ໃນປີ 2024 ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ 2024 ໃນຂອບເຂດທົ່ວປະເທດ ຄຽງຄູ່ກັບການຈັດງານບຸນປະເພນີ ແລະ ບຸນສຳຄັນຕ່າງໆ ຂອງທ້ອງຖິ່ນ ໂດຍມີງານວາງສະ ແດງຜະລິດຕະພັນການທ່ອງທ່ຽວ, ກະສິກຳ, ອຸດສາຫະກຳການຄ້າ ແລະ ອື່ນໆ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 7 ລ້ານກວ່າເທື່ອຄົນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດ ກິດຈະກຳປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພາ 2025 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ 7 ລ້ານກວ່າເທື່ອຄົນ (ເພີ່ມຂຶ້ນລື່ນຄາດໝາຍ ຖ້າທຽບໃສ່ ປີ 2023). ໃນນັ້ນ, ນັກທ່ອງທ່ຽວພາຍໃນ ມີຈໍານວນ 3.904.483 ເທື່ອຄົນ, ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະຫະລັດ; ນັກທ່ອງທ່ຽວສາກົນ 4.120.832 ເທື່ອຄົນ, ເພີ່ມຂຶ້ນ 21% ສາ ມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາສະຫະລັດ.
ປີທ່ອງທ່ຽວລາວ 2024 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະ ກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5%.
ຕະຫລອດປີ 2024 ໄດ້ມີການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍໄດ້ສ້າງກິດຈະກຳທ່ອງທ່ຽວພາຍໃນແຂວງ ຕະຫລອດຮອດຂັ້ນເມືອງ ຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ. ເພື່ອຊຸກຍູ້ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ລັດຖະບານ ໄດ້ໃຫ້ຄວາມສໍາຄັນເປັນພິເສດ ໂດຍໄດ້ສະໜອງດ້ານງົບປະມານຈຳນວນໜຶ່ງ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວຕ່າງໆ ແລະ ກຳນົດນະໂຍບາຍວີຊາຈຳນວນໜຶ່ງ ເພື່ອດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ໂດຍສະເພາະ ຍົກເວັ້ນວີຊາ ໃຫ້ນັກທ່ອງທ່ຽວຈີນ ທີ່ມາເປັນກຸ່ມ ໂດຍຜ່ານການບໍລິການຂອງບໍລິສັດນໍາທ່ຽວຢູ່ ສປປ ລາວ.
ທີ່ມາ: ປະເທດລາວ