ວັນທີ 11 ມີນາ 2011 ເວລາ 14:36 ໄດ້ເກີດເຫດການ ແຜ່ນດິນໄຫວ ຄັ້ງໃຫຍ່ ວັດຄວາມແຮງໄດ້ 9,0 ຣິກເຕີ ຢູ່ມະຫາສະຫມຸດປາຊີຟິກ ຫ່າງຈາກຊາຍຝັ່ງ ປະເທດຍີ່ປຸ່ນ ເຂດໂຕໂຫກຸ ປະມານ 72 ກິໂລແມັດ ແລະ ເກີດຄື້ນສຶນາມິ ລູກໃຫຍ່ ພັດຖະຫຼົ່ມ ເຂົ້າຝັ່ງ ໃນເວລາຕໍ່ມາ.
ເຫດການດັ່ງກ່າວ ເປັນເຫດການແຜ່ນດິນໄຫວ ທີ່ໃຫຍ່ເປັນອັນດັບ 4 ຂອງໂລກ ນັບຕັ້ງແຕ່ເຄີຍເກີດແຜ່ນດິນໄຫວ ແຕ່ປີ 1900 ເປັນຕົ້ນມາ, ເຮັດໃຫ້ເກີດຄື້ນ ສຶນາມິ ສູງເຖິງ 40,5 ແມັດ, ສ້າງຄວາມເສຍຫາຍ ໄປໄກເກືອບ 10 ກິໂລແມັດ, ເຮັດໃຫ້ມີຜູ້ເສຍຊີວິດ 19.759 ຄົນ ແລະ ສູນຫາຍຫຼາຍກວ່າ 2.553 ຄົນ.