ເຊີນຊວນໄວໜຸ່ມ 10-16 ປີ ສະໝັກເຂົ້າງານຝຶກອົບຮົມ ແລະ ແຂ່ງຂັນ ການສ້າງແອັບ ແລະ ເກມ ໃນງານ Toyota Future Innovation Lab

ຂ່າວດີ ! ບໍລິສັດ Toyota Laos ຂໍເຊີນ ນ້ອງໆ ອາຍຸລະຫວ່າງ 10-16 ປີ ເຂົ້າຮ່ວມການຝຶກອົບຮົມ ແລະ ການແຂ່ງຂັນ ການສ້າງແອັບ ແລະ ການຜະລິດເກມ ໃນງານ Toyota Future Innovation Lab, ພ້ອມລຸ້ນລາງວັນ ທຶນການສຶກສາ ມູນຄ່າລວມ 5 ລ້ານກີບ.

ເງື່ອນໄຂການສະໝັກ:

– ອາຍຸ ລະຫວ່າງ 10-16 ປີ

– ສະໝັກດ່ຽວ ຫຼື ເປັນຄູ່ ມາກໍ່ໄດ້

– ມີສະມາດໂຟນ, ຄອມພິວເຕີ ແບບພົກພາ ເປັນຂອງຕົນເອງ

– ມັກຮັກ ໃນການສ້າງແອັບ ແລະ ການສ້າງເກມອອນລາຍ

– ຮູ້ຈັກນໍາໃຊ້ ປັນຍາປະດິດຂັ້ນພື້ນຖານ

ໂປຮແກມ ເຄື່ອງມືທີ່ຈະໃຊ້: Springin, Gemini

ວັນເວລາ:

– ປິດຮັບສະໝັກ: 12/03/2026

– ວັນຝຶກອົບຮົມ: 14/03/2026

– ວັນແຂ່ງຂັນ: 21/03/2026

– ເວລາ: 13:30-16:30

– ສະຖານທີ່: Toyota SQUARE ພາກຊັນ, ນະຄອນຫຼວງວຽງຈັນ

ສະໝັກຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ

ສະໝັກອອນລາຍຜ່ານລິ້ງຕໍ່ໄປນີ້: https://forms.gle/m7A3QxKQve7R45nk8

ສະເພາະຜູ້ໄດ້ຮັບຄັດເລືອກ ທາງທີມງານ ຈະຕິດຕໍ່ກັບຫາທ່ານ.

ສອບຖາມຂໍ້ມູນເພີ່ມຕື່ມ: 020-55400099

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles