ທ່ານ ຄອນສະຫວັນ ຄຳນວນ ວິຈິດ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະ ຫວັນນະເຂດ ໃນຕອນບ່າຍວັນ ທີ 23 ມັງກອນ 2025 ຕໍ່ໜັງ ສືພິມສະຫວັນພັດທະນາໃນ ໂອກາດທີ່ທ່ານ ພ້ອມຄະນະໄດ້ ລົງເຄື່ອນໄຫວຕິດຕາມການ ຈັດຕັ້ງປະຕິບັດການກວດກາ ລົດຂົນສົ່ງສິນຄ້າ ແລະລົດໂດຍ ສານທີ່ຈຸດກວດກາສະຖານີ ຕິດຊັ່ງນໍ້າໜັກກິໂລແມັດທີ 38 ເມືອງຈໍາພອນ ຊຶ່ງທ່ານ ໄດ້ຍົກໃຫ້ຮູ້ວ່າ:
ຜ່ານການລົງກວດກາໃນ ໄລຍະ 10 ວັນດັ່ງກ່າວແມ່ນ ໄດ້ສຸ່ມກວດກາຕາມເປົ້າໝາຍ ໄດ້ທັງໝົດ 172 ຄັນ; ໃນນັ້ນ: ລົດຂົນສົ່ງ 11 ຄັນ, ລົດໂດຍ ສານ 55 ຄັນ; ພົບເຫັນລົດທິ່ ລະເມີດລະບຽບການທັງໝົດ ຈໍານວນ 52 ຄັນ ໃນນັ້ນ: ລົດ ຂົນສົ່ງ 41ຄັນ, ລົດໂດຍສານ 11ຄັນ, ໄດ້ສຶກອົບຮົມຕັກເຕືອນ 52 ຄັນ, ປັບໃໝ 16 ຄັນ, ມີ ລົດຂົນສົ່ງ 15 ຄັນ, ໂດຍສານ 1 ຄັນ, ຄິດໄລ່ປັບໄໝເປັນເງິນ ທັງໝົດ 101 ລ້ານກວ່າກີບ, ເງິນດັ່ງກ່າວ ແມ່ນໄດ້ມອບເຂົ້າບັນຊີຂອງແຂວງແລ້ວທັງໝົດ. ສຳລັບຂໍ້ຫາລະເມີດ ທີ່ພົບແມ່ນ: ບໍ່ມີໃບອະນຸຍາດດໍາເນີນທຸລະ ກິດຂົນສົ່ງ, ລັກລອບແກ່ສິນຄ້າ ຂາກັບໂດຍບໍ່ໄດ້ຮັບອະນຸຍາດ, ບັນທຸກເຄື່ອງຂອງເກີນຂະ ໜາດ, ຄົນຕ່າງປະເທດຂັບຂີ່ລົດ ລາວບໍ່ໄດ້ຮັບອະນຸຍາດ, ເອກະ ສານລົດບໍ່ຄົບຖ້ວນ, ບໍ່ຖືເອກະ ສານຕິດມານໍາລົດ ແລະອື່ນໆ.
ໃນນັ້ນມີ ລົດລາວປະມານ 60% ແລະ ລົດຕ່າງປະເທດ 40%, ເຊິ່ງທີມງານຈຸດກວດກາຈະໄດ້ດໍາເນີນການກວດກາໄປຮອດວັນ ທີ 27 ມັງກອນ 2025 ຈິ່ງຈະສໍາເລັດ, ຜ່ານການລົງກວດກາໃນໄລຍະ 10 ວັນດັ່ງກ່າວແມ່ນ ໄດ້ສຸ່ມກວດກາຕາມເປົ້າໝາຍ ໄດ້ທັງໝົດ 172 ຄັນ; ໃນນັ້ນ: ລົດຂົນສົ່ງ 11 ຄັນ, ລົດໂດຍສານ 55 ຄັນ; ພົບເຫັນລົດທິ່ ລະເມີດລະບຽບການທັງໝົດ ຈໍານວນ 52 ຄັນ ໃນນັ້ນ: ລົດຂົນສົ່ງ 41ຄັນ, ລົດໂດຍສານ 11ຄັນ, ໄດ້ສຶກອົບຮົມຕັກເຕືອນ 52 ຄັນ, ປັບໃໝ 16 ຄັນ, ມີ ລົດຂົນສົ່ງ 15 ຄັນ, ໂດຍສານ 1 ຄັນ, ຄິດໄລ່ປັບໄໝເປັນເງິນ ທັງໝົດ 101 ລ້ານກວ່າກີບ, ເງິນດັ່ງກ່າວ ແມ່ນໄດ້ມອບເຂົ້າບັນຊີຂອງແຂວງແລ້ວທັງໝົດ.
ສຳລັບຂໍ້ຫາລະເມີດທີ່ພົບແມ່ນ: ບໍ່ມີໃບອະນຸຍາດດໍາເນີນທຸລະ ກິດຂົນສົ່ງ, ລັກລອບແກ່ສິນຄ້າ ຂາກັບໂດຍບໍ່ໄດ້ຮັບອະນຸຍາດ, ບັນທຸກເຄື່ອງຂອງເກີນຂະໜາດ, ຄົນຕ່າງປະເທດຂັບຂີ່ລົດ ລາວບໍ່ໄດ້ຮັບອະນຸຍາດ, ເອກະສານລົດບໍ່ຄົບຖ້ວນ, ບໍ່ຖືເອກະສານຕິດມານໍາລົດ ແລະ ອື່ນໆ.
ທີ່ມາ: ສະຫວັນພັດທະນາ