34 C
Vientiane
Friday, October 18, 2024

ຍທຂ ຫລວງພະບາງ ໄດ້ຮັບຄວາມເສຍຫາຍຈາກພະຍຸພັດຜ່ານຫລາຍກວ່າ 10 ຕື້ກີບ

ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫລາຍວັນຍ້ອນພະຍຸພັດຜ່ານໃນໄລຍະຕົ້ນເດືອນສິງຫານີ້ ເຮັດໃຫ້ເສັ້ນທາງຫລາຍເສັ້ນພາຍໃນ ແຂວງຫລວງພະບາງ ເປ່ເພເສຍຫາຍໜັກສົມຄວນ ເຊີ່ງຜ່ານການປະເມີນເຫັນວ່າຜົນເສຍຫາຍທັງໝົດຫລາຍກວ່າ 10 ຕື້ກີບ.

ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊາ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫລວງພະບາງ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 18 ສິງຫານີ້ວ່າ: ເສັ້ນທາງພາຍໃນແຂວງຫລວງພະບາງ ທີ່ເປ່ເພເສຍຫາຍຍ້ອນນໍ້າກັດເຊາະ, ດິນເຈື່ອນຖົມທາງ ແລະ ອື່ນໆ ໜັກກວ່າໝູ່ແມ່ນເສັ້ນທາງລະຫວ່າງແຂວງໄປຫາ 2 ເມືອງ ຄື: ໂພນໄຊ ແລະ ປາກແຊງ ຍ້ອນເປັນເມືອງທີ່ນອນຢູ່ໃນແລວພະຍຸພັດຜ່ານ. ນອກຈາກນີ້ ແມ່ນຕາມເສັ້ນທາງ 13 ເໜືອໄລຍະຜ່ານ ແຂວງຫລວງພະບາງ, ເຊີ່ງໃນນັ້ນລວມມີຂົວຈໍານວນໜຶ່ງຢູ່ດ້ວຍ, ສໍາລັບເສັ້ນທາງອື່ນໆ ຢູ່ບັນດາເມືອງພາຍໃນແຂວງກໍໄດ້ຮັບຄວາມເສຍສົມຄວນ, ສ່ວນເສັ້ນທາງເຂດພູ 9 ຫລັກທີ່ຂຶ້ນກັບເມືອງນານ ແມ່ນບໍ່ໄດ້ຮັບກະທົບ ເນື່ອງຈາກຈຸດທີ່ເປ່ເພ ຫລື ໄດ້ຮັບຄວາມເສຍຫາຍແມ່ນນອນຢູ່ໃນຂອບເຂດຂອງ ເມືອງກາສີ, ແຂວງວຽງຈັນ.

ທ່ານກ່າວຕື່ມວ່າ: ຍ້ອນກ່ອນເຂົ້າລະດູຝົນ ໄດ້ມີການເຊັນສັນຍາກັບບັນດາບໍລິສັດເພື່ອຮັບເໝົາສ້ອມແປງເສັ້ນທາງຕ່າງໆ ພາຍໃນແຂວງໃນກໍລະນີສຸກເສີນ ເຮັດໃຫ້ບໍລິສັດເຫລົ່ານີ້ສາມາດສ້ອມແປງ ແລະ ແກ້ໄຂສຸກເສີນເສັ້ນທາງທີ່ເປ່ເພ ແຕ່ລະຈຸດໄດ້ພາຍໃນເວລາບໍ່ເກີນເຄີ່ງມື້ ເຮັດໃຫ້ປັດຈຸບັນບັນດາເສັ້ນທາງພາຍໃນ ແຂວງຫລວງພະບາງ ສາມາດສັນຈອນໄປມາໄດ້ເປັນປົກກະຕິ. ສ່ວນຄວາມເສຍຫາຍຈາກເສັ້ນທາງເປ່ເພໃນຄັ້ງນີ້ ຜ່ານການປະເມີນຂອງພາກ ສ່ວນຮັບຜິດຊອບກ່ຽວຂ້ອງແມ່ນຫລາຍກວ່າ 10 ຕື້ກີບ.

ຢ່າງໃດກໍຕາມ ເຖີງວ່າທຸກເສັ້ນທາງສາມາດສັນຈອນໄປມາໄດ້ເປັນປົກກະຕິ ແຕ່ເສັ້ນທາງຫລາຍຈຸດຍັງເປັນຂຸມ ແລະ ມີການເຊາະເຈື່ອນ ເພາະບໍ່ສາມາດສ້ອມແປງສຸກເສີນໄດ້ໝົດ ເນື່ອງຈາກມີຈໍາກັດດ້ານງົບປະມານ, ດັ່ງນັ້ນ ທ່ານໄດ້ຮຽກຮ້ອງໃຫ້ຜູ້ທີ່ໃຊ້ລົດໃຊ້ຖະໜົນຜ່ານ ແຂວງຫລວງພະບາງ ໃນໄລຍະລະດູຝົນນີ້ ເພີ່ມສະຕິລະມັດລະວັງໃນການຂັບຂີ່ໃຫ້ສູງຂຶ້ນກວ່າເກົ່າ, ຖ້າມີບັນຫາໃດສົງໃສ ຫລື ຢາກຮູ້ຂໍ້ມູນເສັ້ນທາງແຕ່ລະເສັ້ນກ່ອນການເດີນທາງ ສາມາດປະສານກັບຫ້ອງການທີ່ກ່ຽວຂ້ອງຂອງແຕ່ລະເມືອງໄດ້ ເພື່ອຮັບປະກັນບໍ່ໃຫ້ເສຍເວລາໃນການເດີນທາງ ຫລື ຮັບປະກັນບບໍ່ໃຫ້ມີອຸບັດຕິເຫດເກີດຂຶ້ນ, ພ້ອມນີ້ ທ່ານຍັງຮຽກຮ້ອງໃຫ້ປະຊາຊົນທີ່ອາໃສຢູ່ລຽບແຄມເສັ້ນທາງແຕ່ລະເສັ້້ນ ເພີ່ມຄວາມເປັນເຈົ້າການຮັກສາເສັ້ນທາງຮ່ວມກັນໃຫ້ຫລາຍຂຶ້ນ ໂດຍສະເພາະການອະນາໄມບໍ່ໃຫ້ຮ່ອງລະບາຍນໍ້າອຸດຕັນ ເຊີ່ງຈະພາໃຫ້ເກີດນໍ້າຖ້ວມຂັງຈົນນໍາໄປສູ່ເສັ້ນທາງເປ່ເພເສຍຫາຍເກີດຂຶ້ນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles