34 C
Vientiane
Friday, October 18, 2024

ຄະນະຜູ້ແທນຮົງກົງ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມເຂົ້າໃຈ ແລະ ການຮ່ວມມືດ້ານເສດຖະກິດ

 

ວັນທີ 23 ກໍລະກົດ 2024 − ທ່ານ ຈອນ ລີ (John Lee), ຫົວໜ້າຄະນະຜູ້ບໍລິຫານ ເຂດບໍລິຫານພິເສດ ຮົງກົງ (HKSAR), ພ້ອມດ້ວຍຄະນະຜູ້ແທນ ຮົງກົງ ຈະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ, ສປປ ລາວ ໃນລະຫວ່າງວັນທີ 28-30 ກໍລະກົດ. 

ຄະນະຜູ້ແທນທີ່ໄດ້ຮັບການຈັດຕັ້ງໂດຍ ສະພາພັດທະນາການຄ້າຮົງກົງ (HKTDC)  ປະກອບມີເຈົ້າໜ້າທີ່ລະດັບສູງຂອງລັດຖະບານ HKSAR ພ້ອມດ້ວຍຜູ້ນໍາປະມານ 30 ທ່ານ ຈາກວິສາຫະກິດ ແລະ ກຸ່ມບໍລິສັດຊັ້ນນໍາລະດັບສາກົນ ຂອງຈີນແຜ່ນດິນໃຫຍ່ ແລະ ຮົງກົງ ທີ່ດໍາເນີນທຸລະກິດດ້ານການເງິນ ແລະ ການປະກັນໄພ; ນະວັດຕະກໍາ ແລະ ເຕັກໂນໂລຊີ; ບໍລິການລະດັບມືອາຊີບ; ພື້ນຖານໂຄງລ່າງ, ການຂົນສົ່ງ ແລະ ໂລຈິສຕິກ; ພະລັງງານ ແລະ ການຕ້ອນຮັບ.

 ໃນລະຫວ່າງການຢ້ຽມຢາມຄັ້ງນີ້, ບັນດາຄະນະຜູ້ແທນຈະໄດ້ເດີນທາງໄປຢ້ຽມຢາມສະຖານທີ່ສໍາຄັນທັງໃນ ແລະ ອ້ອມຮອບນະຄອນຫຼວງວຽງຈັນ ເພື່ອສຶກສາຄວາມເຂົ້າໃຈກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ໃນປັດຈຸບັນຂອງລາວ ແລະ ຜົນກະທົບຂອງການຂະຫຍາຍຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ”. ນອກຈາກນີ້, ຄະນະຜູ້ແທນຍັງຈະມີການພົບປະກັບສະພາການຄ້າທ້ອງຖິ່ນ ເພື່ອສຶກສາສໍາຫຼວດໂອກາດທາງທຸລະກິດ, ໂດຍໃຊ້ປະໂຫຍດຈາກບົດບາດຜູ້ເຊື່ອມຕໍ່ລະດັບສູງຂອງຮົງກົງ ທີ່ເຊື່ອມໂຍງລະຫວ່າງຈີນ ແລະ ໂລກເຂົ້າກັນ. 

ທ່ານ ດຣ ປີເຕີ ເຄ ເອັນ ແລມ (Dr Peter K N Lam), ປະທານ HKTDC ກ່າວວ່າ: “ນັບແຕ່ສະພາພັດທະນາການຄ້າຮົງກົງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1966, HKTDC ກໍໄດ້ໃຫ້ຄວາມສໍາຄັນຕໍ່ການເຊື່ອມຈອດເຊື່ອມໂຍງລະຫວ່າງຮົງກົງ ແລະ ໂລກ ຜ່ານທາງທຸລະກິດ ແລະ ການຄ້າຕະຫຼອດມາ. ສໍາລັບປີ 2024, ຖືເປັນປີແຫ່ງການແລກປ່ຽນຄວາມຮູ້ ລະຫວ່າງປະຊາຊົນອາຊຽນ-ຈີນ ເຊິ່ງເຮັດໃຫ້ການຢ້ຽມຢາມລາວຄັ້ງນີ້ມີຄວາມໝາຍອັນໃຫຍ່ຫຼວງ. ຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ຂອງພວກເຮົາໃນຄັ້ງນີ້ ກໍເພື່ອຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ລາວ ແລະ ຮົງກົງ, ພ້ອມດຽວກັນນັ້ນ ກໍຍັງເປັນການຮັດແໜ້ນສາຍພົວພັນທາງເສດຖະກິດ ລະຫວ່າງອາຊຽນ ແລະ ຮົງກົງໃຫ້ກວ້າງຂວາງຂຶ້ນກວ່າເກົ່າ. ພວກເຮົາພະຍາຍາມທີ່ຈະປຶກສາຫາລືກ່ຽວກັບໂອກາດທາງການຄ້າ ແລະ ເສດຖະກິດ ພ້ອມສົ່ງເສີມການແລກປ່ຽນທາງວັດທະນະທໍາ ລະຫວ່າງລາວ ແລະ ຮົງກົງ. 

ຮົງກົງ ໃນຖານະເປັນສູນກາງທາງການເງິນ, ການຄ້າ, ການລົງທຶນ ແລະ ການແລກປ່ຽນທາງດ້ານວັດທະນະທໍາ ລະຫວ່າງປະເທດທີ່ເຊື່ອມຈອດເຊື່ອມໂຍງກັບຈີນແຜ່ນດິນໃຫຍ່ ແລະ ໂລກ, ມີຄວາມມຸ່ງໝັ້ນໃນການເສີມສ້າງສາຍພົວພັນອັນສະໜິດແໜ້ນ ລະຫວ່າງ ຈີນແຜ່ນດິນໃຫຍ່ ແລະ ລາວ ດ້ວຍການເປີດໂອກາດໃຫ້ທຸລະກິດຂອງລາວສາມາດເຂົ້າເຖິງຕະຫຼາດແຜ່ນດິນໃຫຍ່, ໂດຍສະເພາະກໍແມ່ນ ເຂດພັດທະນາ ກວມລວມໄຊເສດຖາ, ນະຄອນຫຼວງວຽງຈັນ ແລະ ນະໂຍບາຍຍົກເວັ້ນວິຊ່າ 15 ວັນ ສໍາລັບນັກທ່ອງທ່ຽວຈີນທີ່ຕ້ອງການເດີນທາງມາທ່ຽວລາວ, ເຊິ່ງຄາດວ່າຈະເປັນການສ້າງໂອກາດອັນໃໝ່ໃຫ້ແກ່ທຸລະກິດ ແລະ ການທ່ອງທ່ຽວໄດ້. 

ຮົງກົງມີເປົ້າໝາຍໃນການເພີ່ມທະວີການຮ່ວມມືກັບ ສປປ ລາວ ເພື່ອສະໜັບສະໜູນການເຕີບໂຕ SMEs ໃນຂະແໜງການຕ່າງໆຂອງລາວ ເປັນຕົ້ນແມ່ນ ການທະນາຄານ, ການເງິນດີຈິຕອນ, ໂລຈິສຕິກ ແລະ ອີຄອມເມີສ ໂດຍຊ່ວຍສ້າງຂີດຄວາມສາມາດ, ຊອກຫາຄູ່ຮ່ວມມື ແລະ ການເຂົ້າເຖິງຕະຫຼາດໃໝ່. 

ການຢ້ຽມຢາມລາວຄັ້ງນີ້ ຖືເປັນການຕໍ່ຍອດຄວາມສໍາເລັດຂອງພາລະກິດຢ້ຽມຢາມອາຊຽນກ່ອນໜ້ານີ້ ທີ່ສິງກະໂປ, ມາເລເຊຍ ແລະ ອິນໂດເນເຊຍ ໃນປີ 2023 ແລະ ໄທ ປີ 2022. 

ສິ່ງດັ່ງກ່າວແມ່ນເປັນສ່ວນໜຶ່ງຂອງພາລະກິດການຢ້ຽມຢາມທີ່ກວ້າງຂວາງຂຶ້ນສໍາລັບອາຊຽນ ເຊິ່ງຈະມີຂຶ້ນໃນລະຫວ່າງວັນທີ 28 ກໍລະກົດ ຫາ 2 ສິງຫາ, ໃນລະຫວ່າງນັ້ນ ບັນດາຄະນະຜູ້ແທນຮົງກົງ ຈະເດີນທາງໄປຢ້ຽມຢາມກໍາປູເຈຍ ແລະ ຫວຽດນາມ ເພື່ອເພີ່ມທະວີການຮ່ວມມືທາງການຄ້າ ແລະ ເສດຖະກິດ ລວມທັງການແລກປ່ຽນທາງດ້ານວັດທະນະທໍາ ລະຫວ່າງອາຊຽນ ແລະ ຮົງກົງ. ສ້າງໂອກາດອັນດີໃນເຂດເສດຖະກິດພິເສດກວາງຕຸ້ງ-ຮົງກົງ-ມາເກົ໊າ (GBA) ຜ່ານການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ”. 

ອາຊຽນ ແມ່ນຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ອັນດັບສອງຂອງຮົງກົງ ໂດຍມີມູນຄ່າການຄ້າທັງໝົດ 145 ຕື້ໂດລາສະຫະລັດ [HK$1,131.7 ຕື້ໂດລາຮົງກົງ] ໃນປີ 2023. ຮົງກົງ ຖືເປັນສູນກາງທາງການເງິນ ແລະ ທຸລະກິດສາກົນໃນໃຈກາງອາຊີ, ເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງ ຈີນແຜ່ນດິນໃຫຍ່ ແລະ ພາກພື້ນຕ່າງໆຂອງໂລກ. ແຜນພັດທະນາອື່ນໆ ເຊັ່ນ ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ແລະ GBA ຈະຊ່ວຍສ້າງໂອກາດຫຼາຍຢ່າງ ເຊິ່ງຈະຊ່ວຍເພີ່ມບົດບາດຂອງຮົງກົງໃນຖານະຜູ້ເຊື່ອມຕໍ່ລະດັບສູງ. 

ສໍາລັບຂໍ້ມູນເພີ່ມເຕີມ, ເຂົ້າເບິ່ງທີ່ https://www.hktdc.com/

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles