34 C
Vientiane
Friday, October 18, 2024

ສິງກະໂປ ປະເທດທີ່ນໍາໜ້າ ທາງດ້ານນະວັດຕະກໍາ ແຫຼ່ງນໍ້າ ທີ່ຍືນຍົງຂອງໂລກ

ສິງກະໂປ ເປັນປະເທດນ້ອຍ, ມີເນື້ອທີ່ພຽງແຕ່ 719 ກິໂລຕາແມັດ ແລະ ມີຊັບພະຍາກອນນໍ້າ ຢູ່ຢ່າງຈໍາກັດ. ເຖິງວ່າສິງກະໂປ ຈະຕັ້ງຢູ່ໃນເຂດ ທີ່ມີປະລິມານນໍ້າຝົນ ຕົກຫຼາຍ ສະເລ່ຍ 2,400 ມິນລີແມັດຕໍ່ປີ, ແຕ່ເນື່ອງຈາກ ມີພື້ນທີ່ຮັບນໍ້າ ແລະ ກັກເກັບນໍ້າໜ້ອຍ, ບວກໃສ່ກັບປະເທດ ບໍ່ມີແມ່ນໍ້າສາຍໃຫຍ່, ຈຶ່ງເຮັດໃຫ້ ປະເທດ ສິງກະໂປ ຢູ່ໃນອັນດັບທີ 170 ຈາກ 193 ປະເທດ ທີ່ມີຊັບພະຍາກອນແຫຼ່ງນໍ້າທໍາມະຊາດ(1). ເຖິງແມ່ນວ່າ ສິງກະໂປ ຈະມີຂີດຈໍາກັດ ທາງດ້ານຊັບພະຍາກອນແຫຼ່ງນໍ້າ, ແຕ່ສິງກະໂປ ສາມາດກາຍເປັນປະເທດນໍາໜ້າຂອງໂລກ ໃນດ້ານການຈັດການຊັບພະຍາກອນແຫຼ່ງນໍ້າ ແບບຍືນຍົງ ເພື່ອສະໜອງໃຫ້ປະຊາກອນຂອງປະເທດ ທີ່ມີຫຼາຍກ່ວາ 5.5 ລ້ານຄົນ. ກ່ອນຈະກ້າວມາຢູ່ແຖວໜ້າຂອງໂລກ ດ້ານການຈັດການ ຊັບພະຍາກອນນໍ້າ ບໍ່ແມ່ນເລື່ອງງ່າຍ ເພາະ ສິງກະໂປ ໄດ້ມີການວາງວິໄສທັດແບບລະອຽດ ແລະ ແນວທາງ ໃນການພັດທະນາມາຕໍ່ເນື່ອງ ໂດຍການປະສົມປະສານ ເຕັກໂນໂລຊີ ທີ່ທັນສະໄຫມ ໄປພ້ອມໆກັນກັບ ນະໂຍບາຍທີ່ເຂັ້ມງວດ ພາຍໃນປະເທດ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ສັງຄົມ ໃນດ້ານການຮັກສາ ຊັບພະຍາກອນແຫຼ່ງນໍ້າ.

ນັກຂ່າວອາຊຽນ ຢ້ຽມຊົມ Marina Barrage ສິງກະໂປ

ເມື່ອຕົ້ນເດືອນມິຖຸນາ 2024, ນັກຂ່າວຫຼາຍສໍານັກ ຈາກບັນດາປະເທດ ອາຊຽນ ລວມທັງ ສປປ ລາວ ໄດ້ຮັບໂອກາດ ຈາກ ມູນນິທິ ສາກົນ ຂອງ ປະເທດ ສິງກະໂປ (Singapore International Foundation) ເພື່ອໄປຢ້ຽມຢາມ ຮຽນຮູ້ກ່ຽວກັບ ນະວັດຕະກໍາ ທາງສັງຄົມ ແລະ ການພັດທະນາ ແບບຍືນຍົງ ຂອງປະເທດ ສິງກະໂປ. ໜຶ່ງໃນສະຖານທີ່ ທີ່ໄປຢ້ຽມຢາມ ແມ່ນ Marina Barrage ຊຶ່ງເປັນອາຄານ ທີ່ມີຄວາມທັນສະໄຫມ ແລະ ມີພິພິດຕະພັນ Sustainable Singapore Gallery ທີ່ສາມາດສະແດງໃຫ້ເຫັນໃນຫຼາຍມຸມມອງ ເສັ້ນທາງການພັດທະນາ ແບບຍືນຍົງ ຂອງປະເທດ ສິງກະໂປ.

ນັກຂ່າວອາຊຽນ ຖ່າຍຮູບຢູ່ສວນ Garden by the Bay, ສິງກະໂປ

ຢູ່ປະເທດ ສິງກະໂປ ນໍ້າ ຖືເປັນຊັບພະຍາກອນທີ່ສໍາຄັນທີ່ສຸດ ແລະ ຕ້ອງນໍາໃຊ້ ໃຫ້ເກີດປະໂຫຍດ ແລະ ຄຸ້ມຄ່າທີ່ສຸດ. ແຕ່ກ່ອນ, ພາຍໃຕ້ຂໍ້ຕົກລົງ ເລື່ອງນໍ້າ ປີ 1962, ສິງກະໂປ ສາມາດ ດຶງເອົານໍ້າທໍາມະຊາດ ບໍລິມາດ 250 ລ້ານ ແກນລອນ ຕໍ່ມື້ ຈາກແມ່ນໍ້າ ໂຈຫໍ (Johor) ຂອງປະເທດມາເລເຊຍ ມາໃຊ້, ແລະ ໃນທາງກັບກັນ ສິງກະໂປ ຈະຕ້ອງສະໜອງ ນໍ້າທີ່ບໍາບັດແລ້ວ ເປັນຈໍານວນ 2% ຂອງບໍລິມາດນໍ້າ ທີ່ສິງກະໂປນໍາເຂົ້າມາ ສົ່ງໃຫ້ມາເລເຊຍ(2). ປະຈຸບັນເຖິງແມ່ນວ່າ ນໍ້າສະອາດ ຢູ່ ສິງກະໂປ ສາມາດເຂົ້າເຖິງໄດ້ງ່າຍ ແລະ ທຸກຄົນ ສາມາດດື່ມນໍ້າ ຈາກກ໋ອກນໍ້າປະປາໄດ້ ໂດຍບໍ່ຈໍາເປັນຕ້ອງນໍາໄປກອງ ຫຼື ຕົ້ມກ່ອນ, ແຕ່ເພື່ອຮັບປະກັນ ການເປັນເຈົ້າຕົນເອງ ທາງດ້ານການສະໜອງ ນໍ້າສະອາດ ແລະ ເພື່ອຄວາມໝັ້ນຄົງ ໃນການສະໜອງນໍ້າ, ລັດຖະບານ ສິງກະໂປ ໄດ້ເລີ່ມຍຸດທະສາດ ນໍ້າຈາກສີ່ແຫຼ່ງ ຫຼື Four National Taps” strategy (3) ປະກອບມີ:

• ການປ່ຽນນໍ້າທະເລ ໃຫ້ກາຍເປັນນໍ້າຈືດ (Desalination): ສິງກະໂປເປັນປະເທດຊັ້ນນໍາຂອງໂລກ ໃນການນໍາໃຊ້ເຕັກໂນໂລຊີ ການໃຊ້ ເຄື່ອງກອງ (Filter) ທີ່ກ້າວຫນ້າ ເພື່ອປ່ຽນນໍ້າທະເລ ໃຫ້ກາຍເປັນນໍ້າຈືດໄດ້. 

• ການປ່ຽນນໍ້າທີ່ໃຊ້ແລ້ວ ໃຫ້ກາຍເປັນສະອາດ NEWater: NEWater ແມ່ນເປັນຂະບວນການ ໃນການນໍາເອົາ ນໍ້າທີ່ໃຊ້ແລ້ວ ມາຜ່ານຂະບວນການບຳບັດຄຸນນະພາບສູງ ຈົນກາຍມາເປັນ ນໍ້າສະອາດ ທີ່ສາມາດນຳມາໃຊ້ເພື່ອການບໍລິໂພກ ແລະ ປະໂຫຍດອື່ນໆ. 

• ການນໍາເຂົ້ານໍ້າດື່ມ (Imported Drinking Water): ຂໍ້ຕົກລົງກັບມາເລເຊຍ ຮັບປະກັນການສະໜອງນ້ຳດິບທີ່ໝັ້ນຄົງທີ່ຜ່ານການບຳບັດຕື່ມອີກກ່ອນທີ່ຈະໄປຮອດບ້ານເຮືອນ. 

• ອ່າງເກັບນໍ້າໃນທ້ອງຖິ່ນ (Reservoirs): ປະຈຸບັນ ສອງສ່ວນສາມ ຂອງເນື້ອທີ່ ປະເທດ ສິງກະໂປ ສາມາດເກັບເອົານໍ້າຝົນ ເພື່ອປ່ອງໃສ່ 17 ອ່າງເກັບນໍ້າ ທີ່ມີຢູ່ໃນປະເທດ.

ຜູ້ບັນຍາຍ ອະທິບາຍ ເຕັກໂນໂລຊີ ກ່ຽວກັບ ການນໍາໃຊ້ພະລັງງານ ແລະ ການນໍາໃຊ້ນໍ້າ ຢ່າງມີປະສິດທິພາບ ຂອງປະເທດ ສິງກະໂປ ຢູ່ທີ່ ພິພິດຕະພັນ Sustainable Singapore Gallery

ການນໍາໜ້າດ້ານນະວັດຕະກໍາ Innovation Leadership 

ສິງກະໂປ ມີຄວາມຕັ້ງໃຈ ສືບຕໍ່ພັດທະນາ ນະວັດຕະກໍາ ໃນການຜະລິດນໍ້າ ໂດຍລົງທຶນ ຈໍານວນມະຫາສານ ເຂົ້າໃສ່ໃນວຽກງານການສຶກສາຄົ້ນຄວ້າ ແລະ ການພັດທະນາ. ໂດຍສະເພາະແມ່ນ ອົງການ ນໍ້າແຫ່ງຊາດ ສິງກະໂປ ຫຼື Singapore’s National Water Agency (PUB) ໄດ້ຮ່ວມມື ກັບຫຼາຍມະຫາວິທະຍາໄລ ແລະ ບໍລິສັດເອກະຊົນ ຂອງສິງກະໂປ ແລະ ຕ່າງປະເທດ ເພື່ອສະໜອງ ນະວັດຕະກໍາ ທີ່ທັນສະໄຫມ ເຂົ້າໃນການຜະລິດນໍ້າສະອາດ ເຊັ່ນ: ເຕັກໂນໂລຊີ ແຜ່ນກອງນໍ້າ ເພື່ອເພີ່ມປະສິດທິພາບ ແລະ ຫຼຸດຜ່ອນພະລັງງານ, ລະບົບການບໍາບັດນໍ້າເປື້ອນ ເພື່ອປ່ຽນນໍ້າເປື້ອນ ໃຫ້ກາຍມາເປັນນໍ້າສະອາດ NEWater ເພື່ອການບໍລິໂພກ ແລະ ການຊົມໃຊ້, ລະບົບການບໍລິຫານ ຈັດການນໍ້າ ແບບໃຊ້ ເຊັນເຊີ ເພື່ອການວິເຄາະຂໍ້ມູນ ການໃຊ້ນໍ້າ ທັງເປັນການກວດສອບ ການສູນເສຍນໍ້າ ຈາກການຮົ່ວໄຫຼຖິ້ມ ເປັນຕົ້ນ. ປະຈຸບັນ ສິງກະໂປ ມີຄວາມຕ້ອງການແຫຼ່ງນໍ້າ ຈໍານວນ 440 ລ້ານ ແກນລອນ ຕໍ່ມື້ ຫຼື ປະມານ ບໍລິມາດນໍ້າ ຂອງສະລອຍນໍ້າ ຂະໜາດມາດຕະຖານໂອລິມປິກ ຈໍານວນ 800 ແຫ່ງ (4). ຄາດວ່າ ຮອດປີ 2065 ຄວາມຕ້ອງການນໍ້າ ຂອງສິງກະໂປ ຈະເພີ່ມຂຶ້ນສູງເຖິງ 2 ເທົ່າ, ຈຶ່ງເຮັດໃຫ້ມີຄວາມຈໍາເປັນ ໃນການປ່ຽນນໍ້າທະເລ ກາຍເປັນນໍ້າຈືດ ແລະ ນໍ້າທີ່ໃຊ້ແລ້ວ ກັບຄືນມາໃຊ້ໃຫມ່ (NEWater).

ການມີສ່ວນຮ່ວມຂອງຊຸມຊົນ Community Engagement 

ການມີສ່ວນຮ່ວມຂອງຊຸມຊົນ ຖືເປັນໝາກຫົວໃຈສໍາຄັນ ໃນການຈັດການ ຊັບພະຍາກອນແຫຼ່ງນໍ້າ ໃຫ້ຍືນຍົງ ຂອງປະເທດ ສິງກະໂປ. ດ້ວຍເຫດນີ້ ຢູ່ສິງກະໂປ ຈຶ່ງມີຫຼາຍໆ ແຄມເປນ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບ ການປົກປັກຮັກສາ ແຫຼ່ງນໍ້າ ແລະ ຄວາມສໍາຄັນ ຂອງການຊົມໃຊ້ NEWater. ໃນສະຖາບັນການສຶກສາ ເລີ່ມຕັ້ງແຕ່ໂຮງຮຽນອະນຸບານ ໄປຈົນຮອດຊຸມຊົນ ໄດ້ມີການສ້າງ ການມີສ່ວນຮ່ວມໃນການປົກປັັກຮັກສາແຫຼ່ງນໍ້າ, ອົງການນໍ້າແຫ່ງຊາດ ສິງກະໂປ (PUB) ກະຕຸ້ນໃຫ້ຊຸມຊົນ ຊ່ວຍກັນປະຢັດນໍ້າ ແລະ ນໍາໃຊ້ ອຸປະກອນ ທີ່ສາມາດຊ່ວຍປະຢັດນໍ້າ ເຂົ້າມາໃຊ້ ໃນຊີວິດປະຈໍາວັນ ແລະ ຍັງມີການສື່ສານ ອັບເດດໃຫ້ປະຊາຊົນໄດ້ຮັບຮູ້ ເຖິງສະພາບແຫຼ່ງນໍ້າ, ແນວໂນ້ມການນໍາໃຊ້ ແລະ ແຜນໃນອະນາຄົດ.

ສິ່ງທ້າທາຍໃນຕໍ່ໜ້າ Challenges ahead 

ເຖິງແມ່ນວ່າ ການຈັດການແຫຼ່ງນໍ້າ ຂອງປະເທດ ສິງກະໂປ ຈະມີຜົນສໍາເລັດໃນຫຼາຍດ້ານ ແຕ່ ສິງກະໂປ ກໍ່ຮູ້ໄດ້ ເຖິງສິ່ງທ້າທາຍ ທີ່ລໍຖ້າ ໃນຕໍ່ໜ້າ. ໜຶ່ງໃນນັ້ນ ກໍ່ແມ່ນການປ່ຽນແປງ ສະພາບດິນຟ້າອາກາດ ສິງຈະເຮັດໃຫ້ຮູບແບບຂອງອາກາດ ມີການປ່ຽນແປງ ແລະ ຈະມີຜົນກະທົບອັນໃຫຍ່ຫຼວງຕໍ່ຊັບພະຍາກອນແຫຼ່ງນໍ້າ ຂອງປະເທດ. ນອກຈາກນີ້, ການບໍາບັດນໍ້າທະເລ ໃຫ້ກາຍເປັນນໍ້າຈືດ ກໍ່ຍັງມີຕົ້ນທຶນແພງ ແລະ ຍັງຕ້ອງມີການສືບຕໍ່ ຮ່ວມມື ພັດທະນາ ກັບຫຼາຍພາກສ່ວນ ໃນການຈັດການແຫຼ່ງນໍ້າ ເພື່ອໃຫ້ກາຍເປັນ ເຕັກໂນໂລຊີ ທີ່ມີຄວາມຍືນຍົງ, ປະຢັດພະລັງງານ ແລະ ທຸກຄົນ ສາມາດເຂົ້າເຖິງແຫຼ່ງນໍ້າສະອາດໄດ້ງ່າຍ. ແຫຼ່ງນໍ້າ ທີ່ອຸດົມສົມບູນຂອງສິງກະໂປ ຍັງເປັນຕົວຂັບເຂື່ອນ ໃຫ້ ສິງກະໂປ ມີພື້ນທີ່ສີຂຽວ ແລະ ຍັງຄົງຮັກສາ ຄວາມອຸດົມສົມບູນທາງທໍາມະຊາດ, ຕົ້ນໄມ້, ສວນສາທາລະນະ ຊຶ່ງເປັນສ່ວນໜຶ່ງ ໃນມົນສະເໜ່ ຂອງສິງກະໂປ ທີ່ຫຼາຍປະເທດ ສາມາດນໍາເອົາໄປໃຊ້ ເປັນຕົວຢ່າງ.

Lao Youth Radio ລາຍງານ 

1) https://www.unwater.org/publications/un-world-water-development-report-2006 2) https://www.pub.gov.sg/Public/WaterLoop/OurWaterStory/ImportedWater 3) https://www.clc.gov.sg/docs/default-source/urban-solutions/urb-sol-iss-7-pdfs/case-study-singapore-four-national-taps.pdf?sfvrsn=e3024c4f_2 

4) https://www.pub.gov.sg/Public/WaterLoop

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles