ມາແລ້ວ ໂທລະສັບ HONOR X9C 5G ທີ່ພຽບພ້ອມຄຸນນະພາບການໃຊ້ງານຕອບໂຈດຍຸກສະໄໝ ປ່ຽມລົ້ນຄຸນຄ່າ ນາໆປະໂຫຍດ ງົດງາມ: ທົນທານ, ທ້າທາຍທູກສະຖານະການ ສ້າງຄວາມປະທັບໃຈໄປກັບຟັງຊັນໃໝ່ໆໃຫ້ທ່ານໄດ້ລອງສໍາຜັດ.
ພິທີເປີດໂຕໂທລະສັບໃໝ່ HONOR X9C 5G ໂດຍບໍລິສັດ ຕວນຕ່າ (DUANDA) ໄດ້ຈັດຂຶ້ນເມື່ອວັນທີ 8 ມັງກອນ 2025 ທີ່ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ ນະຄອນຫຼວງວຽງຈັນ ໂດຍມີບັນດາແຂກຮັບເຊີນຫຼາຍພາກສ່ວນເຂົ້າຮ່ວມ.

ພາຍໃນງານໄດ້ມີການນໍາສະເໜີຈຸດເດັ່ນຂອງໂທລະສັບໃໝ່, ພ້ອມທົດສອບຄວາມທົນທານແຂງແກ່ນຕໍ່ໜ້າມວນຊົນດ້ວຍການແຊ່ນໍ້າເປັນຊົ່ວໂມງ, ຖິ້ມໃຫ້ຕົກລົງຈາກທີ່ສູງ ແລະ ອື່ນໆ.

ໂດຍຜະລິດຕະພັນໃໝ່ນີ້ ຜະລິດໂດຍບໍລິສັດ ຕວນຕ່າ (DUANDA) ເຊິ່ງທ່ານ ເຫຼີຍ ຕ່າ ( Lei da) ປະທານ ບໍລິສັດ ຕວນຕ່າ ກຣຸບ ຈໍາກັດ ໄດ້ໃຫ້ຮູ້ວ່າ: ບໍລິສັດ ຕວນຕ່າ ໃນຖານະພັນທະມິດທາງຍຸດທະສາດຂອງ HONOR ພວກເຮົາເປັນຕົວແທນອອນລາຍໃນປະເທດໄທ, ມຽມມາ ແລະ ປະເທດລາວ. ນອກຈາກໂທລະສັບມືຖື, ສິນຄ້າ 3 C ເຮົາຍັງມີສ່ວນຮ່ວມໃນດ້ານບັນເທີງ, ເຄື່ອງສໍາອາງ, ອຸປະກອນເອເລັກໂຕຣນິກ ແລະ ອື່ນໆ ໂດຍມຸ່ງໝັ້ນທີ່ຈະມອບຜະລິດຕະພັນ ແລະ ບໍລິການທີ່ມີຄຸນນະພາບສູງສຸດ ໃຫ້ແກ່ຜູ້ໃຊ້ງານສະເໝີ.

ໃນປີ 2024 ທີ່ຜ່ານມາ ໂທລະສັບ ຍີ່ຫໍ້ HONOR ໄດ້ຄອງໃຈຜູ້ໃຊ້ບໍລິການໃນຫຼາຍປະເທດ ໂດຍສະເພາະປະເທດລາວ ມີຄົນຮູ້ຈັກຫຼາຍຂຶ້ນ ກາຍມາເປັນຄູ່ຫູທີ່ມີຄວາມໄວ້ວາງໃຈ ແລະ ຍອດຂາຍຂອງ HONOR ໄດ້ເພີ່ມຂຶ້ນຢ່າງໄວວາ ເພື່ອທຽບກັບປີ 2023 ກໍເໝືອນການຕື່ມເຕັມໃຫ້ ມີຊີວິດຊີວາດີຂຶ້ນ ແລະ ເປັນແຮງພັດທະນາ HONOR ໃນໄລຍະຍາວ.

ທ່ານ ຍັງເວົ້າອີກວ່າ: ທີ່ຜ່ານມາຍັງບໍ່ທັນເຮັດການຕະຫຼາດຢ່າງເຕັມທີ່; ປີ 2025 ນີ້ ຈະເປັນປີທໍາອິດຂອງ ອໍເນີຣ (HONOR) ໃນລາວ ແລະ ຈະເປັນຈຸດເລີ່ມຕົ້ນຂອງພວກເຮົາ. ພວກທ່ານເລືອກ HONOR ເທົ່າກັບທ່ານເລືອກເສັ້ນທາງສູ່ຄວາມສໍາເລັດ ແລະ ເສັ້ນທາງນີ້ ເຮົາຈະເດີນທາງຄຽງຂ້າງທ່ານສະເໝີ ເພື່ອຜ່ານຜ່າອຸປະສັກໄປດ້ວຍກັນ ແລະ ຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງ.

ແນ່ນອນ HONOR X9C 5G ທີ່ນໍາສະເໜີສູ່ຕະຫຼາດລາວ ຫຼ້າສຸດນີ້ ຍ່ອມມີການຍົກລະດັບຟັງຊັນຫັນສູ່ຄວາມທັນສະໄໝຍິ່ງຂຶ້ນ ພາຍໃຕ້ການປັບປຸງຄຸນນະພາບດ້ວຍອຸດສາຫະກໍາໃໝ່ຢ່າງຕໍ່ເນື່ອງ. ເນັ້ນຄວາມເບົາສະບາຍ, ຖ່າຍຮູບງາມ, ສາກເຕັມໄວໃຊ້ທົນນານ ແລະ ທົນຕໍ່ການກະແທກໄດ້ເປັນຢ່າງດີ. ມີຈໍາໜ່າຍຕາມຮ້ານຕົວແທນ ຫຼື ຮ້ານໂທລະສັບທົ່ວໄປ.













