34 C
Vientiane
Friday, October 18, 2024

ສຸດຍອດ ນະວັດຕະກໍາຂອງປະເທດ ສິງກະໂປ ໃນການຈັດການສິ່ງເສດເຫຼືອຈາກອາຫານ ແລະ ການສົ່ງເສີມ ຄວາມຍືນຍົງ

 

ສິງກະໂປ ປະເທດ ທີ່ເປັນເກາະນ້ອຍໆ, ກໍາລັງປະເຊີນໜ້າ ກັບສິ່ງທ້າທາຍ ໃນດ້ານການຕອບສະໜອງ ສະບຽງອາຫານ ໃຫ້ກັບ ປະຊາກອນ ແລະ ເສດຖະກິດ ທີ່ກໍາລັງເຕີບໂຕຂອງປະເທດ. ສະບຽງອາຫານຫຼາຍກວ່າ 90% ແມ່ນນໍາເຂົ້າມາ ຈາກຕ່າງປະເທດ, ດັ່ງນັ້ນ ການຫຼຸດຜ່ອນ ການເກີດຂຶ້ນ ສິ່ງເສດເຫຼືອທາງອາຫານ ຈຶ່ງບໍ່ແມ່ນພຽງແຕ່ ເປັນຄວາມຮັບຜິດຊອບ ທີ່ມີຕໍ່ສິ່ງແວດລ້ອມ ແຕ່ຍັງເປັນການສ້າງ ຄວາມເຂັ້ມແຂງ ແລະ ການຮັບປະກັນ ທາງດ້ານສະບຽງອາຫານ ໃຫ້ກັບປະເທດ ສິງກະໂປ.   

ເມື່ອຕົ້ນເດືອນມິຖຸນາ 2024, ນັກຂ່າວຫຼາຍສໍານັກ ຈາກບັນດາປະເທດ ອາຊຽນ ລວມທັງ ສປປ ລາວ ໄດ້ຮັບໂອກາດ ຈາກ ມູນນິທິ ສາກົນ ຂອງ ປະເທດ ສິງກະໂປ (Singapore International Foundation) ເພື່ອໄປຢ້ຽມຢາມ ຮຽນຮູ້ກ່ຽວກັບ ນະວັດຕະກໍາ ທາງສັງຄົມ ແລະ ການພັດທະນາ ແບບຍືນຍົງ ຂອງປະເທດ ສິງກະໂປ. ເຖິງແມ່ນວ່າ ສິງກະໂປ ຈະມີເນື້ອທີ່ທໍາການຜະລິດ ກະສິກໍາ ໜ້ອຍກວ່າ 1% ຂອງເນື້ອທີ່ທົ່ວປະເທດ, ລັດຖະບານສິງກະໂປ ກໍ່ໄດ້ມີຄວາມພະຍາຍາມ ແລະ ຕັດສິນໃຈສູງ ໃນການພັດທະນາ ກະສິກໍາ ເພື່ອ ຫຼຸດຜ່ອນ ການນໍາເຂົ້າສະບຽງອາຫານ ແລະ ສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ໃຫ້ກັບປະເທດ. ມີຫຼາຍແນວວິທີການ ໃນການສ້າງ ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ເຮັດໃຫ້ ສິງກະໂປ ກາຍເປັນປະເທດ ທີ່ສາມາດ ຫຼຸດຜ່ອນການນໍາເຂົ້າ ສະບຽງອາຫານ ຈາກຕ່າງປະເທດ ເປັນເທື່ອລະກ້າວ ໂດຍເລີ່ມຈາກ ແນວຄວາມຄິດລິເລີ່ມ ໃນການສ້າງຄວາມຮັບຮູ້ ໃຫ້ກັບສັງຄົມ, ການສົ່ງເສີມກະສິກໍາ ແບບທັນສະໄຫມ ເທິງຕຶກອາຄານ, ການຫຼຸດຜ່ອນການເກີດຂຶ້ນຂອງ ສິ່ງເສດເຫຼືອທາງອາຫານ, ການເຂົ້າມາ ມີສ່ວນຮ່ວມຂອງທຸລະກິດເພື່ອສັງຄົມ ເພື່ອຈັດການອາຫານ ແລະ ສິ່ງເສດເຫຼືອ ທາງອາຫານ ເພື່ອຄວາມຍືນຍົງ ເປັນຕົ້ນ. 

ການປູກພືດ ໃນເມືອງໃຫຍ່ 

    ນັກຂ່າວຈາກອາຊຽນ ຢ້ຽມຊົມສວນຊຸມຊົນ ຢູ່ສິງກະໂປ

Edible Garden City ປ່ຽນພື້ນທີ່ຂອງໂຮງຮຽນເກົ່າ ໃຫ້ກາຍເປັນ ສວນຊຸມຊົນ ໃນເມືອງໃຫຍ່. ທຸລະກິດ ເພື່ອສັງຄົມນີ້ ເລີ່ມຕົ້ນຂຶ້ນ ໃນປີ 2012 ໂດຍການສ້າງພື້ນທີ່ ທີ່ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄຫມ ໃນການຜະລິດພືດຜົນທາງກະສິກໍາ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ກະສິກໍາທີ່ດີ. ພາຍໃນຟາມ ມີການຈັດສັນພື້ນທີ່ຢ່າງລົງຕົວ ເພື່ອໃຫ້ນັກຮຽນ ແລະ ຜູ້ສົນໃຈ ໄດ້ເຂົ້າມາຮຽນຮູ້ ການຜະລິດກະສິກໍາ ທີ່ເປັນມິດກັບສິ່ງແວດລ້ອມ, ເບິ່ງການລ້ຽງສັດປີກ, ວິທີການປະສົມຝຸ່ນຈາກໃບໄມ້ ແລະ ສິ່ງເສດເຫຼືອຈາກອາຫານ, ການສາທິດ ການປຸງແຕ່ງອາຫານ ຈາກພືດຜັກ ທີ່ນໍາມາຈາກສວນ. ນອກຈາກນີ້ ຍັງມີຮ້ານອາຫານ, ກິດຈະກໍາ ຂາຍສິນຄ້າ ໃນວັນພັກຜ່ອນ ແລະ ກາຍເປັນສູນກາງ ແຫ່ງການຮຽນຮູ້ ໃຫ້ກັບຄົນໃນເມືອງ.   

CapitaSpring, Edible Garden City

    ນັກຂ່າວຈາກອາຊຽນ ຢ້ຽມຊົມ ສວນຜັກ ເທິງຕຶກສູງ

ສະຖານທີ່ແຫ່ງນີ້ ຂຶ້ນຊື່ເປັນ ສວນຜັກ ທີ່ສູງທີ່ສຸດຂອງໂລກ ຕັ້ງຢູ່ເທິງດາດຟ້າ ເທິງຕຶກທີມີຄວາມສູງ 51 ຊັ້ນ. ສະຖານທີ່ແຫ່ງນີ້ ລວມພືດ ແລະ ຜັກສວນ ເກືອບທຸກຊະນິດ ທີ່ສາມາດຫາໄດ້ ໃນເຂດ ອາຊີຕາເວັນອອກ ແລະ ຍັງສາມາດເບິ່ງວິວທິວທັດ ທີ່ສວຍສົດງົດງາມ ຂອງຕົວເມືອງສິງກະໂປ. ຜູ້ທີ່ມາທ່ຽວຊົມ ໄດ້ຈະໄດ້ຮຽນຮູ້ ໂດຍການເຫັນຕົວຈິງ ຄວາມພະຍາຍາມ ໃນການຈັດສັນ ພືດພັນຕ່າງໆ ຫຼາຍກ່ວາ 80 ຊະນິດ ໃຫ້ເຫມາະສົມກັບປະເພດພືດ ແລະ ການສ້າງລະບົບນິເວດ ທີ່ເໝາະສົມ ຕໍ່ການເຕີບໃຫຍ່ຂອງພືດ ເທິງຕຶກສູງ. ສວນພືດຜັກທີ່ປູກເທິງຕຶກ ນອກຈາກຈະເປັນການເພີ່ມພື້ນທີ່ ການເຮັດກະສິກໍາ ປູກພືດຜັກ ເພື່ອສະໜອງໃຫ້ ບັນດາຮ້ານອາຫານ ທີ່ໃນຕຶກ ແລະ ໃກ້ຄຽງແລ້ວ ຍັງເປັນການປະກອບສ່ວນ ໃນການເຮັດໃຫ້ຕຶກ ມີຄວາມເຢັນ ແລະ ຕ້ານທານ ປະກົດການຄື້ນຄວາມຮ້ອນ ໃຫ້ກັບຕຶກ ໄດ້ເປັນຢ່າງດີ.


ທຸລະກິດເພື່ອສັງຄົມ



    ຜູ້ກໍ່ຕັ້ງ Mono ສາທິດ ການເລືອກສິນຄ້າ ໃສ່ໃນກ່ອງສິນຄ້າ 

MONO.sg ແມ່ນທຸລະກິດເພື່ອສັງຄົມ ນ້ອງໃຫມ່ ຂອງປະເທດສິງກະໂປ ເກີດຂຶ້ນ ໃນຕົ້ນປີ 2022, ໂດຍມີຈຸດປະສົງ ໃນການຫຼຸດຜ່ອນ ບໍ່ໃຫ້ສິນຄ້າບໍລິໂພກ ກາຍເປັນສິ່ງເສດເຫຼືອ ໂດຍການຮວບຮວມເອົາ ສິນຄ້າບໍລິໂພກ ທີ່ໃກ້ຈະໝົດອາຍຸ ເພື່ອກະຈາຍໃຫ້ກັບຊຸມຊົນ ທີ່ມີຄວາມຕ້ອງການທາງດ້ານອາຫານ, ທັງຍັງເປັນການຫຼຸດຜ່ອນການເກີດຂຶ້ນຂອງສິ່ງເສດເຫຼືອ ທີ່ຈະຖືກນໍາໄປໂຮງງານກໍາຈັດຂີ້ເຫຍື້ອ. ສິນຄ້າສ່ວນໃຫຍ່ ຢູ່ MONO ແມ່ນສິນຄ້າ ບໍລິໂພກ ທີ່ມີການບັນຈຸຫຸ້ມຫໍ່ ແລະ ມີການລະບຸ ຂໍ້ຄວາມ ການບໍລິໂພກທີ່ດີທີ່ສຸດ ແມ່ນສາມາດເຮັດໄດ້ກ່ອນ ວັນເວລາໃດ (Best Before) ເພື່ອຊ່ວຍໃນການພິຈາລະນາ ຂອງຜູ້ຊົມໃຊ້. ລາຄາສິນຄ້າແມ່ນມີລາຄາຖືກ  ໂດຍຜູ້ຊື້ ເປັນຜູ້ກໍາໜົດ ວ່າຈະເລືອກກະຕ່າໃນຊ່ວງລາຄາໃດ ແລະ ສາມາດເລືອກສິນຄ້າ ໃນຮ້ານ ໃສ່ໃນກະຕ່າຕົນເອງ ຈົນເຕັມ.     ສະຖານທີ່ ຂອງ MONO ຍັງກາຍເປັນສູນກາງ ແຫ່ງການຮຽນຮູ້, ເປັນບ່ອນໃຫ້ອາສາສະໝັກ ໄດ້ມາຝຶກງານ ແລະ ຍັງເປັນບ່ອນກະຈາຍຜະລິດຕະພັນ ໃຫ້ຜູ້ທີ່ມີຄວາມຕ້ອງການອາຫານ ບັນຈຸພັນ ໃນລາຄາ ທີ່ຜູ້ຊື້ ສາມາດກໍາໜົດ ຄວາມພໍໃຈ ໃນການຈ່າຍໄດ້.   


ການປ່ຽນສິ່ງເສດເຫຼືອຈາກອາຫານ ໃຫ້ກາຍເປັນ ວັດຖຸດິບທີ່ມີຄ່າ


     ນັກຂ່າວສັງເກດ ແລະ ສອບຖາມ ກ່ຽວກັບ ຂະບວນການສະກັດ ສານຕັ້ງຕົ້ນ ຈາກແມງໄມ້


Insectta ເປັນບໍລິສັດ ຂອງສິງກະໂປ ແລະ ເປັນບໍລິສັດ ທໍາອິດຂອງໂລກ ໃນການພັດທະນາ ຂະບວນການ ຜະລິດ ທີ່ຍືນຍົງ ຜ່ານການສະກັດເອົາ ສານທີ່ມີຄຸນນະພາບ ຈໍາພວກ ໄຄໂຕຊານ ທີມີຄວາມບໍລິສຸດສູງ ແລະ ສານ ເມລານິນ ຈາກການນໍາໃຊ້ ແມງໄມ້ ຈໍາພວກ Black Soldier Fly ໃນການຍ່ອຍສິ່ງເສດເຫຼືອ ຈາກອາຫານ. ເມື່ອແມງໄມ້ດັ່ງກ່າວ ເຕີບໃຫຍ່ເຕັມທີ່ ແລະ ຕາຍໄປ, ຮ່າງຂອງພວກມັນ ກໍ່ຈະຖືກນໍາໄປສະກັດ ເພື່ອຄັດເອົາ ໄຄໂຕຊານ ແລະ ເມລານິນ ຊຶ່ງເປັນສານຕັ້ງຕົ້ນ ທີ່ສໍາຄັນ ໃນການໃຊ້ເຂົ້າເປັນສ່ວນປະສົມ ຂອງເຄື່ອງສໍາອາງ, ອາຫານ ແລະ ສານຕັ້ງຕົ້ນທາງການແພດອື່ນໆ.   


ການນໍາໃຊ້ ແມງໄມ້ Black Soldier Fly ໃນການກໍາຈັດສິ່ງເສດເຫຼືອ ນອກຈາກຈະເປັນວິທີການ ທີ່ເປັນມິດກັບສິ່ງແວດລ້ອມ, ສາມາດຫຼຸດຜ່ອນການເກີດຂອງອາຍພິດເຮືອນແກ້ວ, ຫຼຸດຜ່ອນການສະກັດເອົາແຫຼ່ງວັດຖຸທໍາມະຊາດ ຈາກທະເລ ເພື່ອນໍາມາຜະລິດສານຕັ້ງຕົ້ນ ທາງອຸດສາຫະກໍາແລ້ວ, ຍັງສາມາດ ສ້າງຫຼາຍຮັບ ອັນມະຫາສານ ໃຫ້ກັບທາງບໍລິສັດ. ລາຄາໃນທ້ອງຕະຫຼາດ ຂອງ ໄຄໂຕແຊນ ໃນປະຈຸບັນ ຢູ່ທີ່ປະມານ 50-200 ໂດລາສະຫະລັດ/ກິໂລກຣັມ ແລະ ເມລານິນ ຢູ່ທີ່ 800 ໂດລາສະຫະລັດ/ກຣັມ.   


ທິດທາງໃນຕໍ່ໜ້າ ຂອງປະເທດສິງກະໂປ ກ່ຽວກັບຄວາມຍືນຍົງ

   ນັກຂ່າວ ຈາກອາຊຽນ ຖ່າຍຮູບເທິງຕຶກທີ່ປູກຫຍ້າ ເພື່ອຫຼຸດຜ່ອນຄວາມຮ້ອນເທິງຕຶກ  ແລະ ດ້ານຫຼັງ

   ເຫັນຕຶກ ສັນຍາລັກ ຂອງສິງກະໂປ


ສິງກະໂປຕັ້ງເປົ້າ ຜະລິດສະບຽງອາຫານ ໃຫ້ໄດ້ 30% ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ພາຍໃນປີ 2030. ການຫຼຸດຜ່ອນການເກີດຂຶ້ນຂອງສິງເສດເຫຼືອທີ່ເກີດຈາກອາຫານ ຍັງເປັນຄວາມພະຍາຍາມໜຶ່ງ ຂອງສິງກະໂປ ທີ່ຈະ ຍັງຄົງຮັກສາ ສືບຕໍ່ໄປ, ໂດຍລັດຖະບານສິງກະໂປ ໄດ້ສ້າງແຜນຫຼັກ ເພື່ອກໍາຈັດຂີ້ເຫຍື້ອ ໃຫ້ເປັນສູນ ຫຼື “Zero Waste Masterplan” ແລະຕັ້ງເປົ້າໝາຍ ຫຼຸດຜ່ອນສິ່ງເສດເຫຼືອ ໄປສູ່ສະໜາມຂີ້ເຫຍື້ອ ໃຫ້ໄດ້ 30% ພາຍໃນປີ 2030 ໄປພ້ອມກັບ ອັດຕາ ການແປຮູບໝູນວຽນໄປໃຊ້ໃໝ່ (Recycle) ໃຫ້ໄດ້ 70%. ການຕັ້ງເປົ້າໝາຍດັ່ງກ່າວ ບໍ່ແມ່ນສະແດງອອກ ພຽງແຕ່ເປັນຕົວເລກ, ແຕ່ລັດຖະບານສິງກະໂປ ຕັ້ງໃຈເຮັດຢ່າງຈິງຈັງ ແລະ ຍັງຄ່ອຍໆປ່ຽນວັດທະນາທໍາ ຮູບແບບການບໍລິໂພກ ການຈັດການສິ່ງເສດເຫຼືອ ໃຫ້ປະຊາຊົນ ຮັບຮູ້ ແລະ ເຮັດໃຫ້ເປັນຕົວຢ່າງ ໄປພ້ອມໆກັນ ເພື່ອເປົ້າໝາຍລວມ ຂອງປະເທດ.    


 ທັງໝົດເຫຼົ່ານີ້ ເປັນພຽງຕົວຢ່າງສ່ວນໜຶ່ງ ໃນຄວາມຄິດສ້າງສັນ ແລະ ນະວັດຕະກໍາຂອງປະເທດ ສິງກະໂປ ໃນການຈັດການ ແລະ ຫຼຸດຜ່ອນປັນຫາ ສິ່ງເສດເຫຼືອຈາກອາຫານ ເພື່ອກ້າວເຂົ້າສູ່ຄວາມຍືນຍົງ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ຊຶ່ງມີການປະກອບສ່ວນ ທີ່ສໍາຄັນ ຈາກພາກລັດຖະບານ, ເອກະຊົນ ແລະ ຊຸມຊົນ. ຕົວຢ່າງນີ້ ໄດ້ສະແດງໃຫ້ເຫັນວ່າ ເຖິງສິງກະໂປ ຈະເປັນປະເທດ ທີ່ນ້ອຍ ແລະ ຊັບພະຍາກອນມີຈໍາກັດ, ແຕ່ສິງກະໂປ ກໍ່ບໍ່ຢຸດຢັ້ງ ໃນການພັດທະນາ ແລະ ກາຍເປັນບົດຮຽນອັນລໍ້າຄ່າ ໃຫ້ກັບຫຼາຍປະເທດໃນທົ່ວໂລກ ທີ່ກໍາລັງ ພົບສິ່ງທ້າທາຍ ໃນການຈັດການ ສິ່ງເສດເຫຼືອທີ່ເປັນອາຫານ ແລະ ເພື່ອສ້າງການປ່ຽນແປງທີ່ດີຂຶ້ນໃຫ້ກັບປະເທດຕົນເອງ ແລະ ໃນໂລກ.       


Lao Youth Radio ລາຍງານ  


ອ້າງອິງ:

1) https://www.sfa.gov.sg/docs/default-source/publication/sg-food-statistics/singapore-food-statistics-2023.pdf?sfvrsn=cac6f594_1

2) https://www.mse.gov.sg/resources/zero-waste-masterplan.pdf

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles