27 C
Vientiane
Friday, October 18, 2024

ສະພາບເສດຖະກິດບໍ່ດີ ສົ່ງຜົນໃຫ້ນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ເມືອງວັງວຽງ ຫລຸດລົງ

ຈາກສະພາບເສດຖະກິດຂອງປະເທດທີ່ພວມປະສົບກັບຄວາມຫຍຸ້ງຍາກຫລາຍດ້ານ ເຮັດໃຫ້ນັກທ່ອງທ່ຽວເດີນທາງເຂົ້າໄປທ່ອງທ່ຽວພາຍໃນ ເມືອງວັງວຽງ, ແຂວງວຽງຈັນ ໃນໄລຍະນີ້ມີທ່າອ່ຽງຫລຸດລົງ ເມື່ອທຽບໃສ່ກ່ອນໜ້ານີ້ ເຖີງວ່າລັດຖະບານໄດ້ເປີດປະເທດຢ່າງເຕັມຮູບແບບແລ້ວກໍຕາມ.

ທ່ານ ບຸນຈັນ ມາລາວົງ, ເຈົ້າເມືອງວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍ ສຽງແຫ່ງຊາດລາວ ໃນວັນທີ 6 ມິຖຸນາ 2022 ວ່າ: ພາຍຫລັງລັດຖະບານເປີດປະເທດເຕັມຮູບແບບນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ມີນັກທ່ອງທ່ຽວຕ່າງປະເທດຈໍານວນໜຶ່ງທີ່ມາເປັນໝູ່ຄະນະຈາກ ສ.ເກົາຫລີ ແລະ ໄທ ມາທ່ຽວພາຍໃນເມືອງວັງວຽງ, ສ່ວນນັກທ່ອງທ່ຽວພາຍໃນປະເທດສ່ວນໃຫຍ່ຍັງມີລັກສະນະໄປທ່ອງທ່ຽວໃນຕອນເຊົ້າ ແລະ ບ່າຍແລ້ວກັບໃນຕອນແລງຍ້ອນການເດີນທາງທີ່ສະດວກສະບາຍ. ຢ່າງໃດກໍຕາມ ເຖີງວ່າຍັງບໍ່ສາມາດເກັບກໍາສະຖິຕິໄດ້ຢ່າງລະອຽດ ແຕ່ສັງເກດເຫັນວ່ານັກທ່ອງທ່ຽວທີ່ໄປທ່ຽວເມືອງວັງວຽງ ໃນໄລຍະນີ້ມີທ່າອ່ຽງຫລຸດລົງ ເມື່ອທຽບໃສ່ກ່ອນໜ້ານີ້ ໂດຍສະເພາະໄລຍະເບື້ອງຕົ້ນທີ່ເປີດນໍາໃຊ້ທາງດ່ວນ ວຽງຈັນ-ວັງວຽງ ແລະ ການເປີດນໍາໃຊ້ລົດໄຟລາວ-ຈີນ ທີ່ມີບັນຍາກາດຟົດຟື້ນມ່ວນຊື່ນຫລາຍ. ທັ້ງນີ້ ເນື່ອງຈາກຫລາຍສາເຫດ ໂດຍສະເພາະນັກທ່ອງທ່ຽວພາຍໃນປະເທດທີ່ຕ້ອງໄດ້ປະຢັດມັດທະຍັດ ເພາະເສດຖະກິດບໍ່ດີ, ບວກກັບຄວາມຫຍຸ້ງຍາກໃນການຫາຊື້ນໍ້າມັນເຊື້ອໄຟ, ລວມເຖີງສະພາບອາ ກາດທີ່ຢູ່ໃນໄລຍະລະດູຝົນເຮັດໃຫ້ບໍ່ສະດວກໃນການເດີນທາງ ແລະ ອື່ນໆ.

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອກຽມຕ້ອນຮັບນັກທ່ອງທ່ຽວ ອົງການປົກຄອງເມືອງວັງວຽງ ໄດ້ຮ່ວມກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສຸມໃສ່ປັບປຸງພື້ນຖານໂຄງລ່າງຫລາຍຢ່າງພາຍໃນເມືອງໃຫ້ສວຍງາມ ແລະ ໄປມາໄດ້ຢ່າງສະດວກ ໂດຍນໍາໃຊ້ເງິນຊ່ວຍເຫລືອຈາກທະນາຄານພັດທະນາອາຊີ ຫລື ADB. ຂະນະທີ່ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວພາຍໃນເມືອງໄດ້ກັບຄືນມາເປີດກິດຈະການ ແລະ ກຽມຄວາມພ້ອມທຸກດ້ານເພື່ອຮອງຮັບນັກທ່ອງທ່ຽວ. ຢ່າງໃດກໍຕາມ ຖ້າຫາກສະພາບນັກທ່ອງທ່ຽວຍັງສືບຕໍ່ຫລຸດລົງຄືແນວນີ້ ອາດຈະເຮັດໃຫ້ຜູ້ປະກອບການປະສົບບັນຫາອີກຄັ້ງ ໂດຍສະເພາະບັນຫາການຈ້າງງານ ເນື່ອງຈາກໄດ້ຮຽກພະນັກງານທຸກຄົນກັບຄືນມາເຮັດວຽກປົກກະຕິພາຍຫລັງທີ່ຢຸດເຊົາໄປໄລຍະໜຶ່ງຍ້ອນການລະບາດຂອງພະຍາດໂຄວິດ-19.

ດັ່ງນັ້ນ ທ່ານໄດ້ເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າໄປທ່ຽວພາຍໃນເມືອງວັງວຽງ ຫລາຍຂຶ້ນກວ່າເກົ່າ ເພາະໄດ້ປັບປຸງພື້ນຖານໂຄງລ່າງການທ່ອງທ່ຽວຫລາຍຢ່າງໃຫ້ມີຄວາມສວຍງາມ ແລະ ສະດວກສະ ບາຍກວ່າເກົ່າ. ໃນນີ້ ສະເພາະນັກທ່ອງທ່ຽວພາຍໃນປະເທດ ນອກຈາກຈະໄດ້ສໍາຜັດກັບທໍາມະຊາດທີ່ສວຍງາມແລ້ວ ຍັງເປັນການຊ່ວຍຊຸກຍູ້ສົ່ງເສີມລາວທ່ຽວລາວ ເພື່ອບໍ່ໃຫ້ເງິນຕາໄຫລອອກນອກປະເທດ ຕື່ມອີກ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles