ໄດ້ເປີດໂຕຢ່າງເປັນທາງການກັບຜະລິດຕະພັນຊານອູຣິກ (XANURIC) ເຊິ່ງມີຕົວຢາໃໝ່ Febuxostat ທີ່ໄດ້ຮັບອະນຸຍາດເລກທະບຽນຢາຈາກ ກົມອາຫານ ແລະ ຢາລາວ. ມີການນຳເຂົ້າ ແລະ ຈັດຈຳໜ່າຍໂດຍ ບໍລິສັດ ຊິດຕີ້ ຂາເຂົ້າ ຂາອອກ ຈຳກັດຜູ້ດຽວ, ໂດຍມີ ທ່ານ ເພສັຊະກອນ ຈິດຕະມັງກອນ ປຸມະລັດ ໄດ້ນຳສະເໜີຕົວຢາ Febuxostat 40mg ຫຼື ຊື່ການຄ້າ XANURIC ຜະລິດໂດຍໂຮງງານ UNIMED UNIHEALTH ປະເທດບາງກະລາເທດ, ໂດຍຕົວຢາດັ່ງກ່າວມີປະຫວັດນຳໃຊ້ມາຍາວນານແລ້ວໃນລະດັບສາກົນ, ແຕ່ໃນ ສປປ. ລາວ ເຮົາແມ່ນເປັນຄັ້ງທຳອິດ.
ຢາດັ່ງກ່າວເປັນຢາຄົ້ນຄ້ວາໃໝ່ ຄົ້ນຄວ້າວິໄຈໂດຍ ບໍລິສັດ Teijin Pharma ປະເທດຍີ່ປຸ່ນ ແລ້ວໄດ້ຮັບການອະນຸມັດນຳໃຊ້ໃນ ປະເທດອາເມລິກາ ແລະ ສະຫະພາບເອີຫຼົບແຕ່ປີ 2009 ແລະໄດ້ຮັບອະນຸມັດນຳໃຊ້ໃນປະເທດຍີ່ປຸ່ນແຕ່ປີ 2011, ຮອດປັດຈຸບັນ ຢາດັ່ງກ່າວໄດ້ຮັບການນໍາເຂົ້າ ແລະ ຈັດຈຳໜ່າຍໃນ ສປປ. ລາວ ແລ້ວ, ເຊີ່ງຈະໄດ້ແຈກຈ່າຍໄປທົ່ວປະເທດຜ່ານບັນດາໂຮງໝໍ, ຄຣີນິກ ແລະ ຮ້ານຂາຍຢາ ທີ່ໄດ້ຖືກແນະນຳໂດຍບັນດາເພສັຊະກອນ ແລະ ແພດໝໍຜູ້ຊ່ຽວຊານ.
ສຳລັບຂໍ້ມູນລາຍລອຽດເພີ່ມເຕີມກ່ຽວກັບຕົວຢາດັ່ງກ່າວສາມາດສອບຖາມໄດ້ທີ່
ບໍລິສັດ ຊິດຕີ້ ຂາເຂົ້າ ຂາອອກ ຈຳກັດຜູ້ດຽວ
ເພສັຊະກອນ ຈິດຕະມັງກອນ ປຸມະລັດ ໂທ: 020 29998355