29 C
Vientiane
Friday, February 7, 2025

ນັກທ່ອງທ່ຽວຫຼັ່ງໄຫຼມາທ່ຽວລາວຢ່າງຫຼວງຫຼາຍ ສ້າງລາຍຮັບໃຫ້ປະຊາຊົນຫຼວງພະບາງ ແທ້ ຫຼື ບໍ່?

ໃນໂອກາດປະກອບຄໍາເຫັນ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວປີ 2024 ທີ່ຈັດໃນວັນທີ 5 ກຸມພາ 2025 ທີ່ນະຄອນຫລວງວຽງຈັນ. ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວໜ້າພະແນກ ຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫຼວງພະບາງ ໃຫ້ຮູ້ວ່າ:

ນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວຫລວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນນີ້ ປີທ່ອງທ່ຽວລາວ 2024 ມີນັກທ່ອງທ່ຽວໄປທ່ຽວແຂວງຫຼວງພະບາງ ທັງໝົດ 2,326,758 ເທື່ອຄົນ, ທຽບໃສ່ປີ 2023 ເພີ່ມຂຶ້ນ 125%, ໃນນັ້ນ ມີນັກທ່ອງທ່ຽວສາກົນ 1,551,334 ເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນ 775,424 ເທື່ອຄົນ, ສາມາດສ້າງລາຍຮັບ 1,209,189,549 ໂດລາ. ແຕ່ບັນຫາທີ່ສັງຄົມ ກໍຄື ແຂວງຫຼວງພະບາງ ໃຫ້ຄວາມສົນໃຈເປັນພິເສດແມ່ນ ນັກທ່ອງທ່ຽວມາຫຼາຍ ສາມາດສ້າງຜົນປະໂຫຍດ ຫຼື ລາຍຮັບໃຫ້ປະ ຊາຊົນທ້ອງຖິ່ນຢູ່ຫຼວງພະບາງ ແທ້ ຫຼື ບໍ່. ນີ້ ແມ່ນບັນຫາທີ່ຕ້ອງໄດ້ວິເຄາະ-ວິໄຈຢ່າງລະອຽດໃນຕໍ່ໜ້າ.

ຢ່າງໃດກໍຕາມ, ເພື່ອເຮັດໃຫ້ການຄຸ້ມຄອງ ກໍຄື ການສົ່ງເສີມການທ່ອງທ່ຽວຢູ່ແຂວງຫຼວງພະບາງ ນັບມື້ດີຂຶ້ນກວ່າເກົ່າ ໂດຍຖອນບົດຮຽນຈາກການຈັດກິຈະກໍາໃນໂອກາດປີທ່ອງທ່ຽວລາວ 2024 ຜ່ານມາ, ທ່ານ ນາງ ສຸດາພອນ ຄົມທະວົງ ໄດ້ສະເໜີບາງບັນຫາມາຍັງລັດຖະບານ ກໍຄື ກະຊວງ ຖວທ, ເຊິ່ງລວມມີ:

– ສະເໜີ ກະຊວງ ຖວທ ຊ່ວຍຄົ້ນຄວ້າ ແລະພິຈາລະນາໃນການຈັດສັນງົບປະມານໃຫ້ຂັ້ນທ້ອງຖິ່ນໃນການກິດຈະກໍາປີທ່ອງທ່ຽວລາວໃນຕໍ່ໜ້າ ຕາມຄວາມເໝາະສົມດ້ານທ່າແຮງການທ່ອງທ່ຽວ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານສໍາເລັດ ໄດ້ຢ່າງມີປະສິດທິພາບ.

– ສະເໜີທາງລັດຖະບານຊ່ວຍຄົ້ນຄວ້າ ແລະພິຈາລະນາໃນການຍົກເວັ້ນວິຊ່າໃຫ້ນັກທ່ອງທ່ຽວຈີນແບບເປັນກຸ່ມ ແລະບັນດາປະເທດທີ່ຍັງບໍ່ໄດ້ຈັດຕັ້ງປະຕິບັດເພື່ອເປັນການດຶງດູດໃຫ້ນັກທ່ອງທ່ຽວມາທ່ຽວຊົມປະເທດລາວເຮົານັບມື້ນັບຫຼາຍຂຶ້ນໃນແຕ່ລະປີ.

– ສະເໜີທາງສູນການຄົ້ນຄວ້າຮູບແບບໃນການຄຸ້ມຄອງ ບໍລິສັດທີ່ໃຫ້ບໍລິການທ່ອງທ່ຽວ ນັກທ່ອງທ່ຽວຈີນ ດ້ວຍວິທີ ແລະ ລັກສະນະແນວໃດ ເພື່ອໃຫ້ຫັນເຂົ້າສູ່ຕາມລະບຽບການ ດ້ານການທ່ອງທ່ຽວໃຫ້ເປັນລະບົບ ແລະເປັນລະບຽບຮຽບຮ້ອຍ.

– ສະເໜີໃຫ້ ກະຊວງ ຖວທ ພິຈາລະນາມອບການອອກໃບອະນຸຍາດ ຂອງຫົວໜ່ວຍທຸລະກິດຂັ້ນທ້ອງຖິ່ນຄືນຕາມຄວາມເໝາະສົມ ວ່າທຸລະກິດ ໃນລັກສະນະໃດ ແລະຂະໜາດໃດ? ຄວນຈະອອກໃບອະນຸຍາດຈາກຂັ້ນສູນກາງ ແລະ ທຸລະກິດຂະໜາດໃດ ຄວນອອກໃບອະນຸຍາດຈາກຂັ້ນທ້ອງຖິ່ນເພາະປັດຈຸບັນບາງທຸລະກິດ ແມ່ນໄດ້ອອກໃບອະນຸຍາດຈາກຂັ້ນສູນກາງໂດຍບໍ່ໄດ້ຜ່ານຂັ້ນທ້ອງຖິ່ນ, ຊຶ່ງເຫັນວ່າການຄຸ້ມຄອງຂ້ອນຂ້າງຈະຫຍຸ້ງຍາກ.

@FM90 ລາຍງານ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles