27.1 C
Vientiane
Wednesday, February 5, 2025

ສ.ຫວຽດນາມ ປະກາດກຽມເຈລະຈາກັບຄູ່ຮ່ວມມືຕ່າງປະເທດພາຍໃນເດືອນນີ້,

ສ.ຫວຽດນາມ ປະກາດກຽມເຈລະຈາກັບຄູ່ຮ່ວມມືຕ່າງປະເທດພາຍໃນເດືອນນີ້, ເພື່ອພັດທະນາ ແລະ ກໍ່ສ້າງໂຮງງານໄຟຟ້ານິວເຄຼຍ 2 ແຫ່ງທຳອິດ ພາຍໃນປະເທດ, ໂດຍໄດ້ມອບໝາຍໃຫ້ອົງການໄຟຟ້າ ສ.ຫວຽດນາມ (EVN) ແລະ ບໍລິສັດປີໂຕຣຫວຽດນາມ (PetroVietnam) ເປັນຜູ້ລົງທຶນ. ໂຄງການດັ່ງກ່າວ, ມີເປົ້າໝາຍເພື່ອຮອງຮັບການເຕີບໃຫຍ່ທາງດ້ານເສດຖະກິດ, ເນັ້ນໜັກໃນການນຳໃຊ້ພະລັງງານສະອາດ ແລະ ຄວາມໝັ້ນຄົງທາງພະລັງງານ.

ໂຮງງານໄຟຟ້ານິວເຄຼຍທັງ 2 ແຫ່ງ ຈະຕັ້ງຢູ່ໃນແຂວງ Ninh Thuan ທາງພາກກາງຂອງ ສ. ຫວຽດນາມ ໂດຍມີກຳລັງການຜະລິດໄຟຟ້າລວມທັງໝົດ 4 ກິກະວັດ (GW) ຄາດຄະເນວ່າຈະດຳເນີນການກໍ່ສ້າງໂດຍບໍລິສັດ Rosatom ຂອງປະເທດຣັດເຊຍ ແລະ Japan Atomic Power Co. ໃນປີ 2009 ໂຄງການນີ້ໄດ້ຖືກອະນຸມັດກໍ່ສ້າງແລ້ວ ແຕ່ຖືກລະງັບໃນປີ 2016 ຫຼັງຈາກເກີດໄພພິບັດໂຮງງານໄຟຟ້ານິວເຄຼຍຟຸກຸຊິມະ ໃນປະເທດຍີ່ປຸ່ນ ແລະ ບັນຫາທາງດ້ານງົບປະມານ.

ໃນຂະນະນີ້, ສ. ຫວຽດນາມ ຕັ້ງເປົ້າໝາຍຈະສ້າງສຳເລັດພາຍໃນປີ 2030 ແລະ ເດີນໜ້າຜະລິດໄຟຟ້າເພື່ອນຳໃຊ້ໃນປີ 2031 ໂດຍຈະມີການປຶກສາຫາລືກັບ ບັນດາປະເທດຣັດເຊຍ, ຍີ່ປຸ່ນ, ເກົາຫຼີໃຕ້, ຝຣັ່ງ ແລະ ສະຫະລັດອາເມລິກາ ເພື່ອຫາແນວທາງການຮ່ວມມື. ນີ້ຖືເປັນບາດກ້າວສຳຄັນຂອງ ສ.ຫວຽດນາມ ໃນການຊົມໃຊ້ພະລັງງານນິວເຄຼຍ ທ່າມກາງຄວາມຕ້ອງການດ້ານພະລັງງານທີ່ສູງຂຶ້ນ ແລະ ເປົ້າໝາຍໃນການຫຼຸດຜ່ອນການຜະລິດກາສກາໂບນິກພາຍໃນປະເທດ.

ທີ່ມາ: MGR.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles