຸນາ 2026

• ມື້ປະກາດຜົນຜູ້ຊະນະເລີດ: 03 ກໍລະກົດ 2026 (ຜ່ານຊ່ອງທາງເຟສບຸກເພຈ: ສື່ມວນຊົນຊາວໜຸ່ມລາວ Lao Youth Mass Media ແລະ Lao Youth Radio FM 90.0 Mhz)

ເງິນລາງວັນ:

– ຊະນະເລີດ: ລາງວັນທີ 1 ມູນຄ່າ 3,000,000 ກີບ ພ້ອມໃບຍ້ອງຍໍ

– ຮອງຊະນະເລີດ ອັນດັບ 1: 2,000,000 ກີບ ພ້ອມໃບາຍ້ອງຍໍ

– ຮອງຊະນະເລີດ ອັນດັບ 2: 1,000,000 ກີບ ພ້ອມໃບຍ້ອງຍໍ

– ລາງວັນຊົມເຊີຍ 2 ລາງວັນລາງວັນລະ: 500,000 ກີບ ພ້ອມໃບຍ້ອງຍໍ

ສອບຖາມຂໍ້ມູນເພີ່ມຕື່ມ: ໂທ & ວອດແອັບ 020-57621789

ໃນໂມງລັດຖະການ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles