31 C
Vientiane
Friday, October 18, 2024

ການສະໜອງນໍ້າມັນເຊື້ອໄຟຮັບໃຊ້ສັງຄົມ ຈະເລີ່ມກ້າວສູ່ສະພາບປົກກະຕິນັບແຕ່ອາທິດໜ້າເປັນຕົ້ນໄປ

ທ່ານ ຄໍາພຸດ ສົມບູນ, ເລຂານຸການ, ທັງເປັນນັກລົງທຶນຂອງ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ (Plus) ໄດ້ຖະແຫລງຂ່າວຜ່ານເຟສບຸກຂອງບໍລິສັດດັ່ງກ່າວ ໃນວັນທີ 17 ມິຖຸນາ 2022 ວ່າ: ອີງຕາມທິດຊີ້ນໍາຂອງລັດຖະບານຕໍ່ກັບການແກ້ໄຂບັນຫານໍ້າມັນເຊື້ອໄຟ ເຊີ່ງເປັນບັນຫາຮີບດ່ວນຂອງຊາດ ເນື່ອງຈາກນໍໍ້າມັນເຊື້ອໄຟຂາດ ແຄນໃນທົ່ວປະເທດ. ລັດຖະບານ ໄດ້ມອບໃຫ້ ກະຊວງ ການເງິນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຫາວິທີແກ້ໄຂບັນຫານີ້ຢ່າງຮີບດ່ວນ, ເຊີ່ງໃນການຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 15 ມິຖຸນາ 2022 ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີ ກະຊວງ ການເງິນ ໄດ້ປະກາດຕໍ່ກອງປະຊຸມແລ້ວກ່ຽວກັບການອະນຸມັດໃຫ້ຄວາມສະດວກເປັນກໍລະນີພິເສດໃນການສະໜອງເງິນຕາຕ່າງປະເທດ, ພ້ອມທັງເປີດໜັງສືສິນເຊື່ອ ຫລື LC ໃຫ້ແກ່ ບໍລິສັດ ນໍ້າມັນເຊື້ອໄຟລາວ ຈໍານວນ 200 ລ້ານລິດ ຫລື ຄິດເປັນເງິນປະມານ 200 ລ້ານໂດລາສະຫະລັດ ເພື່ອຮັບປະກັນໃຫ້ມີນໍ້າມັນເຊື້ອໄຟສໍາຮອງ ຈໍາໜ່າຍໃຫ້ສັງຄົມພຽງພໍກັບຄວາມຕ້ອງການພາຍໃນປະເທດ ນັບຕັ້ງແຕ່ ເດືອນມິຖຸນາ ຫາ ເດືອນສິງຫາ 2022 ແລະ ຈະສືບຕໍ່ແກ້ໄຂບັນຫານໍ້າມັນເຊື້ອໄຟຂາດແຄນໃຫ້ເລີ່ມກ້າວສູ່ສະພາບປົກກະຕິໃນຂັ້ນຕໍ່ໄປ.

ທ່ານໃຫ້ຮູ້ຕື່ມວ່າ: ເລີ່ມແຕ່ອາທິດໜ້າເປັນຕົ້ນໄປ ບໍລິສັດ Plus ຈະຮ່ວມກັບສະມາຄົມນໍ້າມັນເຊື້ອໄຟລາວ ນໍາເຂົ້ານໍ້າມັນເຊື້ອໄຟມາສະໜອງໃຫ້ສັງຄົມ ຈໍານວນ 30 ລ້ານລິດ, ໃນນີ້ ສະເພາະບໍລິສັດ Plus ນໍາເຂົ້າຈໍານວນ 20 ລ້ານລິດ ແລະ ອີກຈໍານວນ 10 ລ້ານລິດຈະແມ່ນບໍລິສັດນໍ້າມັນເຊື້ອໄຟຕ່າງໆ ເປັນຜູ້ນໍາເຂົ້າ. ສໍາລັບນໍໍ້າມັນເຊື້ອໄຟ ບໍລິ ສັດ Plus ນໍາເຂົ້າຈະຈໍາໜ່າຍຢູ່ນະຄອນຫລວງວຽງຈັັນ 6 ລ້ານລິດ, ແຂວງບໍລິຄໍາໄຊ 4 ລ້ານລິດ, ແຂວງສະຫວັນນະເຂດ 4 ລ້ານລິດ, ແຂວງຈໍາປາສັກ ແລະ ແຂວງອັດຕະປື ລວມກັນ 4 ລ້ານລິດ, ສ່ວນທີ່ເຫລືອ 2 ລ້ານລິດ ຈະຈໍາໜ່າຍຢູ່ບັນດາແຂວງພາກເໜືອຂອງລາວ. ຈາກແຜນການນໍາເຂົ້ານໍ້າມັນເຊື້ອໄຟດັ່ງກ່າວຈະເຮັດໃຫ້ສະຖານີບໍລິການນໍ້າມັນຂອງບໍລິສັດ Plus ທີ່ມີ 100 ກວ່າປໍ້າໃນທົ່ວປະເທດ ເປີດໃຫ້ບໍລິການໝົດທຸກປໍ້າ ເຊີ່ງຈະເຮັດໃຫ້ການສະໜອງນໍ້າມັນຮັບໃຊ້ສັງຄົມເລີ່ມກ້າວສູ່ສະພາບປົກກະຕິ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles