ວັນທີ 23 ກຸມພາ 2025 ນີ້ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊສະຫຼຸບ ມູນຄ່າຄວາມສເສຍຫາຍຈາກເຫດອັກຄີໄພ ຢູ່ບ້ານນາໝີ ວັນທີ 14 ກຸມພາ 2025 ຄື:
ເຫດເຫດໄຟໄໝ້ ແລະ ລະເບີດເກີດຂຶ້ນຢູ່ທີ່ຮ້ານຂາຍອາໄຫຼ່ລົດ ຂອງທ້າວ ພານຕົງ ສັນຊາດຈີນ ຈາກເຫດການດັ່ງກ່າວມີຜູ້ເສຍຊີວິດ 4 ຄົນ, (ສັນຊາດລາວ 1 ຄົນ ແລະ ຈີນ 3 ຄົນ); ບາດເຈັບ 6 ຄົນ, ຍິງ 2 ຄົນ (ສາຫັດ 3 ຄົນສັນຊາດຈີນທັງໝົດ) ແລະ ຜູ້ບາດເຈັບເລັກນ້ອຍ 3 ຄົນ, (ລາວ 2 ຄົນເພດຍິງ, ຈີນ 1 ຄົນ).
ເຮືອນປະຊາຊົນໄດ້ຮັບຜົນກະທົບທັງໝົດ 142 ຫຼັງຄາເຮືອນ, ວັດ 2 ຫຼັງ ຢູ່ 3 ບ້ານ ຄື: ບ້ານນາໝີ 119 ຫຼັງຄາເຮືອນ, ບ້ານນາເລົ່າ 19 ຫຼັງຄາເຮືອນ ແລະ ບ້ານນາສ້າວ 04 ຫຼັງຄາເຮືອນ. ລວມມູນຄ່າຄງສໃເສຍຫາຍທັງໝົດ: 22,570,754,000 ກີບ ແລະ 2,019,362.60 ຢວນ.
ການຊ່ວຍເຫຼືອແກ້ໄຂສຸກເສີນ ເບື້ອງຕົ້ນ ແມ່ນໄດ້ແຕ່ງຕັ້ງກອງບັນຊາການທະຫານແຂວງ 58 ນາຍ ເຂົ້າຊ່ວຍເຫຼືອສຸກເສີນຈໍານວນ 285 ຄົນ, ນໍາໃຊ້ພະຫະນະ 12 ຄັນສະກັດກັ້ນດັບມອດໄຟ ແລະ ສ້ອມແປງເຮືອນ 16 ຫຼັງ. ສໍາເລັດ 9 ຫຼັງ, ໄດ້ອອກຖະແຫຼງການກ່ຽວກັບເຫດການ ວັນທີ 15 ກຸມພາ 2025.
ທີ່ມາ: ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ