23 C
Vientiane
Saturday, February 22, 2025

ສາເຫດທີ່ພາໃຫ້ພູມຕາ້ນທານຂອງຮ່າງກາຍຕ່ຳລົງ

ໃນປັດຈຸບັນ, ໂລກຂອງເຮົາມີເຊື້ອພະຍາດທີ່ເກີດຂຶ້ນມາໃໝ່ຢ່າງຫຼາກຫຼາຍ ເຮັດໃຫ້ຮ່າງກາຍຂອງເຮົາຕ້ອງພົບພໍ້ກັບຄວາມສ່ຽງທີ່ຈະຕິດເຊື້ອພະຍາດຕ່າງໆໄດ້ຫຼາຍຂຶ້ນ ຫາກວ່າເຮົາມີພຶດຕິກຳການໃຊ້ຊີວິດ ແລະ ດູແລສຸຂະພາບບໍ່ດີ ອາດເຮັດໃຫ້ຮ່າງກາຍເຮົາຍິ່ງຊຸດໂຊມລົງສ່ຽງທີ່ຈະຕິດເຊື້ອພະຍາດຕ່າງໆໄດ້ງ່າຍ ເຊິ່ງມື້ນີ້, ເຮົາຈະພາມາຮູ້ຈັກກັບສາເຫດທີ່ເຮັດໃຫ້ພູມຕ້ານທານໃນຮ່າງກາຍຕ່ຳລົງ ດັ່ງນີ້:

– ຄວາມເຄັ່ງຄຽດ: ເຮັດໃຫ້ປະສິດທິພາບການເຮັດວຽກຂອງເມັດເລືອດຂາວ ໃນການກຳຈັດເຊື້ອພະຍາດ ຫຼື ສິ່ງແປກປອມຕ່າງໆໜ້ອຍລົງ ສົ່ງຜົນເຮັດໃຫ້ຮ່າງກາຍເຈັບປ່ວຍງ່າຍ.

– ການຂາດການອອກກຳລັງກາຍ: ເຮັດໃຫ້ປະສິດທິພາບຂອງການເຮັດວຽກຂອງລະບົບພູມຕ້ານທານຫຼຸດລົງໄດ້.

– ການຕິດເຊື້ອໄວຣັດ ຫຼື ເຊື້ອພະຍາດຕ່າງໆ: ເຮັດໃຫ້ກົນໄກການເຮັດວຽກໃນຮ່າງກາຍເຮັດວຽກຜິດປົກກະຕິ ສົ່ງຜົນໃຫ້ຮ່າງກາຍມີອາການເຈັບປ່ວຍງ່າຍ.

– ຊ່ວງໄວອາຍຸ (ເດັກເກີດໃໝ່ ຫຼື ຜູ້ສູງອາຍຸ): ພົບວ່າໃນເດັກນ້ອຍ ແລະ ຜູ້ສູງອາຍຸ ພູມຕ້ານທານຈະຫຼຸດລົງກວ່າໃນຜູ້ໜຸ່ມສາວ ແລະ ຍັງພົບອີກວ່າເມື່ອອາຍຸຫຼາຍຂຶ້ນພູມຕ້ານທານໃນຮ່າງກາຍເຮົາກໍຈະຍິ່ງຫຼຸດລົງຕ່ຳລົງເລື້ອຍໆ.

– ການພັກຜ່ອນບໍ່ພຽງພໍ: ເຮັດໃຫ້ເມັດເລືອດຂາວຊະນິດທີ່ສ້າງພູມຕ້ານທານນັ້ນຫຼຸດລົງ ເພີ່ມການອັກເສບຊຳເຮື້ອໃນຮ່າງກາຍຫຼາຍຂຶ້ນ ເຮັດໃຫ້ຮ່າງກາຍອ່ອນແອ ແລະ ເຈັບປ່ວຍໄດ້ງ່າຍຂຶ້ນ.

– ກຳມະພັນ: ອາດມີສ່ວນກ່ຽວຂ້ອງຕໍ່ພູມຕ້ານທານຜິດປົກກະຕິ ເຊັ່ນ: ພະຍາດທີ່ຖ່າຍທອດທາງກຳມະພັນ.

ທີ່ມາ: VISTRA

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles