27.1 C
Vientiane
Wednesday, February 5, 2025

ມົນລະພິດທາງອາກາດຈາກບັນຫາຝຸ່ນລະອອງຂະໜາດນ້ອຍ PM 2.5 ກຳລັງສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງເດັກນ້ອຍໃນທົ່ວໂລກ

ອົງການ UNICEF ໄດ້ເປີດເຜີຍວ່າ: ມົນລະພິດທາງອາກາດຈາກບັນຫາຝຸ່ນລະອອງຂະໜາດນ້ອຍ PM 2.5 ກຳລັງສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບຂອງເດັກນ້ອຍໃນທົ່ວໂລກ, ໂດຍສະເພາະ ສປປ ລາວ ມີເດັກນ້ອຍ 2,8 ລ້ານຄົນ ທີ່ກຳລັງຕົກຢູ່ໃນຄວາມສ່ຽງຈາກບັນຫານີ້ ເຊິ່ງຖືເປັນຕົວເລກທີ່ສູງຢູ່ໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີໃນ ສປປ ລາວ ຖືເປັນກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດ ເນື່ອງຈາກຝຸ່ນ PM2.5 ອາດສົ່ງຜົນຮ້າຍແຮງຕໍ່ເດັກໃນທ້ອງ ແລະ ຈະມີຜົນກະທົບໃນໄລຍະຍາວຕໍ່ສຸຂະພາບ.

ອີງຕາມບົດລາຍງານຈາກ Over the Tipping Point ຂອງອົງການ UNICEF ໃນປີ 2023 ສະແດງໃຫ້ເຫັນວ່າ: ຝຸ່ນ PM2.5 ສາມາດສົ່ງຜົນກະທົບຕໍ່ການພັດທະນາທາງດ້ານສະໝອງຂອງເດັກນ້ອຍ, ຄວາມສ່ຽງຕໍ່ການເກີດລູກ ກ່ອນກຳນົດ ເນື່ອງຈາກເດັກນ້ອຍຈະຫາຍໃຈຖີ່ ແລະ ຫາຍໃຈເອົາອາກາດໃນປະລິມານຫຼາຍກວ່າຜູ້ໃຫຍ່ ເມື່ອທຽບກັບນ້ໍາໜັກຮ່າງກາຍຂອງເຂົາເຈົ້າ ຈຶ່ງເຮັດໃຫ້ສາມາດດູດເອົາມົນລະພິດເຂົ້າສູ່ຮ່າງກາຍໄດ້ຫຼາຍ ໃນຂະນະທີ່ປອດ ແລະ ຮ່າງກາຍຂອງພວກເຂົາຍັງບໍ່ທັນໄດ້ຮັບການພັດທະນາຢ່າງເຕັມສ່ວນ ດັ່ງນັ້ນ, ເດັກນ້ອຍຈຶ່ງມີຄວາມສ່ຽງສູງ ທີ່ຈະເປັນພະຍາດທາງລະບົບຫາຍໃຈ ແລະ ບັນຫາພັດທະນາການຊ້າ.

ໃນປີ 2021, ບົດລາຍງານຈາກສະພາບອາກາດທົ່ວໂລກ ໄດ້ລະບຸວ່າ: ມົນລະພິດທາງອາກາດ ໄດ້ເຮັດໃຫ້ເດັກນ້ອຍອາຍຸຕ່ຳກວ່າ 5 ປີເກືອບ 700,000 ຄົນທົ່ວໂລກເສຍຊິວິດ ຫຼື ເກືອບ 2,000 ຄົນຕໍ່ມື້. ໂດຍຝຸ່ນ PM 2.5 ໄດ້ຖືກລະບຸໄວ້ວ່າເປັນສາເຫດອັນດັບສອງ ທີ່ເຮັດໃຫ້ເດັກນ້ອຍໃນກຸ່ມອາຍຸດັ່ງກ່າວເສຍຊີວິດສູງທີ່ສຸດ. ດັ່ງນັ້ນ, ອົງການ UNICEF ຈຶ່ງໄດ້ຮຽກຮ້ອງໃຫ້ມີການດຳເນີນການຢ່າງຮີບດ່ວນ ເພື່ອປົກປ້ອງອະນາຄົດຂອງເດັກນ້ອຍຈາກອັນຕະລາຍ ຈາກມົນລະພິດທາງອາກາດ.

ທີ່ມາ: bangkokbiznews

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles