23 C
Vientiane
Wednesday, February 5, 2025

ອີງຕາມຂໍ້ມູນ ການສົ່ງເສີມການຜະລິດ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ

ອີງຕາມຂໍ້ມູນ ການສົ່ງເສີມການຜະລິດ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ 🇱🇦 ໃຫ້ຮູ້ວ່າ: ເກືອບເຄິ່ງຫນຶ່ງຂອງປະຊາກອນໂລກ ຍັງຄົງນໍາໃຊ້ເຕົາໄຟ ທີ່ບໍ່ມີປະສິດທິພາບ ແລະ ກໍ່ໃຫ້ເກີດມົນລະພິດ. ເຕົາດັ່ງກ່າວ, ໄດ້ສ້າງຄວັນພິດທີ່ມີ ອັນຕະລາຍ ເຊິ່ງຈະເຮັດໃຫ້ເຈັບປ່ວຍ ເປັນພະຍາດຕ່າງໆໄດ້ງ່າຍເຊັ່ນ: ປອດບວມ ແລະ ຫຼອດລົມອັກເສບເປັນຕົ້ນ. ສິ່ງເຫຼົ່ານີ້, ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 2 ລ້ານຄົນໃນແຕ່ລະປີ, ໂດຍສະເພາະແມ່ນ ແມ່ຍິງ ແລະ ເດັກນ້ອຍ. ການດັງໄຟ ດ້ວຍຟືນ ເປັນເວລາ 1 ຊົ່ວໂມງ ທຽບເທົ່າກັບ ການປ່ອຍຝຸ່ນລະອອງຂະໜາດນ້ອຍ (PM2.5) ອອກມາຈາກຢາສູບ 30-1,000 ກອກ !

ຢູ່ ສປປ ລາວ ການນໍາໃຊ້ຟືນ ແລະ ຖ່ານ ເພື່ອດັງໄຟ ແຕ່ງຢູ່ຄົວກິນ ກວມເອົາ 70% ຂອງປະລິມານການ ໃຊ້ພະລັງງານທົ່ວປະເທດ ແລະ ມົນລະພິດ ທາງອາກາດທີ່ຢູ່ໃນເຮືອນ ໄດ້ເຮັດໃຫ້ມີຄົນລາວ ເສຍຊີວິດກ່ອນໄວອັນຄວນ ເຖິງ 6,000 ຄົນຕໍ່ປີ (ຂໍ້ມູນ SEI 2013-2019). ໃນຈໍານວນນີ້, 95% ຂອງຄົວເຮືອນທີ່ຢູ່ໃນເຂດຊົນນະບົດ ແມ່ນໃຊ້ຟືນ ແລະ ຖ່ານໃນການດັງໄຟ ເພື່ອແຕ່ງຢູ່ຄົວກິນ.

ເຕົາປະຢັດ ແມ່ນໜຶ່ງໃນທາງເລືອກ ໃນການຫຼຸດຜ່ອນມົນລະພິດ ທີ່ອອກມາຈາກຄວັນ ໃນການປຸງແຕ່ງອາຫານ ໂດຍໃຊ້ຟືນ ຫຼື ຖ່ານ. ຈຸດພິເສດຂອງເຕົາປະຢັດ ແມ່ນໃຊ້ງານໄດ້ດີ ຮ້ອນໄວ ຮັກສາຄວາມຮ້ອນໄດ້ດີ ບໍ່ສົ່ງຄວັນອອກຫຼາຍ ທົນຕໍ່ກັບສະພາບການໃຊ້ງານໄດ້ດີ ເຊິ່ງໄດ້ມີອາຍຸການໃຊ້ງານຫຼາຍປີ ໃນການໃຊ້ດັງໄຟແຕ່ລະຄັ້ງ ກໍ່ແມ່ນບໍ່ໄດ້ໃຊ້ຖ່ານຫຼາຍ.

ທ່ານນາງ ແຂ ບ້ານທາດ ນະຄອນໄກສອນ ແຂວງ ສະຫວັນນະເຂດ ເປັນເຈົ້າຂອງຮ້ານຄ້າຂາຍປີກ ໃຫ້ສໍາພາດຕໍ່ທີມງານ Lao Youth Radio ວ່າ: ທາງຮ້ານແມ່ນນຳເອົາເຕົາປະຢັດມາຂາຍ ເປັນເວລາຫຼາຍປີແລ້ວ ເຊິ່ງເປັນທີ່ຍອມຮັບຂອງກຸ່ມຜູ້ຊົມໃຊ້ເປັນຢ່າງດີ, ລາຄາເໝາະສົມ ຄຸນນະພາບກໍ່ດີ ທົນຕໍ່ກັບຄວາມຮ້ອນ ເຊິ່ງໃນແຕ່ລະເດືອນ ແມ່ນໄດ້ນຳເອົາເຂົ້າມາຂາຍໃນຮ້ານແມ່ນ 50-60 ໜ່ວຍ ໃນແຕ່ລະອາທິດແມ່ນຂາຍໄດ້ 8-10 ໜ່ວຍ.

ການສົ່ງເສີມເຕົາປະຢັດ ຢູ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດ ແຕ່ປີ 2013 ຈົນຮອດປະຈຸບັນ, ເຊິ່ງສະມາຄົມເພື່ອການສະຫນັບສະຫນູນ ແລະ ປັບປຸງຊົນນະບົດ (ສພປ) ໂດຍການສະຫນັບສະຫນູນຈາກອົງການພັດທະນາຂອງປະເທດເນເທີແລນປະຈໍາ ລາວ (SNV) ແລະ ການຮ່ວມມືຢ່າງສະຫນິດແຫນ້ນຂອງຫນ່ວຍງານພາກລັດ.

ການສົ່ງເສີມ ການນໍາໃຊ້ເຕົາປະຢັດ ຍັງເປັນການປະກອບສ່ວນເຂົ້າໃນແຜນຫລຸດຜ່ອນ ຄວາມທຸກຍາກໃນ ສປປ ລາວ ໂດຍຜ່ານການພັດທະນາແບບຕ່ອງໂສ້ມູນຄ່າໃນການຜະລິດ ແລະ ນໍາໃຊ້ເຕົາປະຢັດ (ICS) ແບບຍືນຍົງ ທີ່ນໍາໃຊ້ເຊື້ອເພີງທີ່ສະອາດ ແລະ ມີປະສິດທິພາບ. ເຊິ່ງຈະນໍາໄປເຖິງການນໍາໃຊ້ ຟືນ ແລະ ຖ່ານຢ່າງມີປະສິດທິຜົນ ແລະ ຫລຸດຜ່ອນປາກົດການອາຍພິດເຮືອນແກ້ວ. ການສົ່ງເສີມການຜະລິດ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ ເປັນການປະກອບສ່ວນເຂົ້າໃນການປະຕິບັດ ເປົ້າຫມາຍການພັດທະນາແບບຍືນຍົງ ໃນ SDG 7 ຄື: ຮັບປະກັນການເຂົ້າເຖິງພະລັງງານທີ່ທັນສະໄຫມ, ຍືນຍົງ, ເຊື່ອຖືໄດ້ ແລະ ລາຄາບໍ່ແພງສໍາລັບຫມົດທຸກຄົນ. ໃນ SDG 13 ຄື: ເອົາມາດຕະການອັນຮີບດ່ວນເພື່ອແກ້ໄຂ ບັນຫາການປ່ຽນແປງດິນຟ້າອາກາດ ແລະ ຮັບມືຜົນກະທົບຈາກບັນຫາດັ່ງກ່າວ ແລະ ໃນ SDG 15 ຄື: ປົກ ປ້ອງ, ຟື້ນຟູ ແລະ ສົ່ງເສີມການນໍາໃຊ້ລະບົບນິເວດແບບຍືນຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນ ທະເລຊາຍ, ຢຸດຕິ ແລະ ຟື້ນຟູການເສື່ອມໂຊມຂອງດິນ ແລະ ຢຸດການສູນເສຍຊີວະນາໆພັນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles