34 C
Vientiane
Friday, October 18, 2024

ຫລວງພະບາງ ພ້ອມຈັດບຸນຊ່ວງເຮືອເດືອນ 9 ປະຈໍາປີ 2022 ຢ່າງເຕັບຮູບແບບຫລັງຈາກງົດຈັດງານມາ 2 ປີ

ນະຄອນຫລວງພະບາງ, ແຂວງຫລວງພະບາງ ພ້ອມແລ້ວທີ່ຈະຈັດງານບຸນຊ່ວງເຮືອເດືອນ 9 ປະຈໍາປີ 2022 ໃນໂອກາດບຸນຫໍ່ເຂົ້າປະດັບດິນທີ່ສາຍນໍ້າຄານ ໃນວັນທີ 26 ສິງຫານີ້, ເຊີ່ງປີນີ້ຈະຈັດຂຶ້ນແບບເຕັມຮູບແບບ ຫລັງຈາກໃນ 2 ປີຜ່ານມາ ຕ້ອງໄດ້ຈັດງານແບບກະທັດຮັດ ແລະ ລຽບງ່າຍ ເພື່ອແນໃສ່ຮັກສາ ແລະ ສືບທອດປະເພນີອັນດີງາມທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19.

ທ່ານ ວຽງທອງ ຫັດສະຈັນ, ເຈົ້າຄອງນະຄອນຫລວງພະບາງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 19 ສິງຫານີ້ ວ່າ: ຍ້ອນຄະນະກໍາມະການທີ່ຮັບຜິດຊອບແຕ່ລະໜ້າວຽກ ເພື່ອກະກຽມໃຫ້ແກ່ການຈັດງານບຸນຊ່ວງເຮືອໃນຄັ້ງນີ້ ໄດ້ເອົາໃຈໃສ່ກະກຽມທຸກວຽກງານຢ່າງຕໍ່ເນື່ອງ ເຮັດໃຫ້ມາຮອດປັດຈຸບັນ ທຸກວຽກງານມີຄວາມພ້ອມແລ້ວເກືອບຮ້ອຍສ່ວນຮ້ອຍ ເປັນຕົ້ນແມ່ນ: ການກະກຽມວຽກງານປ້ອງກັນຄວາມສະຫງົບ, ກະກຽມສະຖານທີ່ຈັດງານ, ສະຖານທີ່ພັກເຊົາ, ຮ້ານອາຫານ-ຮ້ານກິນດື່ມ, ການກະກຽມເຮືອເຂົ້າຮ່ວມແຂ່ງຂັນ ແລະ ອື່ນໆ. ໃນນີ້ ສະເພາະເຮືອທີ່ຈະເຂົ້າຮ່ວມແຂ່ງຂັນແມ່ນຈະເອົາແຕ່ເຮືອປະເພນີຂອງປະຊາຊົນ ແລະ ຈະບໍ່ເອົາເຮືອສູດ ຫລື ເຮືອກິລາເຂົ້າຮ່ວມແຂ່ງຂັນ, ເຊີ່ງປີນີ້ ຄາດວ່າຈະມີເຮືອມາຈາກບັນດາເມືອງ ແລະ ຂະແໜງການພາຍໃນ ແຂວງຫລວງພະບາງ, ເຮືອໄປຈາກນະຄອນຫລວງວຽງຈັນ ແລະ ແຂວງໄຊຍະບູລີ ເຂົ້າຮ່ວມແຂ່ງຂັນທັງໝົດ 25 ລໍາ.

ທ່ານໃຫ້ຮູ້ຕ່ມວ່າ: ສໍາລັບປີນີ້, ນອກຈາກມີການຊ່ວງເຮືອປະເພນີຢູ່ສາຍນໍ້າຄານທີ່ບ້ານຫາດຫ່ຽນ ແລະ ບ້ານສັງຂະໂລກ ຍັງຈະຈັດໃຫ້ມີການໂລະລາດ, ການແຂ່ງຂັນກ໊ອຟ ແລະ ແຂ່ງຂັນເຮືອເຈັດສະກີຢູ່ແມ່ນໍ້າຂອງເຂດດອນຊາຍມຸງຄຸນພາຍໃນນະຄອນຫລວງພະບາງ ເຊີ່ງຈະຈັດຂຶ້ນໃນວັນທີ 25 ສິງຫານີ້. ໄປພ້ອມໆ ກັນນີ້ຍັງຈະມີອີກຫລາຍກິດຈະກໍາສໍາຄັນເພື່ອດຶງດູດນັກທ່ອງທ່ຽວ, ດັ່ງນັ້ນ ທ່ານໄດ້ແນະນໍາໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນ ທາງໄປທ່ອງທ່ຽວຢູ່ນະຄອນຫລວງພະບາງ ໃນໂອກາດບຸນຊ່ວງເຮືອເດືອນ 9 ໃນຄັ້ງນີ້ ຈັບຈອງໂຮງແຮມ, ເຮືອນພັກ ຫລື ບ່ອນພັກໃຫ້ລະອຽດກ່ອນ ເພື່ອຮັບປະກັນວ່າຈະມີສະຖານທີ່ພັກເຊົາແນ່ນອນ ເພາະໄລຍະນີ້ມີນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວຢູ່ນະຄອນຫລວງພະບາງເປັນຈໍານວນຫລາຍ, ສະເລ່ຍມື້ລະ 3.000 ຄົນ ຈາກທີ່ຄາດຄະເນໄວ້ມື້ລະ 1.500 ຄົນ. ຂະນະດຽວກັນ ນັກທ່ອງທ່ຽວທຸກຄົນຕ້ອງບໍ່ຫລົງລືມປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ເພາະປັດຈຸບັນ ຢູ່ລາວເຮົາຍັງມີການລາຍງານຜູ້ຕິດເຊື້ອພະຍາດດັ່ງກ່າວໃນແຕ່ລະວັນ.

ນອກຈາກນີ້, ທ່ານໄດ້ຮຽກຮ້ອງໃຫ້ປະຊາຊົນ ກໍຄື ຜູ້ປະກອບການທ່ອງທ່ຽວພາຍໃນນະຄອນຫລວງພະບາງ ທຸກຫົວໜ່ວຍ ຈົ່ງພ້ອມກັນເປັນເຈົ້າພາບຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ ດ້ວຍໄມຕຣີຈິດມິດຕະພາບທີ່ດີ ແລະ ເດັດຂາດບໍ່ໃຫ້ມີການສວຍໂອກາດເອົາປຽບຄ່າບໍລິການຕ່າງໆ ຕໍ່ນັກທ່ອງທ່ຽວ ເພາະຈະມີໜ່ວຍງານກ່ຽວຂ້ອງລົງກວດ ກາຢ່າງໃກ້ສິດ ຖ້າພົບເຫັນມີການລະເມີດ ຫລື ກະທໍາຜິດ ຈະມີການສຶກສາອົບຮົມ ແລະ ປະຕິບັດມາດຕະການຕາມລະບຽບກົດໝາຍທີ່ກໍານົດໄວ້.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles