ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍແຈ້ງທຶນການສຶກສາລັດຖະບານອົດສະຕຣາລີ Australia Awards Scholarship (AAS), ຊຶ່ງສະຖາບັນລາວ-ອົດສະຕຣາລີ ເປັນຜູ້ບໍລິຫານໂຄງການທຶນການສຶກສາຂອງລັດຖະບານອົດສະຕຣາລີ (Laos Australia Institute/LAI) ປະຈຳ ສປປ ລາວ ເປັນທຶນການສຶກສາເປີດກວ້າງໃຫ້ທັງພາກລັດ-ເອກະຊົນ ທີ່ ປະກອບມີລະດັບ ວິຊາຊີບຊັ້ນສູງ, ປະລິນຍາໂທ ແລະ ປະລິນຍາເອກ.
ໄລຍະສະໝັກທຶນການສຶກສາແມ່ນ ໃນວັນທີ 01 ກຸມພາ 2025 ເຖິງ 30 ເມສາ 2025 ທາງອອນລາຍ. ສ່ວນລາຍ ລະອຽດຂອງວິທີສະໝັກ ແລະ ເງື່ອນໄຂຂອງຜູ້ສະໝັກ ແມ່ນລະບຸໄວ້ໃນເວັບໄຊ ກ້ອງຄອມເມັ້ນ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ດຳເນີການຕາມທາງຄວນດ້ວຍ.