33 C
Vientiane
Friday, October 18, 2024

ຜົນກະທົບອັນໜັກໜ່ວງ ຈາກການນຳເອົາສັດປ່າ ມາບໍລິໂພກ ຜ່ານມຸມມອງຂອງນັກທຸລະກິດ

 

ເມື່ອບໍ່ດົນມານີ້, WWF ໄດ້ເປີດຕົວໂຄງການໃໝ່ລ່າສຸດເພື່ອປຸກລະດົມການປົກປັກຮັກສາລະບົບນິເວດ, ໂດຍສະເພາະແມ່ນການປົກປ້ອງສັດປ່າຈາກການສູນພັນ ໂດຍໄພຂົ່ມຂູ່ຂອງມະນຸດ, ໃນຂະນະທີ່ສຸມໃສ່ຫຼັກສຳຄັນ 2 ປະການຄື: ຄວາມສ່ຽງຕໍ່ສຸຂະພາບຂອງມວນຊົນ ແລະ ຄວາມສ່ຽງຕໍ່ທໍາມະຊາດ,  ເພື່ອຫຼີກເວັ້ນວິກິດການ ທີ່ຄາດບໍ່ເຖິງຕ່າງໆ ທີ່ອາດເກີດຂຶ້ນໄດ້ໃນອະນາຄົດ. 

ການບໍລິໂພກຊີ້ນສັດປ່າໄດ້ກາຍເປັນທີ່ແຜ່ຫຼາຍໃນສັງຄົມລາວ ແລະ ເປັນຮາກທີ່ຝັງເລິກມາຫຼາຍທົດສະວັດແລ້ວ. ໂດຍພຶດຕິກຳດັ່ງກ່າວໄດ້ກາຍເປັນວັດທະນະທໍາທີ່ຕິດພັນກັບຄົນລາວ ທີ່ຝັງເລິກໃນຈິດວິນຍານຂອງປະຊາຊົນ ແລະ ຍາກທີ່ຈະປ່ຽນແປງໄດ້. ເຖິງຢ່າງໃດກໍ່ຕາມ, ປະຈຸບັນຄ່ານິຍົມຂອງການບໍລິໂພກຊີ້ນສັດປ່າແມ່ນມີຄວາມແຕກຕ່າງຈາກເມື່ອກ່ອນ ເນື່ອງຈາກວ່າມັນໄດ້ກາຍເປັນອາຫານທີ່ຫຼູຫຼາຊັ້ນເລີດ ແລະ ເປັນທີ່ນິຍົມໃນບັນດາກຸ່ມນັກທຸລະກິດ ທີ່ມີຖານະທາງສັງຄົມ. 

ທ່ານ ສັນທະລັກ ຈ່າສານ, ປະທານບໍລິສັດ SC Innovation ແລະ ບໍລິສັດ POW Laos ຈໍາກັດ, ທັງເປັນນັກທຸລະກິດ ທີ່ຮູ້ຈັກກັນດີໃນຊຸມຊົນທຸລະກິດທ້ອງຖິ່ນ, ໄດ້ແບ່ງປັນຄວາມຄິດເຫັນທີ່ໜັກແໜ້ນກ່ຽວກັບການບໍລິໂພກຊີ້ນສັດປ່າວ່າ: “ການບໍລິໂພກຊີ້ນສັດປ່າຍັງເປັນສິ່ງທີ່ແຜ່ຫຼາຍໃນວົງກວ້າງ, ເນື່ອງຈາກການດໍາລົງຊີວິດຂອງຄົນໃນທ້ອງຖິ່ນ ຍັງຈຳເປັນຕ້ອງອາໄສຊັບພະຍາກອນທໍາມະຊາດເປັນຫຼັກ, ໂດຍສະເພາະແມ່ນໃນພື້ນທີ່ປ່າ. ແນວໃດກໍຕາມ, ຍັງມີຄົນຈຳນວນໜຶ່ງທີ່ຖືວ່າຊີ້ນສັດປ່າເປັນອາຫານຊັ້ນເລີດ ແລະ ນິຍົມຊື້ເພື່ອນຳມາເຮັດເປັນອາຫານໃນໂອກາດສຳຄັນ, ໂດຍສະເພາະ ໃນບັນດາກຸ່ມຄົນທີ່ມີຖານະ ແລະ ອຳນາດທາງສັງຄົມ. ຍິ່ງໄປກວ່ານັ້ນ, ຊາວລາວບາງຄົນກໍເຊື່ອວ່າຊີ້ນສັດປ່າບາງຊະນິດມີສັບພະຄຸນທີ່ດີຕໍ່ສຸຂະພາບ ມັນຈຶ່ງເຮັດຊີ້ນສັດປ່າ ມີລາຄາທີ່ຂ້ອນຂ້າງສູງ.” 

ໃນຂະນະທີ່ພຶດຕິກໍາການບໍລິໂພກມີການປ່ຽນແປງ, ປະຈຸບັນຊີ້ນສັດປ່າໄດ້ກາຍເປັນອາຫານທີ່ໄດ້ຮັບຄວາມນິຍົມ ຂອງນັກທຸລະກິດໃນລາວ ແລະ ຖືວ່າເປັນຂອງຂວັນຂອງຕ້ອນທີ່ມີມູນຄ່າ ທີ່ຖືກນຳມາເຮັດເປັນອາຫານໃນໂອກາດພິເສດ ເພື່ອຕ້ອນຮັບແຂກຄົນສຳຄັນ. “ເນື່ອງຈາກວ່າຊີ້ນສັດປ່າເປັນສິ່ງທີ່ຫາຍາກ ແລະ ມີລາຄາແພງ, ຈຶ່ງບໍ່ແປກໃຈເລີຍ ທີ່ມັນຈະເປັນທີ່ນິຍົມຂອງນັກທຸລະກິດ ຫຼື ຜູ້ມີອຳນາດ, ພວກເຂົາເຊື່ອວ່າຖ້າຫາກສາມາດນຳເອົາຂອງຂວັນ ທີ່ມີລາຄາແພງ ແລະ ເໝາະສົມກັບສະຖານະຂອງແຂກມາໄດ້ນັ້ນ, ມັນຈະເປັນປະໂຫຍດຕໍ່ການເຈລະຈາ ແລະ ສາມາດບັນລຸໂອກາດທາງທຸລະກິດໄດ້. ແຕ່ໃນຄວາມເປັນຈິງ, ຂ້າພະເຈົ້າເຊື່ອວ່າມັນເປັນສິ່ງທີ່ຜິດຫຼາຍ ແລະ ສົມຄວນຖືກລົບລ້າງ. ເນື່ອງຈາກຍັງມີຄົນຈຳນວນຫຼາຍທີ່ຍັງບໍ່ຮູ້ກ່ຽວກັບຜົນເສຍຫາຍອັນມະຫາສານ ທີ່ເກີດຈາກການນໍາຊີ້ນສັດປ່າມາບໍລິໂພກ.” ທ່ານ ສັນທະລັກ ຈ່າສານ ກ່າວ. 


 ຈາກຄວາມຮ້າຍແຮງຂອງພະຍາດໂຄວິດ-19 ທີ່ແຜ່ລະບາດໃນວົງກວ້າງ ແລະ ໄດ້ທໍາລາຍລະບົບເສດຖະກິດໃນທົ່ວໂລກ, ເຊັ່ນດຽວກັນກັບປະເທດລາວ, ການບໍລິໂພກຊີ້ນສັດປ່າ ໄດ້ກໍ່ໃຫ້ເກີດຜົນກະທົບທາງລົບຢ່າງຫຼວງຫຼາຍ ຕໍ່ການດໍາລົງຊີວິດຂອງປະຊາຊົນ, ແລະ ມັນຍິ່ງເພີ່ມທະວີຄວາມໜັກໜ່ວງ ສຳລັບບັນດາທຸລະກິດ ທີ່ບໍ່ສາມາດປັບຕົວໄດ້ທັນກັບຜົນກະທົບອັນຮ້າຍແຮງນີ້ໄດ້. “ການລະບາດຂອງພະຍາດໂຄວິດ-19 ທີ່ຍາວນານ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຫຼາຍຂະແໜງການ, ໂດຍສະເພາະ ກັບບັນດາທຸລະກິດຕ່າງໆ. ພວກເຮົາຕ້ອງໄດ້ຢຸດຊະງັກ ແລະ ບໍ່ສາມາດດຳເນີນທຸລະກິດ ແລະ ການບໍລິການຂອງພວກເຮົາໄດ້, ບາງບໍລິສັດກໍຕ້ອງປະເຊີນກັບການຕັດສິນໃຈທີ່ລຳບາກ ແລະ ຈຳເປັນຕ້ອງປົດພະນັກງານຂອງຕົນອອກ ເພື່ອຄວາມຢູ່ລອດ. ຍິ່ງໄປກວ່ານັ້ນ, ບາງທຸລະກິດກໍຈຳເປັນຕ້ອງປິດໂຕລົງ. ສິ່ງເຫຼົ່ານີ້ສົ່ງຜົນຢ່າງໜັກ ຕໍ່ເສດຖະກິດໃນປະເທດລາວທັງໝົດ, ບໍ່ແມ່ນພຽງແຕ່ທຸລະກິດຂະໜາດນ້ອຍ ແລະ ກາງເທົ່ານັ້ນ, ແຕ່ຍັງກະທົບເຖິງເສດຖະກິດລະດັບປະເທດນຳອີກ.” ທ່ານ ສັນທະລັກ ກ່າວຕື່ມອີກວ່າ:  “ຂ້າພະເຈົ້າເຊື່ອຢ່າງຍິ່ງວ່າ ສິ່ງເຫຼົ່ານີ້ຈະບໍ່ສາມາດເກີດຂຶ້ນໄດ້ເລີຍ ຖ້າພວກເຮົາບໍ່ເຂົ້າໄປຮຸກຮານແຫຼ່ງທີ່ຢູ່ອາໄສຂອງສັດປ່າ ຫຼື ລ່າເພື່ອນຳເອົາສັດປ່າເຫຼົ່ານັ້ນມາບໍລິໂພກ.” 

“ຂ້າພະເຈົ້າຂໍຂອບໃຈ WWF ທີ່ເຊີນຊວນໃຫ້ຂ້າພະເຈົ້າເຂົ້າມາມີສ່ວນຮ່ວມໃນແຄມເປນດີໆແບບນີ້. ໃນຖານະທີ່ເປັນສະມາຊິກຄົນໜຶ່ງໃນຊຸມຊົນທຸລະກິດລາວ, ຂ້າພະເຈົ້າຢາກເຊີນຊວນໃຫ້ຜູ້ປະກອບການ ແລະ ທຸກໆຄົນ ຢຸດພຶດຕິກຳທີ່ອາດກໍ່ໃຫ້ເກີດຄວາມສ່ຽງ ໂດຍສະເພາະການຊື້ຂາຍ ຫຼື ລ່າລັດປ່າເພື່ອນຳມາບໍລິໂພກ. ເພາະນອກຈາກຈະມີຄວາມຜິດທາງກົດໝາຍແລ້ວ ຍັງເປັນການທຳລາຍສຸຂະພາບຂອງພວກເຮົານຳອີກ. ບໍ່ມີໃຜຮູ້ໄດ້ເລີຍວ່າການລະບາດຂອງພະຍາດແບບນີ້ ຈະເກີດຂຶ້ນອີກເມື່ອໃດ ຫຼື ມັນອາດຈະຮ້າຍແຮງ ກວ່າການລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາກໍເປັນໄດ້. ສະນັ້ນ, ເຮົາຄວນໃຊ້ຊີວິດແບບບໍ່ປະໝາດ, ຫັນມາດູແລສຸຂະພາບຂອງທ່ານ ແລະ ຄົນທີ່ທ່ານຮັກ, ແລະ ຢ່າໃຫ້ມາດຕະຖານຂອງສັງຄົມມາຕັດສິນ ສິ່ງທີ່ທ່ານຄວນເຮັດ ຫຼື ບໍ່ຄວນເຮັດ.” ທ່ານ ສັນທະລັກ ຈ່າສານ ກ່າວ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles