31 C
Vientiane
Friday, October 18, 2024

ເຊັນສັນຍາສະໜອງທຶນໃຫ້ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ໃນວັນທີ 21 ມິຖຸນາ 2022, ທີ່ ໂຮງແຮມ ລາວພາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ໃນ 03 ບ້ວງທຶນ ຄື:

1. ບ້ວງເງິນກໍ່ຕັ້ງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ທີ່ໄດ້ຮ່ວມມືກັບ ທະນາຄານພັດທະນາລາວ ຊຶ່ງການເຊັນສັນຍາຄັ້ງນີ້ ແມ່ນເປັນການສືບຕໍ່ໃຫ້ທະນາຄານນໍາໃຊ້ທຶນ ຈຳນວນ 16 ຕື້ກີບ ນໍາໄປປ່ອຍກູ້ໃຫ້ ຈວນກ.

2. ບ້ວງເງິນສະສົມ ຂອງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 4,2 ຕື້ກີບ ຊຶ່ງເປັນການເພີ່ມທຶນໃຫ້ 4 ສະຖາບັນການເງິນ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄຳ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ແລະ ເພີ່ມຄູ່ຮ່ວມມືໃໝ່ ອີກ 1 ສະຖາບັນ ຄື: ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ປາກຊັນ.

3. ບ້ວງເງິນປະກອບທຶນຂອງ ລັດຖະບານ ໃຫ້ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ 6 ເດືອນຕົ້ນປີ 2022 ຈໍານວນ 97 ຕື້ກີບ ຊຶ່ງເປັນການເພີ່ມທຶນ ໃຫ້ 3 ທະນາຄານທຸລະກິດ ຄື: ທະນາຄານພັດທະນາລາວ, ທະນາຄານ ຮ່ວມທຸລະກິດລາວ-ຫວຽດ, ທະນາຄານ ມາຣູຮານເຈແປນ ລາວ ແລະ ເພີ່ມຄູ່ຮ່ວມມືໃໝ່ອີກ 1 ທະ ນາຄານຄື: ທະນາຄານ ຫວຽດຕິນ ລາວ.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາຄັ້ງນີ້ ແມ່ນ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ, ກະຊວງການເງິນ, ຮອງປະທານສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມຈໍານວນ 80 ກວ່າທ່ານ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles