27 C
Vientiane
Wednesday, February 5, 2025

ດົນປານໃດແລ້ວ ທີ່ທ່ານບໍ່ໄດ້ຊັກ ຊົບໝອນ? ທ່ານຮູ້ຫຼືບໍ່ວ່າ ຊົບໝອນ ທີ່ບໍ່ໄດ້ຊັກ 1 ອາທິດ ມີເຊື້ອພະຍາດຫຼາຍກວ່າໃນວິດຖ່າຍ 17,000 ເທົ່າ

ໂດຍອີງຕາມການລາຍງານ ຂອງ Amerisleep ແລະ ການທົບສອບຂອງ NSF.

ເຫື່ອ ຝຸ່ນລະອອງ ແລະ ສິ່ງສົກກະປົກ ຈາກເສັ້ນຜົມ ຫົວ ແລະ ໂຕຂອງພວກເຮົາ ບວກໃສ່ກັບເຊລຜິວໜັງ ທີ່ຕາຍໄປແລ້ວ ຈະກາຍເປັນບ່ອນສະສົມ ແລະ ແຜ່ເຊື້ອພະຍາດໄດ້ເປັນຢ່າງດີ (ມີປະມານ 50 ລ້ານເຊວຕໍ່ມື້). ຕາມການຄົ້ນຄວ້າວິໄຈຂອງ Amerisleep ແລະການທົດລອງຂອງ NSF (National Sanitation Foundation) ໃຫ້ຮູ້ວ່າ ຊົບໝອນ ທີ່ບໍ່ໄດ້ຊັກ 1 ອາທິດ ມີເຊື້ອແບັກເຕີເຣຍ ສະສົມປະມານ 17,000 ເທົ່າ, ສ່ວນຜ້າປູບ່ອນນອນ ກໍ່ມີເຊື້ອແບັກເຕີເຣຍ ຫຼາຍກວ່າລູກບິດໃນຫ້ອງນໍ້າ 25,000 ເທົ່າ ແລະ ອາດເຮັດໃຫ້ຜູ້ນອນ ຕິດເຊື້ອຕ່າງໆ ໄດ້ງ່າຍ ເຊັ່ນ ພະຍາດປອດບວມ.

ຄໍາແນະນໍາຂອງຜູ້ຊ່ຽວຊານ ແມ່ນໃຫ້ຊັກຊົບໝອນ ບ່ອນນອນ 1 ເທື່ອຕໍ່ອາທິດ. ແຕ່ຖ້າທ່ານ ເປັນຜູ້ທີ່ມີຜິວມັນ, ອອກກໍາລັງກາຍແລ້ວ ໂດດເຂົ້າຕຽງນອນເລີຍ ກໍ່ມີຄວາມຈໍາເປັນໄດ້ຊັກ ຖີ່ຂຶ້ນ.

ທີ່ມາ: AmeriSleep

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles