23 C
Vientiane
Wednesday, February 5, 2025

ກຽມຮັບຊົມ! ຈະມີການບິນໂດນ 500 ລໍາ ແລະ ການຍິງພຸໄຟ 300 ກວ່າລູກ, ດ້ວຍແສງສີສຽງທີ່ອະລັງການຢູ່ບຸນຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025

ວັນທີ​ 4 ກຸມພາ 2025, ທ່ານ​ ອາລຸນໄຊ ສູນນະລາດ​ ເຈົ້າແຂວງໆຈໍາປາສັກ​ ພ້ອມຄະນະ​ ແລະ​ ການນໍາ​ພະແນກການ​ກົມກອງ​ທີ່​ກ່ຽວຂ້ອງ​ແຂວງ​ ຮ່ວມກັບ​ຄະນະພັກ​ -​ ອົງການ​ປົກຄອງເມືອງຈໍາປາສັກ ແລະ​ ກຸ່ມບໍລິສັດ​ ຍິ່ງໂຊກໄຊ ໄດ້ເຄື່ອນໄຫວຕິດຕາມກວດກາບັນດາໜ້າວຽກຕ່າງໆ ເພື່ອກະກຽມຄວາມພ້ອມໃນການຈັດງານນະມັດສະການຜາສາຫີນວັດພູຈໍາປາສັກ ປະຈໍາປີ​ 2025 ຈະຈັດຂຶ້ນ​ໃນວັນທີ​ 10 -​ 12​ ກຸມພາ​ 2025​ ນີ້,​ ຕົ້ນຕໍແມ່ນກວດກາສະຖານທີ່ ເຊິ່ງຈະໃຊ້ໃນການບິນໂດນ 500​ ລໍາ​ ແລະ​ ການຍິງພຸໄຟ ດ້ວຍແສງສີສຽງທີ່ຍິ່ງໃຫຍ່ອະລັງການ​ ທີ່​ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ.

ໃນງານບຸນນະມັດສະການຜາສາດຫີນວັດພູປີນີ້,​ ຈະມີການສະແດງບົດຟ້ອນສິນລະປະພື້ນເມືອງ, ການສະແດງສິນລະປະຍ້ອນຍຸກ​ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ.​ ພ້ອມນີ້​ ກໍຈະມີການວາງສະແດງສິນຄ້າ​ ​ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດ໊ອບ)​ ຈາກ​ 9​ ເມືອງ,​ 1 ນະຄອນ​, ການແຂ່ງຂັນກິລາພື້ນເມືອງຫຼາກຫຼາຍປະເພດ.​ ແຕ່ລະຄືນ​ ຍັງມີການສະແດງສິລະປະຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງ ທີ່ເປັນເອກະລັກ ຂອງຊາວແຂວງຈໍາປາສັກ.​ ໃນໄລຍະດຽວກັນ​ ກໍຈະມີງານບຸນກາເຟ​ ຢູ່ເມືອງປາກຊ່ອງ.​ ສໍາລັບມື້ເປີດງານຢ່າງເປັນທາງການ​ ຈະຈັດຂຶ້ນ​ໃນຕອນບ່າຍວັນທີ​ 10 ກຸມພາ​ ເຊິ່ງຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ,​ ມີການສະແດງບົດຟ້ອນສີລະປະ,​ ການສະແດງສິລະປະລະຄອນຍ້ອນຍຸກ.​ ພິເສດ,​ ໃນງານຈະມີການບິນໂດນ​ຈໍານວນ​ 500​ ລໍາ​ ແລະ​ ຍິງພຸໄຟ 300​ ລູກ​ ທີ່ປະກອບດ້ວຍແສງ​ ສີ​ ສຽງ ທີ່ອະລັງການ​ ເຊິ່ງເປັນຈຸດເດັ່ນ ຂອງງານນະມັດສະການຜາສາດຫີນວັດພູ ປະຈໍາປີ​ 2025.​

ວັນທີ​ 11​ ກຸມພາ​ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກ໋ອບຄົນຈົນ, ກິລາແລ່ນກະເປົ໋າ ແລະ ທ່ຽວງານບຸນຕາມອັດທະຍາໄສ.​

ວັນທີ​ 12​ ກຸມພາ​ 2025​ ກົງກັບມື້ຂຶ້ນ​ 15 ຄໍ່າເດືອນ 3 ລາວ​ ຫຼື​ ເດືອນສາມເພັງ​ເປັນວັນບຸນມາຄະບູຊາ​ ເປັນວັນບຸນທີ່ມີຄວາມສໍາຄັນທາງພະພຸດສະສາໜາ,​ ຕອນເຊົ້າ,​ ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ​ ແດ່ພະສົງ.​ ຕອນແລງ​ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.​

ທີ່ມາ: ໜັງສືພິມຈຳປາໃໝ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles