34 C
Vientiane
Friday, October 18, 2024

ທະນາຄານທຸລະກິດ ກໍຄື ລະບົບ Money gram ຍັງສືບຕໍ່ບໍລິການໃຫ້ປະຊາຊົນສາມາດຖອນເງິນໄດ້ຕາມປົກກະຕິ

ທ່ານ ນ. ຂັນແກ້ວ ຫຼ້າມະນີເງົາ, ຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານ ແຫ່ງ ສປປ ລາວ (ທຫລ ) ໄດ້ຖະ ແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການຖອນເງິນທີ່ໂອນຜ່ານລະບົບບໍລິການຮັບເງິນດ່ວນ Money gram ໃນຕອນບ່າຍວັນທີ 15 ມິຖຸນາ 2022 ນີ້ ທີ່ ທຫລ, ນະຄອນຫລວງວຽງຈັນ. ທ່ານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ມີການຮັບຮູ້ ແລະ ເຂົ້າໃຈຄາດເຄື່ອນກ່ຽວກັບແຈ້ງການ ສະບັບວັນທີ 9 ແລະ ວັນທີ 13 ມິຖຸນາ 2022 ຂອງທະນາຄານການຄ້າຕ່າງ ປະເທດລາວມະຫາຊົນ (ທຄຕລ) ກ່ຽວກັບການຖອນເງິນທີ່ໂອນຜ່ານລະບົບບໍລິການຮັບເງິນດ່ວນ Money gram. ດັ່ງນັ້ນ ໃນນາມກົມນະໂຍບາຍເງິນຕາ, ຕາງໜ້າໃຫ້ທະນາຄານແຫ່ງ ສປປ ລາວ ຂໍປະຊາສໍາພັນມາຍັງບັນດາທ່ານໃຫ້ເຂົ້າ ໃຈເປັນເອກະພາບວ່າ: ປັດຈຸບັນ ທະນາຄານທຸລະກິດ ກໍຄື ລະບົບ Money gram ຍັງສືບຕໍ່ບໍລິການໃຫ້ພໍ່ແມ່ປະຊາ ຊົນ ສາມາດຖອນເງິນໄດ້ຕາມປົກກະຕິຄືໄລຍະຜ່ານມາ, ຂໍແຈ້ງມາຍັງບັນດາທ່ານຊາບ ແລະ ໝັ້ນໃຈໃນຄວາມປອດໄພ ຂອງຊັບສິນ ກໍຄື ເງິນຝາກຂອງທ່ານຢູ່ນຳລະບົບທະນາຄານ ແຫ່ງ ສປປ ລາວ.

ທ່ານໃຫ້ຮູ້ຕື່ມວ່າ: ຕິດພັນກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດ, ທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ ແລະ ບັນດາຂະແໜງການກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດໜ້າທີ່ຕາມບົດບາດຂອງໃຜລາວ ພາຍໃຕ້ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2015, ໃນນັ້ນ ມາດຕາ 15 ໄດ້ກຳນົດກ່ຽວກັບການເປີດບັຮຊີ ແລະ ການນຳໃຊ້ເງິນຕາ ໃນບັນຊີເງິນຝາກ ຢູ່ ສປປ ລາວ ຄື: ຜູ້ມີພູມລຳເນົາ ຢູ່ ສປປ ລາວ ສາມາດນຳເງິນກີບ ແລະ ເງິນຕາຕ່າງປະເທດ ທີ່ມີແຫຼ່ງທີ່ມາຖືກຕ້ອງຝາກເຂົ້າບັນຊີຂອງຕົນ ທີ່ເປີດໄວ້ນຳທະນາຄານທຸລະກິດ ຢູ່ ສປປ ລາວ ແລະ ເງິນໃນບັນຊີດັ່ງກ່າວ ສາມາດຖອນ ແລະ ຮັບດອກເບ້ຍ ຕາມປະເພດບັນຊີເງິນຝາກຂອງຕົນນຳທະນາຄານທຸລະກິດ.

ສະນັ້ນ, ອີງໃສ່ນິຕິກຳດັ່ງກ່າວ ທະນາຄານແຫ່ງ ສປປ ລາວ ຢັ້ງຢືນວ່າບັນດາທ່ານທີ່ມີເງິນຕາຕ່າງປະເທດຢູ່ໃນຄອບຄອງ ຍັງສາມາດເປີດບັນຊີເງິນຝາກ, ສາມາດຖອນ , ໂອນ ຕາມປະເພດບັນຊີ ແລະ ສະກຸນເງິນ ທີ່ຕົນຄອບຄອງໄດ້ຕາມປົກກະຕິ. ພ້ອມດຽວກັນນີ້, ລັດຖະບານ ພວມກະກຽມຈະນຳສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄຫມສາມັນ ເທື່ອທີ 3 ຊຸດທີ IX ໃນອີກບໍ່ພໍເທົ່າໃດວັນຂ້າງໜ້າ ຊຶ່ງຮ່າງກົດໝາຍດັ່ງກ່າວ ຍັງຄົງຮັກສາສິດໃນການຖືຄອງ ແລະ ນຳໃຊ້ເງິນຕາຕ່າງປະເທດ ຄືກັບສະບັບປັດຈຸບັນ ໝາຍຄວາມວ່າ ສາມາດຖືຄອງໃນຮູບແບບເງິນສົດ ເງິນຝາກ ໄດ້, ແຕ່ການນຳໃຊ້ຊໍາລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຢູ່ພາຍໃນປະເທດໃຫ້ແລກປ່ຽນເປັນເງິນກີບສາກ່ອນ.

ໃນໂອກາດນີ້, ຫົວໜ້າກົມນະໂຍບາຍເງິນຕາ ຍັງໄດ້ຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນລາວທີ່ເປັນລູກຄ້າຂອງທະນາຄານທຸລະກິດ ມີຄວາມເຊື່ອໝັ້ນ ຕໍ່ການເຄື່ອນໄຫວຂອງລະບົບທະນາຄານ, ບໍ່ຫລົງເຊື່ອຕໍ່ກະແສຂ່າວທີ່ບໍ່ເປັນທາງການ ຫຼື ມີຂໍ້ສົງໄສປະການໃດ ຂໍໃຫ້ປະສານຫາພາກສ່ວນກ່ຽວຂ້ອງ ໃຫ້ຄວາມກະຈ່າງແຈ້ງ ເພື່ອເຂົ້າໃຈໃຫ້ຖືກຕ້ອງປະ ກອບສ່ວນເຂົ້າໃນການປັບປຸງແກ້ໄຂວຽກງານຄຸ້ມຄອງມະຫາພາກຂອງລັດ ກໍຄືການເຄື່ອນໄຫວທຸລະກິດ ແລະ ເພື່ອຜົນປະໂຫຍດລວມຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີຊີວິດການເປັນຢູ່ ກັບເຂົ້າສູ່ສະພາບປົກກະຕິ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ. ໃນກໍລະນີຫາກທ່ານມີຄຳເຫັນ, ມີຄຳຕໍານິຕິຊົມ ຫຼື ຕ້ອງການສົນໃຈຮູ້ບັນຫາໃດສະເພາະ ສາມາດສົ່ງຄຳເຫັນໃນນາມສ່ວນຕົວ ຫຼື ໃນນາມການຈັດຕັ້ງມາຍັງຫ້ອງການທະນາຄານ ແຫ່ງ ສປປລາວ ຫຼື ກ່ອງຮັບຄຳເຫັນຕໍ່ໜ້າສຳນັກງານ ທຫລ ພວກເຮົາຍິນດີຮັບຟັງ ແລະ ພ້ອມທີ່ຈະອະທິບາຍຊີ້ແຈງໃນໂອກາດຕໍ່ໄປ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles