34 C
Vientiane
Friday, October 18, 2024

ອົງການທ່ອງທ່ຽວໄຕ້ຫວັນ ເປີດໂຕງານກິດຈະກໍາ ເພື່ອສົ່ງເສີມການຂາຍຄັ້ງທໍາອິດ ຢູ່ ສປປ ລາວ

ອົງການທ່ອງທ່ຽວໄຕ້ຫວັນໄດ້ຈັດງານຖະແຫຼງຂ່າວ ເພື່ອເປີດໂຕງານກິດຈະກໍາເພື່ອສົ່ງເສີມການຂາຍຄັ້ງທໍາອິດຊຶ່ງຈັດຂຶ້ນໃນປະເທດກໍາປູເຈຍ ແລະ ສປປ ລາວ ເພື່ອເປັນການສໍາຫຼວດສັກກະຍະພາບດ້ານການຕະຫຼາດດ້ວຍເບຣນການທ່ອງທ່ຽວຂອງໄຕ້ຫວັນ 3.0, “TAIWAN – Waves of Wonder,” ອົງການທ່ອງທ່ຽວໄຕ້ຫວັນ ໄດ້ມີແຜນການທີ່ຈະຂະຫຍາຍທຸລະກິດຂອງຕົນໄປສູ່ຕະຫຼາດໃໝ່ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໂອກາດນີ້, ຖືວ່າເປັນຄັ້ງທໍາອິດ ທີ່ຄະນະຜູ້ແທນຈະດໍາເນີນບັນດາກິດຈະກໍາເພື່ອສົ່ງເສີມການທ່ອງທ່ຽວຂອງໄຕ້ຫວັນ ຈະຈັດຂຶ້ນໃນປະເທກໍາປູເຈຍ ແລະ ສປປ ລາວ ຕັ້ງແຕ່ວັນທີ 30 ມິຖຸນາ ເຖິງ 5 ກໍລະກົດ.  


ຄະນະຜູ້ແທນປະກອບດ້ວຍຜູ້ຕາງໜ້າຈາກຂະແໜງອຸດສາຫະກໍາທ່ອງທ່ຽວຂອງໄຕ້ຫວັນຈໍານວນ 30 ທ່ານມາຈາກອົງການຈັດຕັ້ງທີ່ກ່ຽວຂ້ອງດ້ານການທ່ອງທ່ຽວ 16 ແຫ່ງ, ຈະຈັດງານກິດຈະກໍາເພື່ອສົ່ງເສີມການທ່ອງທ່ຽວ ຂຶ້ນທີ່ ພະນົມເປັນ, ປະເທດກໍາປູເຈຍ ແລະ ນະຄອນຫຼວງວຽງຈັນ, ສປປ ລາວ ໃນວັນທີ 1 ກໍລະກົດ (ວັນຈັນ) ແລະ 3 ກໍລະກົດ (ວັນພຸດ) ຕາມລໍາດັບ. ໃນງານພິທີຈະມີຜູ້ຕາງໜ້າຂະແໜງອຸດສາຫະກໍາທ່ອງທ່ຽວທ້ອງຖິ່ນ ແລະ ນັກຂ່າວຫຼາຍກວ່າ 150 ຄົນ ໄດ້ຖືກຮັບເຊີນໃຫ້ເຂົ້າຮ່ວມ, ໂດຍທີ່ພວກເຂົາຈະໄດ້ສໍາຜັດກັບແບຣນການທ່ອງທ່ຽວໄຕ້ຫວັນ 3.0, “TAIWAN – Waves of Wonder,” ໂດຍຜ່ານການສະແດງທີ່ໜ້າຕື່ນເຕັ້ນ ແລະ ກິດຈະກໍາ DIY. 


ບົດລາຍງານສະບັບຫຼ້າສຸດຈາກກະຊວງທ່ອງທ່ຽວ, ກໍາປູເຈຍ ໄດ້ເປີດເຜີຍໃຫ້ຮູ້ວ່າ ມີນັກທ່ອງທ່ຽວກໍາປູເຈຍເປັນຈໍານວນຫຼາຍກວ່າ 1,819,504 ຄົນເດີນທາງໄປທ່ອງທ່ຽວຕ່າງປະເທດໃນປີ 2023, ຊຶ່ງເພີ່ມຂຶ້ນ 87.5% ຈາກຈໍານວນ 970,000 ໃນປີ 2002. ມີຄ່າໃຊ້ຈ່າຍໃນການເດີນທາງໂດຍສະເລ່ຍຕໍ່ຄົນແມ່ນຫຼາຍກວ່າ 300 ໂດລາສະຫະລັດ, ໂດຍມີການຄາດຄະເນວ່າຈະຂະຫຍາຍໂຕຢ່າງຕໍ່ເນື່ອງໃນທຸກໆປີ. ໃນ ສປປ ລາວ, ຂະແໜງການທ່ອງທ່ຽວຖືເປັນຂະແໜງການອຸດສະຫະກໍາໃຫຍ່ເປັນອັນດັບສອງຮອງລົງມາຈາກຂະແໜງການຂຸດຄົ້ນບໍ່ແຮ່. ລັດຖະບານ ສປປ ລາວ ໄດ້ເປີດໂຕແຜນງານຟື້ນຟູການທ່ອງທ່ຽວລາວປີ 2021-2025, ໂດຍທີ່ຄາດຄະເນວ່າ ຂະແໜງການທ່ອງທ່ຽວຈະປະກອບສ່ວນອັນສໍາຄັນໃຫ້ແກ່ການຂະຫຍາຍຕົວຂອງ GDP ເພີ່ມຂຶ້ນເຖິງ 41.3% ພາຍໃນປີ 2025. ດ້ວຍການເຕີບໃຫຍ່ຂະຫຍາຍຕົວດ້ານເສດຖະກິດທີ່ເຂັ້ມແຂງ ແລະ ພ້ອມດ້ວຍການສະໜັບສະໜູນຈາກພາກລັດ ຕໍ່ວຽກງານການທ່ອງທ່ຽວໃນປະເທດກໍາປູເຈຍ ແລະ ສປປ ລາວ, ການເດີນທາງທ່ອງທ່ຽວນອກປະເທດຖືໄດ້ວ່າເປັນແນວໂນ້ມທີ່ມີຄວາມສໍາຄັນ. ໄຕ້ຫວັນ ຈະຖືເອົາໂອກາດນີ້, ເພື່ອສ້າງຮາກຖານຄວາມເຊື່ອໝັ້ນ ແລະ ຄວາມໄດ້ປຽບໃນການແຂ່ງຂັນພາຍໃນຕະຫຼາດທີ່ເກີດຂຶ້ນໃໝ່ເຫຼົ່ານີ້. 

ງານປະຊຸມສໍາມະນາດ້ານການທ່ອງທ່ຽວຂອງໄຕ້ຫວັນ ຈະຈັດຂຶ້ນທີ່ ພະນົມເປັນ, ປະເທດກໍາປູເຈຍ ແລະ ນະຄອນຫຼວງວຽງຈັນ, ສປປ ລາວ. ໃນງານພິທີຈະມີຜູ້ຊ່ຽວຊານດ້ານອຸດສາຫະກໍາ ແລະ ສື່ມວນຊົນເຂົ້າຮ່ວມເປັນຈໍານວນຫຼາຍກວ່າ 150 ຄົນ, ໂດຍທີ່ແນໃສ່ໄລຟ໌ສະໄຕຂອງຄົນໃນຕົວເມືອງ ແລະ ການທ່ອງທ່ຽວໃນຂົງເຂດພາກພື້ນ. ງານພິທິຈະຈັດວາງສະແດງແຜນການໃນການເດີນທາງ ແລະ ສະຖານທີ່ທ່ອງທ່ຽວທີ່ມີຄວາມຄລາດສິກຂອງໄຕ້ຫວັນ. ນອກຈາກນີ້, ງານພິທີຍັງຈະສະແດງໃຫ້ເຫັນເຖິງໂປຣແກຣມຕ່າງໆເຊັ່ນວ່າ: “Accelerated and Expanded Inbound Tourism Promotion Program,” the “Taiwan the Lucky Land,” ແລະ “Taiwan Pass,”, ເປັນປີ້ຫຼຸດລາຄາແບບອີເລັກໂທຣນິກທີ່ລວມເອົາ ຄ່າໂດຍສານລົດໄຟຄວາມໄວສູງ, MRT ແລະ ລົດບໍລິການຮັບສົ່ງນັກທ່ອງທ່ຽວຂອງໄຕ້ຫວັນ. 

ງານພິທີຈະຈັດການສະແດງໂດຍກຸ່ມນັກເຕັ້ນນາໆຊາດທີ່ມີຊື່ສຽງຂອງໄຕ້ຫວັນ, Fun To Art, ນໍາສະເໜີ “ງານເທສະການສຽງເພງໄຕ້ຫວັນ 2.0” ແລະ “Illuminating Taiwan,” ເປັນສຽງເພງຄລາດສິກຂອງໄຕ້ຫວັນ ທີ່ເນັ້ນໃຫ້ເຫັນເຖິງວັດທະນະທໍາຮ່ວມສະໄໝຂອງໄຕ້ຫວັນ. ຜູ້ເຂົ້າຮ່ວມງານສາມາດມີສ່ວນຮ່ວມໃນການພີມສະກຣີນແບບເປັນມິດຕໍ່ສິ່ງແວດລ້ອມ ແລະ ຮ່ວມກິດຈະກໍາ DIY, ເຊັ່ນວ່າ: ການສ້າງຫຼອດໄຟນີອອນໃນຮ່ວມຊົງແບບຊານົມໄຂ່ມຸກ ແລະ ນໍ້າກ້ອນໝາກມ່ວງ. ປະສົບການໃນການມີສ່ວນຮ່ວມເຫຼົ່ານີ້, ແມ່ນມີເປົ້າໝາຍເພື່ອເກັບກໍາຮູບພາບທີ່ງົດງາມ ແລະ ຄວາມພາກພູມໃຈຂອງໄຕ້ຫວັນ ທີ່ສະທ້ອນໃຫ້ເຫັນເຖິງ ແບຣນການທ່ອງທ່ຽວຂອງໄຕ້ຫວັນເວີຊັ່ນ 3.0, “TAIWAN – Waves of Wonder.”

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles