34 C
Vientiane
Thursday, March 13, 2025

ມອບ​ -​ ຮັບ​ອາຄານນອນຄົນເຈັບ ຫຼັງໃໝ່ຂອງແຂວງຈໍາປາສັກ

ວັນທີ​ 12​ ມີນາ​ 2025,​ ໄດ້ມີພິທີມອບ​ -​ ຮັບ​ ອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ​ຫຼັງໃໝ່ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ. ອາຄານນອນຄົນເຈັບຫຼັງນີ້ແມ່ນການຊ່ວຍເຫຼືອລ້າໃນການ ກໍ່ສ້າງ ຈາກ​ ກຸ່ມບໍລິສັດ​ ເອໄອເອັຟ,​ ບໍລິສັດ​ ທີ່ປຶກສາດ້ານການ ລົງທຶນ ແລະ​ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດ​ຜູ້ດຽວ,​ ກຸ່ມບໍລິສັດ​ ໄຊ ຊະນະ​ ຈໍາກັດ​ຜູ້ດຽວ​ ໃນ​ມູນຄ່າ​ 16​ ຕື້ກີບ.

ທ່ານ ດຣ.​ຄໍາສິງ ແກ້ວທອງກຸ ຜູ້ອໍານວຍການໂຮງໝໍແຂວງຈຳປາສັກ ກໍໄດ້ກ່າວຮັບອາຄານນອນຄົນເຈັບຫຼັງໃໝ່​ ແລະ​ ມີຄຳເຫັນວ່າ: ຄະນະພັກ​ -​ ຄະນະອໍານວຍການພ້ອມດ້ວຍພະນັກງານໂຮງໝໍແຂວງຈໍາປາສັກ ທທຸກຖ້ວນໜ້າມີຄວາມພາກພູມໃຈຢ່າງ ຍິ່ງທີ່ໄດ້ຮັບອາຄານນອນຄົນເຈັບຫຼັງໃໝ່ ໃນຄັ້ງນີ້​ ເພາະເປັນຂີດໝາຍທີ່ສໍາຄັນໃນການ ຍົກລະດັບຄຸນນະພາບການປິ່ນປົວ ຕາມເນື້ອໃນຄຸນນະພາບ 5 ດີ​ 1 ພໍໃຈ ຢູ່ສະຖານທີ່ປິ່ນປົວສຸຂະພາບ ທີ່ກະຊວງສາທາລະນະສຸກກຳນົດອອກ​ ທັງເປັນການຫຼຸດຜ່ອນຄວາມແອອັດ,​ ຫຼຸດຜ່ອນຄວາມສ່ຽງຈາກການຕິດເຊື້ອພາຍໃນໂຮງໝໍ,​ ເຮັດໃຫ້ໂຮງໝໍ ມີອາຄານນອນປິ່ນປົວຄົນເຈັບ ຂະໜາດ 68​ ຕຽງ​ ເພີ່ມຕື່ມ​ເພື່ອຮອງຮັບໃຫ້ແກ່ການມາປິ່ນປົວຂອງປະຊາ ຊົນບັນດາເຜົ່າ ໃນ 4 ແຂແຂວງພາກໃຕ້ໂອກາດນີ້ຂໍໃຫ້ຄໍາໝັ້ນສັນຍາວ່າ​ ຈະຄຸ້ມຄອງນໍາໃຊ້​ແລະ​ ປົກປັກຮັກສາອາຄານນອນປິ່ນ ປົວຕົນເຈັບ​ ທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ດ້ວຍຄວາມ ຮັບ ຜິດຊອບ ແລະ ເກີດປະໂຫຍດສູງສຸດ.

ທີ່ມາ: LNR

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles