ຮູ້ບໍ່ວ່າ “ການທີ່ເຮົາ ຍິ່ງປ່ອຍທາດອາຍພິດເຮືອນເເກ້ວ ຂຶ້ນສູ່ຊັ້ນບັນຍາກາດຫຼາຍຊ່ຳໃດ ກໍ່ຈະເຮັດໃຫ້ອຸນຫະພູມໂລກຂອງເຮົາສູງຂຶ້ນຫຼາຍເທົ່ານັ້ນ”. ອີງຕາມຂໍ້ມູນຈາກ Ourworldindata ພົບວ່າ: ຢູ່ໃນທົ່ວໂລກມີປະລິມານການປ່ອຍທາດອາຍເຮືອນເເກ້ວຈຳນວນ 53,85 ພັນລ້ານໂຕນ ເເລະ ປະເທດລາວ ກໍ່ມີການປ່ອຍທາດອາຍເຮືອນເເກ້ວຈຳນວນ 67,29 ລ້ານໂຕນ (ໃນສະຖີຕິ ປີ 2022) ຫຼື ສປປ ລາວ ປະກອບສ່ວນປະມານ 0.12% ຂອງປະລິມານທາດອາຍເຮືອນແກ້ວ ທັງໝົດທີ່ປ່ອຍອອກໃນທົ່ວໂລກ. ດັ່ງນັ້ນ, ເມື່ອມີການປ່ອຍທາດອາຍພິດເຮືອນເເກ້ວ ຢູ່ໃນຫຼາຍໆປະເທດໃນໂລກ ເຮັດໃຫ້ປະເທດຕ່າງໆເຫຼົ່ານັ້ນຈຳຕ້ອງໄດ້ມີວິທີການ ໃນການຫຼຸດຜ່ອນ ແລະ ຫາວິທີດູດຊັບ ທາດອາຍພິດເຮືອນເເກ້ວທີ່ຈະປິວຂຶ້ນໄປສູ່ຊັ້ນບັນຍາກາດ. ຫຼື ຖ້າບໍ່ສາມາດເຮັດໄດ້ ໃນປະເທດຕົນ ກໍ່ຕ້ອງໄດ້ມີວິທີການ ສະໜັບສະໜູນປະເທດອື່ນ ເພື່ອໃຫ້ສາມາດ ຫຼຸດຜ່ອນ ຫຼື ດູດຊັບທາດອາຍພິດເຮືອນແກ້ວ ໃຫ້ໄດ້ຫຼາຍຂຶ້ນ.
REDD+ (Reducing Emissions from Deforestation and Forest Degradation) ໝາຍເຖິງນະໂຍບາຍການຫຼຸດການປ່ອຍທາດອາຍເຮືອນແກ້ວຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມຂອງປ່າໄມ້ໃນປະເທດກໍາລັງພັດທະນາ ເຊິ່ງເປັນສ່ວນໜຶ່ງໃນການແກ້ໄຂບັນຫາພາວະໂລກຮ້ອນພາຍໄດ້ອານຸສັນຍາ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ.
ສປປ ລາວ ໄດ້ເຂົ້າຮ່ວມໃນຂະບວນການກະກຽມຄວາມພ້ອມສຳລັບ REDD+ ນັບຕັ້ງເເຕ່ຖືກຄັດເລືອກໃຫ້ເປັນໜຶ່ງໃນ 47 ປະເທດທີ່ເຂົ້າຮ່ວມກັບໂຄງການຄູ່ຮ່ວມກາກບອນປ່າໄມ້ (FCPF) ໃນປີ 2007. ລັດຖະບານ ສປປ ລາວ ຖືເອົາວຽກງານ REDD+ ເປັນໂອກາດສຳລັບຂ້າມຜ່ານຈາກການນຳໃຊ້ທີ່ດິນຊົນນະບົດ ເປັນເເຫຼ່ງສ້າງລາຍຮັບ ເເບບຖືເອົາມູນຄ່າຊັບພະຍາກອນທຳມະຊາດ, ໄປສູ່ການນຳໃຊ້ທີ່ດິນເເບບຍຸດທະສາດ ເເລະ ມີປະສິດທິພາບ ໂດຍຜ່ານຂະບວນການວາງເເຜນແບບມີສ່ວນຮ່ວມ ເເລະ ລວມສູນ. ຄະນະກຳມະການ REDD+ ຂັ້ນສູນກາງ (NRTF) ໄດ້ຮັບການເເຕ່ງຕັ້ງຂຶ້ນໃນປີ 2008 ຕາມກົນໄກທີ່ມີຫຼາຍຂະເເໜງການ ເເລະ ກະຊວງ ເພື່ອຮັບຜິດຊອບການພັດທະນາ ເເລະ ຈັດຕັ້ງປະຕິບັດ REDD+ ໃນ ສປປ ລາວ, ເຊິ່ງ ຄະນະກຳມະການ REDD+ ຂັ້ນສູນກາງກໍເເມ່ນ ກະຊວງກະສິກຳ ເເລະ ປ່າໄມ້.
ກອງທຶນກາກບອນປ່າໄມ້ ແມ່ນການຮ່ວມມືລະດັບໂລກຂອງ ພາກລັດ, ທຸລະກິດ, ອົງການຈັດຕັ້ງທາງສັງຄົມ ແລະ ຕົວແທນຊົນເຜົ່າ ເພື່ອຫຼຸດຜ່ອນການປ່ອຍອອກອາຍເຮືອນ ແກ້ວຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມ ໂຊມ, ການຄຸ້ມຄອງປ່າໄມ້ ແບບຍືນຍົງ ແລະ ການອະນຸລັກ ແຫຼ່ງເກັບກັກ ທາດກາກບອນ ຫຼື REDD+ ຢູ່ໃນ ປະເທດທີ່ ກຳລັງພັດທະນາ. ເລີ່ມຈາກ ປີ 2008, ກອງທຶນກາກບອນ ປ່າໄມ້ ຮ່ວມກັບ 47 ປະເທດ ທີ່ກຳລັງພັດທະນາ ໃນເຂດ ອາຟຣິກາ, ອາຊີ, ອາເມລິກາລາຕິນ ແລະ ຄາຣີບຽນ, ພ້ອມ ດ້ວຍຜູ້ໃຫ້ທຶນ (ຈາກ 17 ເເຫຼ່ງທຶນ) ໄດ້ປະກອບສ່ວນເປັນ ມູນຄ່າ 1,3 ຕື້ໂດລາສາຫະລັດ.
ສປປ ລາວ ເປັນປະເທດທີ 3 ໃນເຂດອາຊີ ຫລັງຈາກອິນໂດເນເຊຍ ແລະ ຫວຽດນາມ, ແລະ ເປັນປະເທດ ທີ 9 ໃນໂລກ ທີ່ໄດ້ເຊັນສັນຍາ ERPA ຮ່ວມກັບທະນາຄານໂລກ(ກອງທຶນຄູ່ຮ່ວມກາກບອນປ່າໄມ້). ມູນຄ່າທັງໝົດຂອງສັນຍາທີ່ທະນາຄານໂລກໄດ້ລົງນາມກັບ ປະເທດຕ່າງໆໃນໂລກລວມມີ ສປປ ລາວ, ຊີລີ, ຄັອດສຕາ ຣີກາ, ໄອວໍຣີ່ຄົດ,ສາທາລະນະລັດປະຊາທິປະໄຕຄອງໂກ, ການາ ແລະ ໂມຊໍບິກ ມີມູນຄ່າປະມານ 500 ລ້ານໂດລາສາຫະລັດ. ຄາດວ່າປະເທດທີ່ຍັງບໍ່ທັນໄດ້ເຊັນສັນຍາຈະມີການເຊັນສັນຍາຊື້-ຂາຍສິນເຊື່ອກາກບອນປ່າໄມ້ ໃນຕົ້ນປີ 2021 ນີ້.
ອີີີີງຕາມມາດຕາທີ 6 ຂອງ ສັນຍາປາຣີ: ການຊື້ຂາຍສິນເຊື່ອກາກບອນ ຈາກການຫຼຸດຜ່ອນການປ່ອຍທາດອາຍເຮືອນເເກ້ວຢູ່ຕະຫຼາດກາກບອນສາກົນ ເເລະ ອະນຸຍາດໃຫ້ບັນດາປະເທດຕ່າງໆດຳເນີນ “ການຮ່ວມມືແບບສະໝັກໃຈ” ໃນການຈັດຕັ້ງປະຕິບັດ NDC ຂອງຕົນຜ່ານການຖ່າຍໂອນການຫູຸດຜ່ອນການປ່ອຍທາດອາຍເຮືອນເເກ້ວລະຫວ່າງປະເທດ ເຊິ່ງໝາຍຄວາມວ່າ ການຫູຸດຜ່ອນການປ່ອຍອາຍພິດທີ່ເກີດຂຶ້ນຢູ່ປະເທດໜຶ່ງສາມາດໂອນ ເເລະ ນັບເຂົ້າໃນເປົ້າໝາຍດ້ານວຽກງານການດິນຟ້າອາກາດຂອງອີກປະເທດໜຶ່ງໄດ້.
ດັ່ງນັ້ນ, ໂຄງການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ໃນການຊື້-ຂາຍກາກບອນປ່າໄມ້ຈາກການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ຢູ່ 6 ແຂວງພາກເຫນືອຂອງລາວນີ້ ເປັນໂຄງການທຳອິດຂອງລັດຖະບານລາວທີ່ຈະມີການຂາຍສິນເຊື່ອກາກບອນປ່າໄມ້ໃຫ້ກັບຄູ່ຮ່ວມສັນຍາ ກໍຄືທະນາຄານໂລກ ຊຶ່ງມີມູນຄ່າ ສູງເຖິງ 42 ລ້ານໂດລາສະຫະລັດ. ເງື່ອນໄຂສໍາຄັນຂອງການຊື້ກາກບອນປ່າໄມ້ ຈາກໂຄງການນີ້ແມ່ນໃຫ້ລັດຖະບານລາວ ລົງທຶນເອງລ່ວງໜ້າເຂົ້າໃນການດໍາເນີນບັນດາມາດຕະການ ແລະ ກິດຈະກຳຕ່າງໆ ເພື່ອຫຼຸດຜ່ອນການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ຄຽງຄູ່ກັບການສົ່ງເສີມຟື້ນຟູປ່າ, ປັບປຸງຊີວິດການເປັນຢູ່ ແລະ ອະນຸລັກສິ່ງແວດລ້ອມ. ດັ່ງນັ້ນ, ໂຄງການຈິ່ງມີຄວາມສໍາຄັນຫລາຍຕໍ່ການຄຸ້ມຄອງປ່າໄມ້ ແລະ ຫຼຸດຜ່ອນການປ່ຽນແປງສະພາບດິນຟ້າອາກາດ.
ຕາງຫນ້າລັດຖະບານ ສປປ ລາວ ແມ່ນ ກະຊວງ ການເງິນ ແລະ ກະຊວງ ກະສິກຳ ແລະ ປ່າໄມ້ ຮ່ວມກັບ ທະນາຄານ ໂລກ ໄດ້ເຊັນ ສັນຍາຊື້-ຂາຍກາກບອນປ່າໄມ້ (ERPA) ທ້າຍ ເດືອນທັນວາ ປີ 2020. ໃນສັນຍາດັ່ງກ່າວ, ຝ່າຍທະນາຄານໂລກຈະຈ່າຍເງິນໃຫ້ ສປປ ລາວ ເພື່ອແລກປ່ຽນສິນເຊື່ອກາກບອນຂອງໂຄງການ ຈໍານວນເຖິງ 8,4 ລ້ານໂຕນອາຍກາກໂບນິກທຽບເທົ່າ ໃນລາຄາ 5 ໂດລາສະຫະລັດ ຕໍ່ ໂຕນ; ຝ່າຍ ສປປ ລາວ ຕ້ອງຮັບປະກັນຜົນງານດ້ານການແກ້ໄຂສາເຫດຂອງການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມຢູ່ ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ. ນອກຈາກນັ້ນ, ຍັງຕ້ອງໄດ້ມີການດໍາເນີນຂະບວນການປະເມີນ, ພິສູດ ແລະ ຢັ້ງຢືນ ສິນເຊື່ອກາກບອນ ຈຳນວນເຖິງ 8,4 ລ້ານໂຕນ ກ່ອນສະເຫນີຂາຍໃຫ້ທະນາຄານໂລກ. ກອບໄລຍະເວລາຂອງສັນຍາ ແລະ ການຈັດຕັ້ງປະຕິບັດໂຄງການ ແມ່ນ ລະຫວ່າງ 2020 ຫາ 2025.
ພື້ນທີ່ຂອງເເຜນງານຫຼຸດຜ່ອນທາດອາຍເຮືອນເເກ້ວຂອງ ສປປ ລາວ ກວມເອົາ 6 ເເຂວງ ພາກເໜືອຂອງປະເທດເຊິ່ງກວມເອົາປະມານ 35% ຂອງເນື້ອທີ່ທົ່ວປະເທດ ທີ່ເປັນພື້ນທີ່ພູມິທັດຕິດຕໍ່ກັນເຊິ່ງກວມເອົາເນື້ອທີ່ຂອງເເຂວງ ບໍ່ເເກ້ວ, ຫົວພັນ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ ເເລະ ໄຊຍະບູລີ ເພາະພື້ນທີ່ດັ່ງກ່າວເປັນເເຫຼ່ງຕົ້ນນ້ຳຫຼໍ່ລ້ຽງເເມ່ນ້ຳສາຂາໃຫຍ່ຕ່າງໆ ລວມທັງເເມ່ນ້ຳຂອງ. ການເລືອກພື້ນທີ່ໂຄງການ ແມ່ນຍ້ອນວ່າ ພື້ນທີ່ດັ່ງກ່າວ ກວມເອົາໜຶ່ງສ່ວນສາມຂອງເນື້ອທີ່ທົ່ວປະເທດ ແລະ ເນື່ອງມາຈາກຫຼາຍເຫດຜົນທີ່ ພື້ນທີ່ຂອງປ່າໄມ້ຖືກທຳລາຍປ່າໄມ້ ແລະ ປ່າໄມ້ເສື່ອມໂຊມ ລວມກັນແມ່ນປະມານ 72.000 ເຮັກຕາຕໍ່ປີ ໃນຊ່ວງແຕ່ປີ 2005 – 2015. ປ່າໄມ້ຖືກທໍາລາຍ ແລະ ປ່າໄມ້ເສື່ອມໂຊມ ຢູ່ 6 ແຂວງ ແມ່ນເທົ່າປະມານ 40 ສ່ວນຮ້ອຍຂອງປ່າໄມ້ທົ່ວປະເທດ. ນອກຈາກນັ້ນ, ລັດຖະບານລາວກໍຍັງໄດ້ມີການຮ່ວມມືກັບບໍລິສັດເອກະຊົນໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມກ່ຽວກັບສິນເຊື່ອກາກບອນປ່າໄມ້ ອີກຫຼາຍໆໂຄງການ.
ທ່ານ ປອ ສີພາ ຈັນທະວົງ ຜູ້ທີ່ລົງເລິກທາງດ້ານກົດໝາຍສິ່ງເເວດລ້ອມ ແລະ ເປັນອາຈານສອນຢູ່ທີ່ ຄະນະນິຕິສາດ ເເລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ກ່າວວ່າ: “ສິນເຊື່ອກາກບອນປ່າໄມ້ ມີຄວາມສໍາຄັນ ແລະ ຈໍາເປັນຫຼາຍໃນການກະຕຸ້ນການປົກປັກຮັກສາປ່າໄມ້ ເພື່ອເປັນແຫຼ່ງດູດຊັບກາກບອນ ຊຶ່ງຈະຊ່ວຍກະຕຸ້ນໃຫ້ແກ່ຜູ້ຄອບຄອງປ່າໄມ້ ໄດ້ຮູ້ເຖິງການປົກປັກຮັກສາ ແລະ ເພີ່ມອັດຕາການປົກຫຸ້ມປ່າໄມ້ ເພາະມີປ່າໄມ້ຫຼາຍ ກໍມີສິນເຊື່ອກາກບອນປະລິມານຫຼາຍ ແລະ ສາມາດສ້າງລາຍຮັບທີ່ເປັນເງິນ ແລະ ບໍ່ເປັນເງິນໃຫ້ຜູ້ປົກປັກຮັກສາປ່າໄມ້ທາງກົງ ແລະ ທາງອ້ອມ ເຊັ່ນ ເກີດມີໂຄງການຊື້ຂາຍສິນເຊື່ອກາກບອນປ່າໄມ້, ສາມາດປະກອບສ່ວນໃນການແກ້ໄຂການປ່ຽນແປງດິນຟ້າອາກາດ ແລະ ເພີ່ມຄວາມສົມບູນຂອງລະບົບນິເວດ. ນອກຈາກນັ້ນ, ສິນເຊື່ອກາກບອນ ແລະ ການຫຼຸດຜ່ອນທາດອາຍເຮືອນແກ້ວ ມີການພົວພັນກັນຢ່າງເລິກເຊິ່ງ ແລະ ສະໜິດແໜ້ນ ເພາະວ່າທາດອາຍກາກບອນ ແມ່ນໜຶ່ງໃນທາດອາຍເຮືອນແກ້ວ ທີ່ປ່າໄມ້ສາມາດດູດຊັບໄດ້ ໝາຍຄວາມວ່າ ມີປ່າໄມ້ຫຼາຍ ກໍຊ່ວຍໃນການຫຼຸດຜ່ອນການລອຍຕົວຂຶ້ນສູ່ຊັ້ນບັນຍາກາດຂອງທາດອາຍກາກບອນໄດ້ ແລະ ກົງກັນຂ້າມ ຫາກບໍ່ມີປ່າໄມ້ ທາດກາກບອນກໍປິວຂຶ້ນສູ່ຊັ້ນບັນຍາກາດໄດ້ງ່າຍ. ສະນັ້ນ, ການພົວພັນດັ່ງກ່າວ ແມ່ນການ ພົວພັນແບບກາຍອິນຊີ ແລະ ມີສິນເຊື່ອກາກບອນຫຼາຍ ກໍໝາຍເຖິງມີປ່າໄມ້ຫຼາຍ ແລະ ສາມາດເກັບກັກທາດອາຍເຮືອນແກ້ວໄດ້ຫຼາຍ”
ເຫັນໄດ້ວ່າ ປະເທດລາວເຮົາກໍເປັນປະເທດໜຶ່ງທີ່ເຫັນໄດ້ເຖິງຄວາມສຳຄັນໃນການຫຼຸດຜ່ອນທາດອາຍເຮືອນເເກ້ວ ແລະ ຍັງເຫັນໄດ້ວ່າສິນເຊື່ອກາກບອນປ່າໄມ້ເເມ່ນມີຄວາມຈຳເປັນຫຼາຍ ເພາະວ່າຍິ່ງເຮົາມີປ່າໄມ້ເພື່ອດູດຊັບເອົາທາດອາຍກາກບອນຫຼາຍຊ່ຳໃດ ກໍຈະເຮັດໃຫ້ປະເທດເຮົາສາມາດຫຼຸດຜ່ອນທາດອາຍເຮືອນແກ້ວທີ່ຈະຂຶ້ນໄປທຳລາຍຊັ້ນບັນຍາກາດຂອງໂລກເຮົາຫຼາຍຊ່ຳນັ້ນ. ນອກຈາກນັ້ນ, ເຮົາກໍຍັງມີການຮ່ວມມືລະຫວ່າງປະເທດ ເພື່ອເປີດໂອກາດໃນການຫຼຸດຜ່ອນທາດອາຍເຮືອນເເກ້ວຈາກການແລກປ່ຽນຊື້-ຂາຍສິນເຊື່ຶອກາກບອນ ເພື່ອເເລກປ່ຽນກັບເງິນທຶນກາກບອນ ເເລະ ເຮັດໃຫ້ປະເທດຂອງເຮົາມີລາຍຮັບເພີ່ມຂຶ້ນຈາກການໝູນໃຊ້ປ່າໄມ້ໃນການຫຼຸດຜ່ອນ ຫຼື ດູດຊັບທາດອາຍເຮືອນເເກ້ວ.
ທີ່ມາ:
- dof.maf.gov.la
- redd.unfccc.int
- carboncredits.com
- Introduction to International Environmental Law Vol.2
- worldbank.org
- ourworldindata.org