ວັນທີ 4 ກຸມພາ 2025, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈໍາປາສັກ ພ້ອມຄະນະ ແລະ ການນໍາພະແນກການກົມກອງທີ່ກ່ຽວຂ້ອງແຂວງ ຮ່ວມກັບຄະນະພັກ - ອົງການປົກຄອງເມືອງຈໍາປາສັກ ແລະ ກຸ່ມບໍລິສັດ ຍິ່ງໂຊກໄຊ ໄດ້ເຄື່ອນໄຫວຕິດຕາມກວດກາບັນດາໜ້າວຽກຕ່າງໆ ເພື່ອກະກຽມຄວາມພ້ອມໃນການຈັດງານນະມັດສະການຜາສາຫີນວັດພູຈໍາປາສັກ ປະຈໍາປີ 2025 ຈະຈັດຂຶ້ນໃນວັນທີ 10 - 12 ກຸມພາ 2025 ນີ້, ຕົ້ນຕໍແມ່ນກວດກາສະຖານທີ່ ເຊິ່ງຈະໃຊ້ໃນການບິນໂດນ 500 ລໍາ ແລະ ການຍິງພຸໄຟ ດ້ວຍແສງສີສຽງທີ່ຍິ່ງໃຫຍ່ອະລັງການ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ.
ໃນງານບຸນນະມັດສະການຜາສາດຫີນວັດພູປີນີ້, ຈະມີການສະແດງບົດຟ້ອນສິນລະປະພື້ນເມືອງ, ການສະແດງສິນລະປະຍ້ອນຍຸກ ທີ່ບົ່ງບອກເຖິງປະຫວັດສາດຄວາມເປັນມາແຫ່ງການກຳເນີດຂອງວັດພູຈຳປາສັກ. ພ້ອມນີ້ ກໍຈະມີການວາງສະແດງສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດ໊ອບ) ຈາກ 9 ເມືອງ, 1 ນະຄອນ, ການແຂ່ງຂັນກິລາພື້ນເມືອງຫຼາກຫຼາຍປະເພດ. ແຕ່ລະຄືນ ຍັງມີການສະແດງສິລະປະຂອງນ້ອງນັກຮຽນ ແລະ ຊົມການສະແດງໝໍລຳເລື່ອງ ທີ່ເປັນເອກະລັກ ຂອງຊາວແຂວງຈໍາປາສັກ. ໃນໄລຍະດຽວກັນ ກໍຈະມີງານບຸນກາເຟ ຢູ່ເມືອງປາກຊ່ອງ. ສໍາລັບມື້ເປີດງານຢ່າງເປັນທາງການ ຈະຈັດຂຶ້ນໃນຕອນບ່າຍວັນທີ 10 ກຸມພາ ເຊິ່ງຈະມີຂະບວນແຫ່ຂອງກ້ອນກຳລັງຕ່າງໆ, ມີການສະແດງບົດຟ້ອນສີລະປະ, ການສະແດງສິລະປະລະຄອນຍ້ອນຍຸກ. ພິເສດ, ໃນງານຈະມີການບິນໂດນຈໍານວນ 500 ລໍາ ແລະ ຍິງພຸໄຟ 300 ລູກ ທີ່ປະກອບດ້ວຍແສງ ສີ ສຽງ ທີ່ອະລັງການ ເຊິ່ງເປັນຈຸດເດັ່ນ ຂອງງານນະມັດສະການຜາສາດຫີນວັດພູ ປະຈໍາປີ 2025.
ວັນທີ 11 ກຸມພາ ກໍຈະມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາກ໋ອບຄົນຈົນ, ກິລາແລ່ນກະເປົ໋າ ແລະ ທ່ຽວງານບຸນຕາມອັດທະຍາໄສ.
ວັນທີ 12 ກຸມພາ 2025 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫຼື ເດືອນສາມເພັງເປັນວັນບຸນມາຄະບູຊາ ເປັນວັນບຸນທີ່ມີຄວາມສໍາຄັນທາງພະພຸດສະສາໜາ, ຕອນເຊົ້າ, ຄະນະນໍາຂັ້ນແຂວງ ກໍຈະໄດ້ນໍາພາມວນຊົນທໍາບຸນໃສ່ບາດຖວາຍສັງຄະທານ ແດ່ພະສົງ. ຕອນແລງ ກໍມີພິທີວຽນທຽນ ເນື່ອງໃນວັນມາຄະບູຊາ.
ທີ່ມາ: ໜັງສືພິມຈຳປາໃໝ່