31 C
Vientiane
Friday, October 18, 2024

ຈະສ້າງສູນກັກກັນພືດ ແລະ ສັດ ຢູ່ທ່າບົກທ່ານາແລ້ງ ເພື່ອເພີ່ມຄວາມສະດວກໃນການສົ່ງອອກສິນຄ້າຜ່ານລົດໄຟ ລາວ-ຈີນ ໃຫ້ສໍາເລັດພາຍໃນປີນີ້

ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້, ທ່ານ ສາຄອນ ພິລາງາມ, ຜູ້ອໍານວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: ບໍລິສັດທ່າບົກທ່ານາແລ້ງ ຈະຮ່ວມມືກັບຝ່າຍຈີນ ກໍ່ສ້າງສູນກັກກັນພືດ ແລະ ສັດຢູ່ທ່າບົກທ່ານາແລ້ງ, ນະຄອນຫລວງວຽງຈັນ ໂດຍຈະມີສູນຢັ້ງຢືນຄູນນະພາບ CCIC ຂອງຈີນມາຕັ້ງຢູ່ ເຊີ່ງຈະກໍ່ສ້າງໃຫ້ສໍາເລັດພາຍໃນປີ 2022 ເພື່ອເຮັດໃຫ້ການສົ່ງອອກສິນຄ້າຈາກລາວ, ລວມທັງສິນຄ້າຈາກໄທ ໂດຍຜ່ານລົດໄຟລາວ-ຈີນ ໄປຈີນ ມີຄວາມສະດວກສະບາຍກວ່າເກົ່າ ເນື່ອງຈາກໄລຍະຜ່ານມາ ກໍຄື ປັດຈຸບັນ ການສົ່ງອອກສິນຄ້າກະສິກໍາ ໂດຍສະເພາະສິນຄ້າທີ່ຕ້ອງການການຢັ້ງຢືນມາດຕະຖານ ຍັງຊັກຊ້າຢູ່ດ່ານບໍ່ຫານຂອງຈີນ ເນື່ອງຈາກຄວາມພ້ອມຮອງຮັບເພື່ອກວດກາສິນຄ້າບໍ່ສູງ ແລະ ມີພື້ນທີ່ຮອງຮັບສິນຄ້າບໍ່ຫລາຍເທົ່າທີ່ຄວນ.

ປັດຈຸບັນ ບໍລິສັດທ່າບົກທ່ານາແລ້ງ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກໍາຫ່ງຊາດລາວ ແລະ ພາກສ່ວນກ່ຽວຂ້ອງຂອງຈີນຮຽບຮ້ອຍແລ້ວ ເພື່ອຮ່ວມກັນກໍ່ສ້າງສູນດັ່ງກ່າວຂຶ້ນທີ່ທ່າບົກທ່ານາແລ້ງ ເນື່ອງຈາກມີພື້ນທີ່ກວ້າງຂວາງເຖີງ 55 ເຮັກຕາ ເຮັດໃຫ້ສາມາດຮອງຮັບສິນຄ້າໄດ້ໃນປະລິມານທີ່ຫລາຍ ໂດຍຈະໃຊ້ເວລາໃນການອອກແບບ 1 ເດືອນ ແລະ ໃຊ້ເວລາກໍ່ສ້າງສູນ 2 ເດືອນ, ເຊີ່ງທັງ 2 ຂັ້ນຕອນຈະໃຫ້ສໍາເລັດແນ່ນອນພາຍໃນປີນີ້.

ທ່ານ ສາຄອນ ພິລາງາມ ໃຫ້ຮູ້ຕື່ມວ່າ: ດ່ານບໍ່ຫານຂອງຈີນ ຈະພ້ອມເຕັມທີ່ໃນການຮອງຮັບສິນຄ້າເພື່ອກວດກາຄຸນນະພາບໃນ ເດືອນ ກໍລະກົດ ປີ 2022, ແຕ່ເຖີງວ່າມີຄວາມພ້ອມກໍສາມາດຮອງຮັບສິນຄ້າໄດ້ພຽງ 1.500 ຕູ້ເທົ່ານັ້ນ ເນື່ອງຈາກຄວາມຈໍາກັດທາງດ້ານພື້ນທີ່, ດັ່ງນັ້ນ ຖ້າຫາກການກໍ່ສ້າງສູນກັກກັນພືດ ແລະ ສັດຢູ່ທ່າບົກທ່ານາແລ້ງສໍາເລັດ ຈະຊ່ວຍຫລຸດຜ່ອນຄວາມແອອັດຂອງສິນຄ້າທີ່ຕ້ອງການກວດກາເພື່ອຢັ້ງຢືນມາດຕະຖານຢູ່ດ່ານບໍ່ຫານຂອງຈີນໄດ້ເປັນຢ່າງດີ ລະ ຈະເປັນອີກເງື່ອນໄຂໜຶ່ງທີ່ຊ່ວຍຊຸກຍູ້ໃຫ້ການຂົນສົ່ງສິນຄ້າໄປຈີນ ໂດຍຜ່ານລົດໄຟລາວ-ຈີນ ມີຄວາມສະດວກສະບາຍ ແລະ ນັບມື້ເພີ່ມຂຶ້ນກວ່າເກົ່າ.

ສໍາລັບລົດໄຟລາວ-ຈີນ ນັບແແຕ່ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ມາຮອດ ເດືອນເມສາ 2022 ຜ່ານມາ ສາມາດຂົນສົ່ງສິນຄ້າໄດ້ແແລ້ວ 11.000 ຕູ້, ໃນນີ້ 80% ແມ່ນເປັນສິນຄ້າຜ່ານແດນ ແລະ ເປັນສິນຄ້າຈາກ ຈີນ ມາລາວ ແລະ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ. ສ່ວນທີ່ເຫລືອແມ່ນການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ໃນນີ້ ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນ ແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດອື່ນໆ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles