ເສັ້ນທາງລົດໄຟລະຫວ່າງປະເທດ ໄທ-ລາວ ກຸງເທບອະພິວັດ – ວຽງຈັນ (ຄຳສະຫວາດ) ເຊິ່ງໄດ້ເປີດໃຫ້ບໍລິການຕັ້ງແຕ່ວັນທີ່ 19 ກໍລະກົດ 2024 ມີຈຳນວນຜູ້ໂດຍສານສູງເຖິງ 241,139 ຄົນ ພາຍໃນ 7 ເດືອນທຳອິດ, ບັນລຸເປົ້າໝາຍທີ່ຕັ້ງໄວ 200,000 ຄົນຕໍ່ປີ ໂດຍມີອັດຕາການນຳໃຊ້ບໍລິການໂດຍສະເລ່ຍ 78-79% ຕໍ່ຂະບວນ.
ຕະຫຼອດໄລຍະຜ່ານມາ, ເສັ້ນທາງລົດໄຟສາຍດັ່ງກ່າວໄດ້ອຳນວຍຄວາມສະດວກໃຫ້ກັບປະຊາຊົນ ແລະນັກທ່ອງທ່ຽວ ໃນການເດີນທາງໄປ-ມາລະຫວ່າງ ໄທ-ລາວ ໂດຍໄດ້ໃຫ້ບໍລິການ 4 ຂະບວນຕໍ່ມື້ໄດ້ແກ່: ຂວນບວນລົດໄຟ 133/134 ກຸງເທບອະພິວັດ-ວຽງຈັນ ແລະ ຂະບວນລົດໄຟ 147/148 ອຸດອນທານີ-ວຽງຈັນ. ເຖິງຢ່າງໃດກໍຕາມ, ຂະບວນລົດໄຟໄລຍະສັ້ນ ອຸດອນທານີ-ວຽງຈັນ ຍັງມີຜູ້ໂດຍສານສະເລ່ຍພຽງ 35-38 ຕໍ່ມື້ເທົ່ານັ້ນ, ເຊິ່ງອາດຈະຕ້ອງມີການທົບທວນການບໍລິການ ຄືນໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ.
ສະຖິຕິຍັງໄດ້ສະແດງໃຫ້ເຫັນອີກວ່າ: ມີຜູ້ໂດຍສານເດີນທາງເຂົ້າອອກ ສະເພາະສະຖານີວຽງຈັນ(ຄຳສະຫວາດ) ກວມເອົາ 67,308 ຄົນ ໃນໄລຍະ 7 ເດືອນທຳອິດ. ໂດຍທ່ານ ວີຣິດ ອຳລະປານ ຜູ້ວ່າການລົດໄຟແຫ່ງປະເທດໄທ (ລຟທ) ຍັງໄດ້ຍືນຍັນວ່າ: ການເດີນທາງດ້ວຍລົດໄຟເສັ້ນທາງດັ່ງກ່າວ, ຈະຊ່ວຍເສີມສ້າງການເຊື່ອມຈອດ ແລະ ກະຕຸ້ນເສດຖະກິດຂອງທັງສອງປະເທດຢ່າງບາດກ້າວສຳຄັນ.
ທີ່ມາ: Dailynews.